ປະທານາທິບໍດີຝຣັ່ງ ທ່ານເອັມແມນູແອລ ມາກຣົງ ພົບປະກັບຄະນະຜູ້ແທນອົງການ
ວັດທະນະທຳຂອງສະຫະປະຊາຊາດ ຫຼັງຈາກໄດ້ເກີດໄຟໄໝ້ທີ່ສ້າງຄວາມເສຍຫາຍ
ຮ້າຍແຮງໃຫ້ແກ່ ພະວິຫານນໍເທຣີດາມ.
ທ່ານມາກຣົງ ໄດ້ພົບປະກັບຄະນະຜູ້ແທນຂອງອົງການຢູແນັສໂກ ທີ່ທຳນຽບເອລີເຊ ໃນ
ວັນສຸກມື້ນີ້.
ພະວິຫານ ນໍເທຣີ ດາມ ທີ່ມີສື່ສຽງໂດ່ງດັງຂອງຝຣັ່ງ ໄດ້ເປັນສະຖານທີ່ມໍລະດົກໂລກ
ຂອງອົງການຢູແນັສໂກ ໃນປີ 1991.
ປະທານາທິບໍດີ ຝຣັ່ງ ທ່ານເອັມແມນູແອລ ມາກຣົງ ກ່າວຖະແຫລງຕໍ່ໜ່ວຍນັກດັບໄຟ ຂອງນະຄອນປາຣີ ແລະກຳລັງຮັກສາຄວາມປອດໄພ ຜູ້ທີ່ ເຂົ້າຮ່ວມໃນການປະຕິບັດງານດັບໄຟ ຢູ່ທີ່ພະວິຫານນໍເທຣີດາມ, ຢູ່ທຳນຽບ ອາລີເຊ ໃນນະຄອນຫຼວງ ປາຣີ, ວັນທີ 18 ເມສາ 2019.
ຜູ້ອຳນວຍການສູນກາງມໍລະດົກໂລກ ທ່ານ Mechtild Rossler ກ່າວຫຼັງຈາກໄດ້ໄປ
ຢ້ຽມຢາມສະຖານທີ່ດັ່ງກ່າວ ເມື່ອຕົ້ນອາທິດນີ້ວ່າ ສອງສ່ວນສາມ ຂອງຫຼັງຄາ ຊຶ່ງສ່ວນ
ໃຫຍ່ສ້າງໃນສະໄໝຍຸກກາງນັ້ນ ແມ່ນໄດ້ຖືກໄຟໄໝ້ໝົດ.
ທ່ານມາກຣົງກ່າວວ່າ ທ່ານຢາກໃຫ້ມີການບູລະນະສ້າງສາພະວິຫານທີ່ສຳຄັນດັ່ງກ່າວ
ໃຫ້ແລ້ວສຳເລັດພາຍໃນປີ 2024 ຊຶ່ງເປັນກຳນົດເວລາທີ່ຈະໃຫ້ພະວິຫານແຫ່ງນີ້ ເປີດ
ຄືນທັນກັບການແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ໃນປະເທດຝຣັ່ງ.
ພວກນກຊ່ຽວຊານບາງຄົນຄິດວ່າ ວັນເວລາດັ່ງກ່າວ ແມ່ນເບິ່ງແລ້ວເປັນໄປໄດ້ຍາກ.