ປະທານາທິບໍດີຝຣັ່ງ ທ່ານເອັມມານູເອລ ມາກຣົງ ໄດ້ໂອ້ລົມກັບປະທານາທິບໍດີຂອງໄນເຈີ ທ່ານໂມຮໍາເມັດ ບາຊູມ ໃນຕອນເຊົ້າວັນສຸກມື້ນີ້, ລັດຖະມົນຕີການຕ່າງ ປະເທດຂອງຝຣັ່ງ ທ່ານນາງແຄັດເທີຣີນ ໂຄໂລນນາ ກ່າວຕໍ່ອົງການຂ່າວ AFP. ອີງຕາມທ່ານນາງໂຄໂລນນາແລ້ວ ທ່ານມາກຣົງກ່າວວ່າ ສາມາດ “ຕິດຕໍ່” ກັບທ່ານບາຊູມ (Bazoum) ໄດ້ຢູ່ ແລະທ່ານກໍ “ມີສຸຂະພາບດີ.”
ແຜນທີ່ ປະເທດໄນເຈີ.
ພວກຜູ້ນໍາກອງທັບຂອງໄນເຈີ ໄດ້ປະກາດການສະໜັບສະໜຸນ ຂອງພວກເຂົາ ເພື່ອປົດທ່ານບາຊູມ ອອກຈາກຕໍາແໜ່ງໃນວັນພຸດຜ່ານມານີ້, ໂດຍບໍ່ຍອມຮັບຟັງຫາງສຽງຮຽກຮ້ອງຈາກທົ່ວໂລກ ທີ່ໄດ້ປະນາມຕໍ່ການຢຶດອຳນາດແລະການເຄົາລົບຕໍ່ການປົກຄອງດ້ວຍຕົວບົດກົດໝາຍ ແລະລະບຽບດ້ານປະຊາທິປະໄຕຂອງປະເທດ.
ທ່ານອັບແດລ ຟາໂຕ ມູຊາ (Abdel Fatau Musah), ກໍາມາທິການ ກິດຈະ ການດ້ານການເມືອງ ແລະດ້ານຄວາມໝັ້ນຄົງຂອງປະຊາຄົມເສດຖະກິດບັນດາປະເທດໃນເຂດອາຟຣິກາຕາເວັນຕົກ ຫຼື ECOWAS ບອກກັບທ່ານເຈມສ໌ ບຸດ ຕີ (James Butty) ຈາກ VOA ວ່າ “ທ່ານບາຊູມ ຍັງຄົງຢູ່ໃນໜ້າທີ່ ແລະ ເປັນປະທານາທິບໍດີຢ່າງຖືກຕ້ອງຕາມກົດໝາຍ ແລະຕ້ອງໄດ້ມີການມອບຄືນຕຳແໜ່ງໃຫ້ແກ່ທ່ານ ໂດຍໄວທີ່ສຸດ.”
ແຟ້ມຮູບ-ປະທານາທິບໍດີໄນເຈີ ທ່ານໂມຮໍາເມັດ ບາຊູມ, ຢູ່ທີ່ທໍານຽບປະທານາທິບໍດີ ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 16 ມີນາ 2023.
ທ່ານມູຊາ ກ່າວວ່າ “ປະມຸກຂອງປະເທດຢູ່ໃນພູມິພາກ ຈະຈັດກອງປະຊຸມສຸດຍອດພິເສດຂຶ້ນ, ເຊິ່ງເປັນກອງປະຊຸມສຸດຍອດແບບສຸກເສີນ ກ່ຽວກັບສະຖານະການທີ່ເກີດຂຶ້ນ ໃນທ້າຍອາທິດແລ້ວນີ້ ເພື່ອກໍານົດໃນສິ່ງທີ່ເປັນເຄື່ອງວັດແທກ ເພື່ອໃຫ້ໝັ້ນໃຈວ່າ ຈະມີການມອບຄືນຕຳແໜ່ງນັ້ນ.”