ປະທານາທິບໍດີມາກຣົງ ແລະຮອງປະທານາທີບໍດີສະຫະລັດ ທ່ານນາງແຮຣິສ ລະ​ນຶກ​ເຖິງ ວັນສະຫງົບເສິກ

ປະທານາທິບໍດີມາກຣົງ ( ຂວາ )ແລະລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານຊັງ-ອິຟ ເລີ ດຣຽນ ແລະຮອງປະທານາທີບໍດີສະຫະລັດ ທ່ານນາງແຮຣິສ ວັນທີ 10 ພະຈິກ 2021.

ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ເຂົ້າຮ່ວມພິ​ທີ ກັບ ປະທານາ
ທິບໍດີຝຣັ່ງ ທ່ານເອັມມານຸຍແອລ ມາກຣົງ (Emmanuel Macron)ໃນວັນພະຫັດມື້ນີ້
ເພື່ອລະນຶກເຖິງວັນສະຫງົບເສິກ ທີ່ນະຄອນຫຼວງປາຣີ.

ພິທີຢູ່ທີ່ອະນຸສາວະລີ ອັກ ເດີ ຕຣີອົມ (Arc de Triomphe) ​ຊຶ່ງເປັນຂີດ ໝາຍໃນ​ການ
ເຊັນຂໍ້ຕົກລົງປີ 1918 ລະຫວ່າງປະເທດມະຫາອຳນາດພັນທະມິດ ແລະເຢຍຣະມັນ ເພື່ອ
ຍຸຕິການສູ້ລົບໃນສົງຄາມໂລກຄັ້ງທີ 1.

​ລຸນ​ຫຼັງການຢ້ຽມຢາມ ໃນ​ວັນ​ພຸດ​ວານນີ້ ທ່ານນາງແຮຣິສ ແລະສາມີຂອງທ່ານນາງ ທ່ານດັກ ເອັມຮອຟ (Dough Emhoff) ໄດ້​ໄປ​ຮ່ວມ​ພິ​ທີ​ທີ່ສຸສານອາເມ ຣິກັນ ແລະອະ​ນຸ​ສອນ
ສະຖານຢູ່ນອກນະຄອນຫຼວງປາຣີ ບ່ອນທີ່ພວກທ່ານໄດ້ວາງພວງມາລາຢູ່ທີ່ນັ້ນ ເພື່ອລະ
ນຶກເຖິງວັນສະຫງົບເສິກ ແລະວັນພະຫັດເປັນວັນພັກນັກລົບເກົ່າຢູ່ໃນສະຫະລັດ. ສະຖານ
ທີ່ດັ່ງກ່າວແມ່ນສ້າງຂຶ້ນເພື່ອໄວອາ ໄລ​ໃຫ້ແກ່ບັນດາສະມາຊິກທະຫານອາເມຣິກັນທີ່ໄດ້
ເສຍຊີວິດຢູ່ໃນສອງສົງຄາມໂລກ ແລະມີຂຸມຝັງສົບຊາວອາເມຣິກັນຢູ່ເກືອບ
1,600 ຄົນ.

ທ່ານນາງແຮຣິສໄປຢ້ຽມຢາມຝຣັ່ງ ເປັນພາກສ່ວນນຶ່ງຂອງຄວາມພະຍາຍາມ​ເພື່ອປັບ​ປຸງ
ຄວາມສຳພັນທີ່ບໍ່ຄ່ອຍລາບລື້ນ ລະຫວ່າງປະເທດພັນທະມິດທັງສອງທີ່ມີມາເປັນເວລາ
ຍາວນານ. ທັງທ່ານນາງແຮຣິສ ແລະທ່ານມາກຣົງ ໄດ້ກ່າວເຖິງໂອກາດຕ່າງໆສຳລັບການ
ຮ່ວມມື ແລະເລີ້ມ “ຍຸກໃໝ່” ໃນຂະນະທີ່ພວກທ່ານໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນການ
ປະຊຸມ ໃນວັນພຸດວານນີ້ ຢູ່ທີ່ວັງອີເຊ (Elysee.)

ທ່ານນາງແຮຣິສ ກ່າວວ່າ “ຂ້າພະເຈົ້າເບິ່ງໄປໜ້າໃນສອງສາມມື້ ບ່ອນທີ່ພວກເຮົາຈະສືບ
ຕໍ່ເຮັດວຽກຮ່ວມກັນ ແລະຟື້ນຟູຄວາມເພັ່ງເລັງ ທີ່ພວກເຮົາໄດ້ເຮັດມາເລື້ອຍໆ ກ່ຽວກັບຄູ່
ຮ່ວມງານຂອງພວກເຮົາ ແລະເພື່ອຜົນປະໂຫຍດຂອງປະຊາຊົນຝຣັ່ງ ແລະປະຊາຊົນຂອງ
ສະຫະລັດ ແລະປະຊາຊົນຂອງໂລກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ