ກຳລັງທະຫານທີ່ຈົງຮັກພັກດີຕໍ່ລັດຖະບານທີ່ຖືກຮັບຮູ້ຈາກສາກົນຂອງລີເບຍໄດ້ກ່າວອ້າງວ່າ ພວກຕົນໄດ້ເຂົ້າຍຶດເອົາຫົວເມືອງຫລັກ ຢູ່ທາງໃຕ້ຂອງນະຄອນຫລວງຕຣີໂປລີ ຈາກລັດຖະບານທີ່ຕັ້ງຢູ່ໃນເຂດພາກຕາເວັນອອກຂອງປະເທດ ທີ່ເປັນສັດຕູກັນນັ້ນ.
ພວກເຈົ້າໜ້າທີ່ ທີ່ຢູ່ນຳລັດຖະບານ ສ້າງຄວາມປອງດອງຊາດ ຫລື National Accord ຂອງນາຍົກລັດຖະມົນຕີຟາເຢສ ອາລ-ຊາຣາຈ (Fayez al-Sarraj) ກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າໄດ້ຍຶດເອົາ ເມືອງກາຣຽນ (Gharyan) ໃນການບຸກໂຈມຕີແບບບໍ່ຄາດຝັນ ຈາກກຳລັງທີ່ຈົງຮັກພັກດີຕໍ່ທ່ານນາຍພົນຄາລີຟາ ຮັຟຕາ (Khalifa Haftar).
ທະຫານຂອງນາຍພົນ ຮັຟຕາ (Haftar) ໄດ້ຕັ້ງຫ້ອງການຫລາຍແຫ່ງຢູ່ໃນເມື່ອງດັ່ງກ່າວ ຊຶ່ງເປັນບ່ອນຕັ້ງໂຮງໝໍປະຈຳສະໜາມລົບ ແລະເປັນບ່ອນເຮືອບິນເຮລີຄອບເຕີ້ຈອດໄວ້ ເຊັ່ນກັນ.
ກອງກຳລັງທະຫານຂອງທ່ານ ຮັຟຕາ ເວົ້າວ່າ ມີການຕໍ່ສູ້ກັນ ຢູ່ໃນເມືອງກາຣຽນ (Gharyan) ແຕ່ກໍບໍ່ໄດ້ຍອມຮັບວ່າ ຕົນໄດ້ເສຍໄຊ ແຕ່ຢ່າງໃດ.
ການສູ້ລົບກັນລະຫວ່າງສອງກອງທັບ ມີຈຸດສຸມຢູ່ຄຸ້ມຊານເມືອງທາງພາກໃຕ້ຂອງນະຄອນຫລວງຕຣີໂປລີ (Tripoli) ມາໄດ້ຫລາຍເດືອນແລ້ວ ໂດຍທີ່ບໍ່ມີຝ່າຍໃດສາມາດບຸກຄືບໜ້າໄປໄກໄດ້ຫລາຍປານໃດ.
ແຕ່ວ່າ ການປະທະກັນໄດ້ຜັກດັນໃຫ້ພົນລະເຮືອນຫລາຍພັນຄົນ ຕ້ອງໄດ້ພັດພາກຈາກບ້ານເຮືອນຂອງຕົນໄປ ຫລືບໍ່ກໍໄດ້ໄປຫລົບຢູ່ບ່ອນຫລົບໄພຂອງລັດຖະບານ.