ຊາວລີເບຍ ພາກັນປ່ອນບັດລົງຄະແນນສຽງ ໃນວັນພຸດມື້ນີ້ ເພື່ອ
ເລືອກເອົາ ສະພາຊຸດໃໝ່ ໃນຂະນະທີ່ ປະເທດດັ່ງກ່າວ ຊອກຫາ
ຊ່ອງທາງເພື່ອຍຸດຕິຄວາມວຸ້ນວາຍທີ່ໄດ້ມີມາ ນັບຕັ້ງແຕ່ໄດ້ມີການ
ໂຄ່ນລົ້ມອະດີດຈອມຜະເດັດການ Moammar Gadhafi.
ຜູ້ສະມັກຫລາຍກວ່າ 1,600 ຄົນ ກຳລັງລົງແຂ່ງຂັນເອົາບ່ອນນັ່ງ
200 ບ່ອນຢູ່ໃນສະພາຊຸດໃໝ່ ຊຶ່ງກຳນົດຈະປະ 32 ບ່ອນນັ່ງໄວ້
ສຳລັບພວກຜູ້ຍິງ.
Your browser doesn’t support HTML5
LIBYA ELECTIONS VO
ບັນດາຜູ້ແທນສະພາຊຸດນີ້ ຈະໄປແທນສະມາຊິກສະພາ ທີ່ໄດ້
ຮັບເລືອກ ໃນປີ 2012 ແລະມີຫລາຍໆຄົນໄດ້ຖິ້ມໂທດໃສ່ບັນຫາ
ການຂາດສະຖຽນລະພາບ ທີ່ ຄ້າງຄາ ຮວມທັງການໂຕ້ຖຽງ ກ່ຽວ
ກັບການເລືອກເອົານາຍົກລັດຖະມົນຕີ ໃນເດືອນແລ້ວນີ້.
Your browser doesn’t support HTML5
CN-Against the Odds, Libyans To Elect New Parliament
ມີ 1 ລ້ານ 5 ແສນຄົນທີ່ມີສິດປ່ອນບັດໃນວັນພຸດມື້ນີ້ ແຕ່ວ່າພວກທີ່ຢູ່ພາກຕາເວັນອອກຂອງ
ປະເທດ ອາດຈະປະເຊີນໜ້າກັບຄວາມລໍາບາກ ໃນການໄປບ່ອນປ່ອນບັດ ເພາະວ່າຍັງມີຄວາມຮຸນແຮງເກີດຂຶ້ນຢູ່ຕໍ່ມາໃນຂົງເຂດດັ່ງກ່າວ.
ພວກທະຫານບ້ານທີ່ຊ່ວຍໂຄ່ນລົ້ມ ທ່ານ Gadhaffi ໃນປີ 2011 ຍັງຢູ່ໃນລີເບຍ ໂດຍພາ
ກັນເຂົ້າຄວບຄຸມເອົາພື້ນທີ່ຕ່າງໆ ແລະບາງກຸ່ມໄດ້ເຂົ້າຄວບຄຸມ ເອົາທ່າເຮືອທີ່ສຳຄັນ ເຮັດ
ໃຫ້ລີເບຍ ໄດ້ຮັບຄວາມເສຍຫາຍໃນຄວາມສາມາດສົ່ງນຳ້ມັນອອກໄປຂາຍຢູ່ຕ່າງປະເທດ.
ການເລືອກຕັ້ງ ຢູ່ ລີເບຍ