ພິທີອະພິເສກສົມລົດ ຂອງອົງມົງກຸດແຫ່ງ Luxembourg

ເຈົ້າຊາຍ Guillaume ຂອງ Luxembourg ແລະຂຸນນາງ Stephanie de Lannoy ຂອງປະເທດ Belgium ຈູບກັນ ຢູ່ລະບຽງຂອງພະຣາຊະວັງ ຫລັງພິທີອະພິເສກສົມລົດທີ່ Luxembourg ໃນວັນທີ 20 ຕຸລາ, 2012.

ຜູ້ຄົນໂບກມືສະແດງຄວາມຍິນດີນໍາເຈົ້າຊາຍ Guillaume ຂອງ Luxembourg ແລະພະມະເຫສີຂອງພະອົງ, ອົງຍິງ Stephanie de Lannoy ຢູ່ລະບຽງຂອງພະຣາຊະວັງ Grand Ducal ຫລັງພິທີອະພິເສກສົມລົດ ທີ່ຈັດຕາມພິທີທາງສາສະໜາ ໃນວັນທີ 20 ຕຸລາ, 2012.

ຈາກຊ້າຍຫາຂວາ: ເຈົ້າຊາຍ Guillaume (ຜູ້ທີ 4 ຂວາ) ແລະພະມະເຫສີຂອງພະອົງ, ອົງຍິງ Stephanie (ກາງ) ໂບກມືໃສ່ປວງຊົນ ຢູ່ລະບຽງຂອງພະຣາຊະວັງ Grand Ducal ກັບພະມານດາຂອງພະອົງ, Grand Duchess Maria Teresa ຂອງ Luxembourg (ທີ 3 ຂວາ) ແລະ ພະບິດາ, ເຈົ້າ Grand Duke Henri (ທີ 4 ຊ້າຍ) ຫລັງພິທີອະພິເສກສົມລົດຕາມພິທີທາງສາສະໜາ ໃນວັນທີ 20 ຕຸລາ, 2012.

ເຈົ້າຊາຍ Guillaume ຂອງ Luxembourg ແລະພະມະເຫສີຂອງພະອົງ, ເຈົ້າຍິງ Stephanie  ອອກຈາກພະວິຫານ  Notre-Dame Cathedral ຫລັງພິທີອະພິເສກສົມລົດຕາມພິທີທາງສາສະໜາ ໃນວັນທີ 20 ຕຸລາ, 2012.

ເດັກຍິງຄົນນຶ່ງ ໂບກທຸງໃນຂະນະທີ່ຊົມພິທີອະພິເສກສົມລົດໃນວີດິໂອ ທີ່ມົນທົນຂອງນະຄອນຫລວງ Luxembourg ໃນວັນທີ 20 ຕຸລາ, 2012.

ເຈົ້າຊາຍ Guillaume ໄດ້ມາເຖິງສະຖານທີ່ຈັດພິທີອະພິເສກສົມລົດ ກັບເຈົ້າຍິງ Grand Duchess Maria Teresa ພະມານດາຂອງພະອົງ ທີ່ຈັດຂຶ້ນໃນພະວິຫານ Notre-Dame Cathedral ໃນວັນທີ 20 ຕຸລາ, 2012.

ຂຸນນາງ Stephanie de Lannoy ມາເຖິງພິທີອະພິເສກສົມລົດກັບພະອານຸຊາຂອງອົງຍິງເຈົ້າ Jehan de Lannoy ເພື່ອເຂົ້າພິທີອະພິເສກສົມລົດຕາມປະເພນີທາງສາສະໜາ ກັບເຈົ້າຊາຍ Guillaume ຂອງ Luxembourg ທີ່ພະວິຫານ Notre-Dame Cathedral ໃນວັນທີ 20 ຕຸລາ, 2012.

ຂຸນນາງ Stephanie de Lannoy ເດີນທາງອອກຈາກພະຣາຊະວັງ Grand Ducal  ເພື່ອໄປເຂົ້າພິທີອະພິເສກສົມລົດຕາມປະເພນີທາງສາສະໜາ ກັບເຈົ້າຊາຍ Guillaume ຂອງ Luxembourg ທີ່ພະວິຫານ Notre-Dame Cathedral ໃນວັນທີ 20 ຕຸລາ, 2012.

ເຈົ້າຊາຍ Guillaume ຂອງ Luxembourg (ທີ 2 ຂວາ) ແລະມະເຫສີຂອງພະອົງ ຂຸນນາງ Stephanie de Lannoy ລົມກັບພວກຊາວເມືອງ ໃນຂະນະທີ່ອອກຈາກໂຮງການເມືອງຂອງນະຄອນ Luxembourg ຫລັງພິທີອະພິເສກສົມລົດທາງພົນລະເຮືອນ ຂອງພະອົງທັງສອງ ໃນວັນທີ 19 ຕຸລາ, 2012.

ເດັກນ້ອຍພາກັນຖືທຸງຊາດ Luxembourg ໃນຂະນະທີ່ລໍຖ້າເຈົ້າຊາຍ Guillaume ແລະຄູ່ໝັ້ນຂອງພະອົງ ຂຸນນາງ Stephanie de Lannoy ຢູ່ນອກໂຮງການເມືອງຂອງນະຄອນ Luxembourg ກ່ອນພິທີອະພິເສກສົມລົດທາງພົນລະເຮືອນຂອງພະອົງທັງສອງ ໃນວັນທີ 19 ຕຸລາ, 2012.

ເຈົ້າຊາຍ Guillaume ຂອງ Luxembourg ແລະຂຸນນາງ Stephanie ລໍຖ້າການເລີ້ມຕົ້ນ ພິທີອະພິເສກສົມລົດທາງພົນລະເຮືອນຂອງພະອົງທັງສອງ ຢູ່ໃນໂຮງການເມືອງຂອງນະຄອນ Luxembourg ທັງສອງ ໃນວັນທີ 19 ຕຸລາ, 2012.