ການຢຸດ ສູ້ລົບກັນ ຊົ່ວຄາວ ລະຫວ່າງ ກຸ່ມ IS ແລະ ກຸ່ມ SDF ອຳນວຍໃຫ້ ຄອບຄົວ ແລະ ພວກນັກລົບ ຍອມຈຳນົນ

ເດັກນ້ອຍຄົນນຶ່ງ ຢູ່ເທິງລົດບັນທຸກ ຫຼັງຈາກໄດ້ຖືກຊ່ອຍເຫຼືອ ອອກມາຈາກເຂດແດນທີ່ໝັ້ນແຫ່ງສຸດທ້າຍ ຂອງພວກຫົວຮຸນ ແຮງ ລັດອິສລາມ ຫຼື IS ຢູ່ນອກບ້ານ ບາກຸສ ຂອງຊີເຣຍ, ວັນທີ 4 ມີນາ 2019.

ພວກນັກລົບຂອງກຸ່ມລັດອິສລາມ ຫຼື IS ຫຼາຍຮ້ອຍຄົນ ແລະພວກສະມາຊິກຄອບຄົວ
ຂອງພວກເຂົາ ໄດ້ສວຍໂອກາດ ພາ​ກັນຫລົບໜີອອກຈາກ ບ້ານບາກຸ​ສ ທາງພາກຕາ
ເວັນອອກສຽງເໜືອຂອງຊີເຣຍ ໃນລະຫວ່າງທີ່ມີການຢຸດ ການສູ້ລົບກັນ ຢ່າງດຸເດືອດ
ໄລຍະຊົ່ວຄາວ ກັບກອງກຳລັງທີ່ໜຸນຫຼັງໂດຍສະຫະລັດ ທີ່ໄດ້ປິດລ້ອມທີ່​ໝັ້ນແຫ່ງ
ສຸດທ້າຍຂອງກຸ່ມກໍ່ການຮ້າຍດັ່ງກ່າວ ທີ່ໄດ້ປະກາດ ເປັນລັດອິສລາມ ຫຼື ຄາລີເຟຕ
(caliphate) ນັ້ນ.

ບັນດາເຈົ້າໜ້າທີ່ ທີ່ຕິດຕາມໄປກັບ ກອງກຳລັງປະຊາທິປະໄຕຊີເຣຍ ຫຼື SDF ກຸ່ມທະ
ຫານບ້ານຊາວເຄີດ ຫຼື YPG ແລະ ກຸ່ມສັງເກດການສິດທິມະນຸດ ໄດ້ໃຫ້​ການຢືນຢັນ
ເຖິງການຫລັ່ງໄຫລອອກຈາກເມືອງດັ່ງກາວ ເມື່ອແລງວັນຈັນ ວານນີ້ ຫາກແຕ່ວ່າ
ຈຳນວນຕົວເລກຂອງພວກນັກລົບ ແລະພົນລະເຮືອນນັ້ນ ແມ່ນແຕກຕ່າງກັນໄປ.

ລູກນ້ອຍແມ່ນຮ່ວມກັບກຸ່ມພວກຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍ ຢູ່ເທິງລົດບັນທຸກຄັນນຶ່ງ ຫຼັງຈາກ ໄດ້ຖືກຊ່ອຍເຫຼືອ ອອກມາຈາກເຂດແດນທີ່ໝັ້ນແຫ່ງສຸດທ້າຍ ຂອງພວກຫົວຮຸນແຮງລັດອິສລາມ ຫຼື IS ຢູ່ນອກບ້ານ ບາກຸສ ຂອງຊີເຣຍ, ວັນທີ 4 ມີນາ 2019.

ພ​ວກ​ນັກສັງເກດການ ທີ່ຕິດຕາມໄປກັບ ກຸ່ມສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີຫ້ອງ
ການຕັ້ງຢູ່ໃນນະຄອນລອນດອນ ໄດ້ກ່າວວ່າ ພວກນັກລົບກຸ່ມ IS ປະມານ 150 ຄົນ
ໄດ້ຍອມຈຳນົນ ຕໍ່ກຳລັງ SDF ອັນເປັນພາກສ່ວນນຶ່ງ ຂອງຈຳນວນປະມານ 400 ຄົນ
ທີ່ຍັງຫລົງເຫຼືອ ຢູ່ໃນບໍລິເວນ​ທີ່​ໝັ້ນດັ່ງກ່າວ ແລະກໍຫລຸດນ້ອຍລົງ​ໄປເລື້ອຍໆ ຊຶ່ງຕັ້ງ​ຢູ່
ແຄມຝັ່ງຂອງແມ່ນ້ຳຢູເຟຣ​ຕິ​ສ.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ໄດ້ກ່າວວ່າ ມາເຖິງຕອນເດິກຂອງວັນດຽວ ກັນນັ້ນ
ມີຫຼາຍເຖິງ 1,200 ຄົນ ໄດ້ພາກັນໜີອອກໄປແລ້ວ.

ໂຄສົກຂອງກອງກຳລັງ SDF ທ່ານ ມຸສຕາຟາ ບາລີ ໄດ້ລະບຸຈຳນວນຕົວເລກທັງໝົດ
ຂອງພວກຄົນດັ່ງກ່າວ ຜູ້ທີ່ໄດ້ຫລົບໜີອອກໄປຈາກເມືອງບາກຸ​ສ ນັບຕັ້ງ ແຕ່ໄດ້ມີການ
ຢຸດສູ້ລົບກັນຊົ່ວຄາວ ມີຢູ່ປະມານ 3,000 ຄົນ ໂດຍໄດ້ຂຽນລົງໃນທວີດເຕີວ່າ ພວກນັກ
ລົບຂອງກຸ່ມ IS ແລະພວກພົນລະເຮືອນຈຸທຳອິດ ໄດ້ຫຼົບ ໜີອອກໄປພາຍໃຕ້ຄວາມໝືດ
ທີ່ປົກຄຸມໃນເວລານັ້ນ.

ເຈົ້າໜ້າທີ່ຄົນນຶ່ງ ທີ່ຕິດຕາມໄປກັບກຸ່ມທະຫານບ້ານຊາວ​ເຄີດ YPG ທີ່ໄດ້ຮັບການສະ
ໜັບສະໜຸນ ໂດຍກຳລັງສະຫະລັດ ຢູ່ໃນເມືອງບາກຸ​ສ ໄດ້ບອກວີໂອເອ ວ່າ ພວກນັກລົບ
ແລະສະມາຊິກຄອບຄົວຂອງພວກເຂົາ ຫຼາຍໆຄົນແມ່ນມາຈາກບັນດາປະເທດ ໃນເຂດ
ເອເຊຍກາງ ເຊັ່ນວ່າ ເຕີກເມນິສຖານ ຕາຈິກກິສຖານ ແລະ ອຸສເບັກກິສຖານ. ແຕ່ເຈົ້າ
ໜ້າທີ່ ທ່ານນີ້ ໄດ້ກ່າວວ່າ ທ່ານບໍ່ຮູ້ຈັກວ່າ ມີພວກນັກລົບ ຫຼືພົນລະເຮືອນ ອີກຫຼາຍປານ
ໃດ ທີ່ຍັງຫລົບລີ້ຢູ່ໃນອຸໂມງໃຕ້ດິນ ໃນບ້ານດັ່ງກ່າວນັ້ນ.

ກອງກຳ​ລັງ SDF ແລະບັນດາເຈົ້າກຳລັງປະສົມ ໄດ້ບັນລະຍາຍ ເຖິງລະບົບອຸໂມງ ຊຶ່ງ
ອາດຍາວຍຽດອອກໄປ ໄກຫຼາຍກວ່າ 2 ກິໂລແມັດ ອັນເປັນລະບົບທີ່ ສະລັບສັບຊ້ອນ
ຊຶ່ງຫຼາຍໆພາກສ່ວນຂອງອຸໂມງນັ້ນ ອາດຖືກວາງລະເບີດ ແລະ ກັບດັກຕ່າງໆ ໃນຂະ
ນະທີ່ ຈຳນວນຂອງພວກນັກລົບ IS ແມ່ນພວມຫລຸດນ້ອຍຖອຍລົງ ຈຶ່ງໄດ້ພາກັນພະຍາ
ຍາມຕໍ່ສູ້ເປັນຄັ້ງສຸດທ້າຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ