ຈໍານວນຜູ້ລົງຄະແນນສຽງມີໜ້ອຍລົງ ຢູ່ທີ່ການເລືອກຕັ້ງສະພາເຂດຂອງຮົງກົງໃນວັນອາທິດວານນີ້, ເຊິ່ງເປັນຄັ້ງທຳອິດ ນັບຕັ້ງແຕ່ມີການປັບປຸງລະບົບການເລືອກຕັ້ງເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະ ຄວບຄຸມຄືນໃໝ່ ໃນປີນີ້ ລຸນຫລັງການປະທ້ວງຕໍ່ຕ້ານລັດຖະບານແລະປະຊາທິປະໄຕທີ່ໄດ້ມີຂຶ້ນຢ່າງ ກວ້າງຂວາງໃນປີ 2019.
ບັນດາຜູ້ລົງຄະແນນສຽງອາດບໍ່ພໍໃຈ ຫຼື ຕໍ່ຕ້ານການເລືອກຕັ້ງ, ເຊິ່ງບາງຄົນເຫັນວ່າ ເປັນການຫັນຫຼັງໃຫ້ປະຊາທິປະໄຕຂອງເມືອງດັ່ງກ່າວ.
ເມື່ອເວລາສະຖານທີ່ປ່ອນບັດປິດລົງ, ອັດຕາຜູ້ໄປປ່ອນບັດມີປະມານ 27.5 ເປີເຊັນ, ໂດຍຕ່ຳກວ່າການເລືອກຕັ້ງສະມາຊິກສະພາຂັ້ນເມືອງຄັ້ງສຸດທ້າຍ ໃນປີ 2019, ເຊິ່ງເຫັນວ່າ ມີຜູ້ໄປປ່ອນບັດສູງເປັນປະຫວັດການຮອດ 71 ເປີເຊັນ ເມື່ອສະຖານທີ່ປ່ອນບັດໄດ້ປິດລົງ ໃນເວລາກາງຄືນ.
ຜູ້ມີສິດລົງຄະແນນສຽງ ເດີນທາງມາຮອດສະຖານທີ່ປ່ອນບັດເລືອກຕັ້ງ ເພື່ອປ່ອນບັດຂອງພວກເຂົາເຈົ້າ ໃນລະຫວ່າງການເງືອກຕັ້ງສະພາເຂດ ຢູ່ໃນຮົງກົງ, ວັນທີ 10 ທັນວາ 2023.
ພາຍໃຕ້ກົດລະບຽບຂອງການເລືອກຕັ້ງໃໝ່, ຈຳນວນຜູ້ແທນເລືອກຕັ້ງໂດຍກົງໃນ 18 ເຂດຂອງຮົງກົງ ໄດ້ຫຼຸດລົງຈາກຈໍານວນເກືອບທັງໝົດມາເປັນພຽງແຕ່ 88.20 ເປີເຊັນ ຂອງຈຳນວນເກືອບທັງໝົດ 470 ຄົນ. ບ່ອນນັ່ງທີ່ຍັງເຫຼືອ ແມ່ນໄດ້ຮັບການແຕ່ງຕັ້ງໂດຍຜູ້ບໍລິຫານໃຫຍ່ຂອງຮົງກົງ, ເຊິ່ງໄດ້ຮັບການເລືອກຕັ້ງໂດຍລັດຖະບານປັກກິ່ງ ຫຼື ຖືກເລືອກໂດຍຄະນະເລືອກຕັ້ງ ທີ່ໄດ້ຮັບການແຕ່ງຕັ້ງໂດຍລັດຖະບານ.
ຜູ້ສະໝັກລົງແຂ່ງຂັນຍັງຕ້ອງພິສູດວ່າພວກເຂົາເຈົ້າເປັນ "ຜູ້ຮັກຊາດ" ແລະຕ້ອງໄດ້ຮັບການແຕ່ງຕັ້ງ ໂດຍຄະນະກຳມະການທີ່ແຕ່ງຕັ້ງໂດຍລັດຖະບານ.