ລະເບີດແຕກ ໃນນະຄອນ ນິວຢອກ ແມ່ນການ ກະທຳ ໂດຍເຈຕະນາ

Your browser doesn’t support HTML5

ບັນດາເຈົ້າໜ້າທີ່ ນິວຢັອກ ກ່າວວ່າ ເຫດລະເບີດແຕກທີ່ເກີດຂຶ້ນໃນຄຸ້ມ Manhattan ໃນ ຕອນຄ່ຳຂອງວັນເສົາວານນີ້ແມ່ນ “ການກະທຳໂດຍເຈຕະນາ.”

ບັນດາເຈົ້າໜ້າທີ່ກ່າວວ່າ ເຫດລະເບີດດັ່ງກ່າວບໍ່ໄດ້ເຮັດໃຫ້ໃຜເສຍຊີວິດ, ແຕ່ໄດ້ເຮັດໃຫ້ ປະຊາຊົນ 29 ຄົນໄດ້ຮັບບາດເຈັບ.

ເຈົ້າຄອງນະຄອນ ນິວຢອກ ກ່າວວ່າ ບໍ່ມີພວກກໍ່ການຮ້າຍກຸ່ມໃດມີສ່ວນຮ່ວມໃນການ ລະເບີດຄັ້ງນີ້.

ໃນຫຼາຍຊ່ວງຕຶກຫ່າງອອກໄປຈາກຈຸດເກີດເຫດ ໃນຕອນເຊົ້າວັນອາທິດມື້ນີ້, ຕຳຫຼວດ ໄດ້ສືບສວນສອບສວນໃນສິ່ງທີ່ປະກົດວ່າຈະເປັນວັດຖຸລະເບີດອີກລູກໜຶ່ງ.

ເຫດການດັ່ງກ່າວໄດ້ເກີດຂຶ້ນພຽງບໍ່ເທົ່າໃດມື້ ກ່ອນກອງປະຊຸມສະມັດຊາໃຫຍ່ ສະຫະ ປະຊາຊາດ ຈະມີຂຶ້ນໃນນະຄອນ ນິວຢອກ.

29 Injured in New York Blast