ຕຳຫຼວດ ອັງກິດ ຈັບຜູ້ຕ້ອງສົງໄສ ຄົນທີສອງ ໃນການ ວາງລະເບີດຢູ່ ລອນດອນ

ຜູ້ໂດຍສານຄົນນຶ່ງຍ່າງຢູ່ເທິງທາງຍ່າງໃນສະຖານີລົດໄຟໃຕ້ດິນ Parsons Green ຫຼັງຈາກມັນໄດ້ຖືກເປີດໃຊ້ຄືນ. 16 ກັນຍາ, 2017.

ຕຳຫຼວດ ອັງກິດ ກ່າວວ່າ ເຂົາເຈົ້າໄດ້ຈັບກຸມຜູ້ຕ້ອງສົງໄສຄົນທີສອງທີ່ເຊື່ອມໂຍງກັບ
ການວາງລະເບີດໃນລົດໄຟໃຕ້ດິນໃນນະຄອນຫຼວງ ລອນດອນ.

ຕຳຫຼວດໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ເຂົາເຈົ້າໄດ້ຈັບກຸມຜູ້ຊາຍອາຍຸ 21 ປີ
ຄົນນຶ່ງ ໃນເມືອງ Hounslow ຕັ້ງຢູ່ເຂດນອກ ກໍ້າຕາເວັນຕົກ ຂອງນະຄອນຫຼວງ
ລອນດອນ, ເຊິ່ງເປັນເຂດຂອງສະໜາມບິນ Heathrow ຂອງ ລອນດອນ ກ່ອນທ່ຽງຄືນ
ຂອງວັນເສົາວານນີ້. ລາວໄດ້ຖືກຈັບກຸມພາຍໃຕ້ກົດໝາຍວ່າດ້ວຍລັດທິກໍ່ການຮ້າຍຂອງ ອັງກິດ.

ໃນຕອນເຊົ້າຂອງວັນເສົາວານນີ້, ຜູ້ຕ້ອງສົງໄສອີກຄົນນຶ່ງ, ເປັນຜູ້ຊາຍອາຍຸ 18 ປີໄດ້
ຖືກຈັບກຸມ ຢູ່ເຂດທ່າເຮືອຂອງເມືອງ Dover, ເປັນທ່າກຳປັ່ນທີ່ເດີນທາງລະຫວ່າງປະ
ເທດ ອັງກິດ ກັບ ຝຣັ່ງ.

Your browser doesn’t support HTML5

Scotland Yard Official: 121 Witnesses to Attack Identified

ຮອງຜູ້ຊ່ວຍຕຳຫຼວດອາວຸໂສ ທ່ານ Neil Basu ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ
ໃນວັນເສົາວານນີ້ວ່າ “ລາວໄດ້ຖືກຈັບກຸມ ໃນຂໍ້ ສົງໄສ ກ່ຽວກັບ ການມີສ່ວນຮ່ວມໃນ
ການກະທຳຜິດ, ການກະກຽມ ຫຼື ການຍຸແຍ່ສົ່ງເສີມການກະທຳຂອງລັດທິກໍ່ການຮ້າຍ.”

ທ່ານ Basu ກ່າວວ່າ ການຈັບກຸມຄັ້ງທຳອິດແມ່ນ “ສຳຄັນ.” ລຸນຫຼັງການຈັບກຸມນັ້ນ, ຕຳ
ຫຼວດໄດ້ຍົກຍ້າຍຄົນອອກຈາກທ່າເຮືອ Dover ແລະ ຊຸມຊົນເຂດນອກນະຄອນຫຼວງ
ລອນດອນ ໃນຂະນະທີ່ເຂົາເຈົ້າທຳການກວດຄົ້ນເຮືອນທີ່ຢູ່ໃກ້ຄຽງ.

ປະຊາຊົນຂອງຊຸມຊົນ Sunbury ກ່າວວ່າ ເຮືອນທີ່ຖືກກວດຄົ້ນ ແມ່ນມີຜູ້ເຖົ້າສອງຄົນ
ອາໄສຢູ່, ຊື່ວ່າ Penelope ແລະ Ronald Jones ຜູ້ທີ່ໄດ້ເບິ່ງແຍງເດັກນ້ອຍເປັນເວ
ລາຫຼາຍທົດສະວັດແລ້ວ. ລາຊິນີ Elizabeth ໄດ້ມອບກຽດຕິຍົດໃຫ້ເຂົາເຈົ້າ ສຳລັບຜົນ
ງານຂອງເຂົາເຈົ້າໃນປີ 2010.

ທ່ານ Basu ກ່າວວ່າ “ສິ່ງຂອງຫຼາຍຢ່າງ” ແມ່ນໄດ້ຖືກກອບກູ້ໄປຈາກທ່າເຮືອ Dover,
ໂດຍບໍ່ໄດ້ໃຫ້ຂໍ້ມູນຫຍັງເພີ່ມເຕີມ.

ນອກນັ້ນ ທ່ານ Basu ຍັງໄດ້ກ່າວວ່າ ບັນດານັກສືບສວນສອບສວນໄດ້ລະມັດລະວັງ
ແລະ “ລໍຖ້າ” ວ່າ ມັນມີຫຼາຍກວ່າຄົນນຶ່ງ ທີ່ມີສ່ວນຮ່ວມໃນການໂຈມຕີນີ້ ຫຼືບໍ່.

ທ່ານໄດ້ກ່າວເພີ່ມເຕີມວ່າ “ພວກເຮົາ ຍັງຈະດຳເນີນການສືບສວນຫຼາຍຄັ້ງ ແລະ ຢ່າງ
ວ່ອງໄວ.”
ທ່ານ Basu ໄດ້ກ່າວວ່າ “ບູລິມະສິດຂອງພວກເຮົາ, ແມ່ນເພື່ອລະບຸ ແລະ
ຫາທີ່ຕັ້ງຂອງຜູ້ຕ້ອງສົງໄສຄົນອື່ນໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Police Manhunt Following Terror Attack on London Underground