ນາຍົກ May ແຫ່ງອັງກິດ ປະນາມ ການໂຈມຕີ ຕໍ່ຊາວມຸສລິມ

ຕູບຜ້າຕັ້ງແລະຕຳຫຼວດ ທີ່ເຫັນໃນຖະໜົນ Seven Sisters ເບິ່ງເຂົ້າໄປໃນໂບດ Finsbury Park ຫຼັງຈາກທີ່ລົດຕູ້ ໄດ້ແລ່ນຢຽບຜູ້ຄົນ ທາງພາກເໜືອຂອງລອນດອນ, 19 ມິຸຖນາ, 2017.

ລົດ​ຕູ້ຄັນ​ນຶ່ງ​ໄດ້​ຕຳ​ກັບ​ພວກ​ຜູ້​ຄົນ​ຍ່າງ​ຂ້າມ​ຖະໜົນ ຢູ່ນອກວັດ​ສາສະໜາ​ອິສລາມທີ່
ນະຄອນ​ລອນ​ດອນປະ​ເທດອັງກິດ ​ໃນ​ເຊົ້າ​ວັນ​ຈັນວານ​ນີ້ ເຮັດ​ໃຫ້​ມີ 10 ​ໄດ້​ຮັບ​ບາດ​ເຈັບ
ຊຶ່ງ​ນາຍົກ ລັດຖະມົນຕີ ທ່ານ​ນາງ Theresa May ​ໄດ້ເອີ້ນ​ການກະທຳ​ນີ້​ວ່າ ​“ເປັນ​ການ
​ໂຈມ​ຕີກໍ່​ການ​ຮ້າຍ ທີ່​ປ່າ​ເຖື່ອນ ຕໍ່​ຊາວ​ມຸສລິ​ມ.”

ລົດ​ຕູ້​ທີ່​ວ່າ​ນີ້ ​ແມ່ນ​ແລ່ນ​ພຸ່ງ​ໃສ່​ຜູ້​ຄົນ ບໍ່​ດົນ​ຫຼັງ​ຈາກ​ທີ່​ພວກ​ເຂົາ​ເຈົ້າ ​ໄດ້​ກັບ​ອອກ​ມາ​ຈາ​ກ
ການ​ພາວະນາ ​ໃນ​ຕອນ​ກາງຄືນ​ ​ທີ່​ວັດ​ມຸສລິ​ມ Welfare House ​ແລະ​ໃກ້ໆ​ກັບ​ວັດ
Finsbury Park ທາງ​ພາກ​ເໜືອ​ຂອງ​ນະຄອນ​ລອນ​ດອນ ຊຶ່ງ​ເປັນ​ນຶ່ງ​ຂອງວັດ​ອິສລາມ
ທີ່ີ​ໃຫຍ່ທີ່​ສຸດ ​ໃນ​ອັງກິດ.

ມີ​ຜູ້​ເສຍ​ຊີວິດ​ຄາ​ທີ່ນຶ່ງ​ຄົນ ​ແຕ່​ຍັງບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ລາວ​ເສຍ​ຊີວິດ​
ຍ້ອນ​ສາ​ເຫດຈາກ​ການ​ໂຈມ​ຕີ​ຫລື​ຈາກ​ສິ່ງ​ອື່ນ​ກັນ​ແທ້.

ຕຳຫຼວດ​ຈະ​ຊັ່ງຊາ​ເບິ່ງເລື່ອງຄວາມ​ປອດ​ໄພ ​ຕໍ່​ວັດ​ດັ່ງກ່າວ ​ແລະ​ໃຫ້ການ​ຊ່ອຍ​ເຫຼືອ​ທີ່​
ຈຳ​ເປັນ ກ່ອນ​ໜ້າການ​ສະຫຼອງ ທີ່​ເປັນ​ສັນຍາ​ລັກ​ຂອງ​ການ​ສິ້ນ​ສຸດ​ລົງ​ຂອງ​ເດືອນ​ສັກສິດ Ramadan ຊຶ່ງທ່ານ​ນາງ May ​ໄດ້​ກ່າວ​ປະກາດ​ອອກ​ໄປ​ນັ້ນ.

ໂບດສາສະໜາອິສລາມ Finsbury Park, London

“ນີ້​ແມ່ນ​ການ​ໂຈມ​ຕີ ຕໍ່ຊາວ​ມຸສລິ​ມ ຊຶ່ງ​ໃກ້ໆ​ກັບ​ສະຖານ​ທີ່​ທາງ​ສະສະ​ໜາ​ທີ່​ພວກ​ເຂົາ
​ເຈົ້າໄປ​ສັກກາລະ​ນັ້ນ,”
ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ນາງ May ທີ່​ກ່າວ​ຕໍ່​ປະຊາຊົນ
ຜ່ານ​ທາງ​ໂທ ລະພາບ ​ແລະ​ທ່ານ​ນາງ​ຍັງ​ກ່າວ​ຕື່ມ​ວ່າ “​ແລະຄື​ກັນ​ກັບ​ການ​ກໍ່​ການ​ຮ້າຍ
ອື່ນໆ, ​ບໍ່​ວ່າ​ໃນ​ຮູບໃດ​ກໍ​ຕາມ​ແຕ່, ມັນ​ມີ​ຈຸດປະສົງ​ແບບ​ດຽວ​ກັນ. ມັນ​ຕ້ອງການ​ທີ່​
ຈະ​ແບ່ງ​ແຍກ​ພວກ​ເຮົາອອກ​ຈາກ​ກັນ ​ແລະ​ທຳລາຍ​ສາຍ​ພົວພັນ​ອັນໝັ້ນຄົງ ຄວາມ
ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ແລະປະຊາຊົນ ທີ່​ມີ​ຮ່ວມ​ກັນ​ໃນ​ປະ​ເທດ​ນີ້. ພວກ​ເຮົາ​ຈະ​ບໍ່​
ເຮັດ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ.”

​ເຈົ້າ​ຄອງ​ນະຄອນ​ລອນ​ດອນ ທ່ານ Sadiq Khan ​ໄດ້​ເອີ້ນ​ເຫດ​ຮ້າຍ​ດັ່ງກ່າວ​ວ່າ
“ນີ້​ແມ່ນການ​ກໍ່​ການ​ຮ້າຍ​ທີ່​ໂຫ​ດຮ້າຍ​ປ່າ​ເຖື່ອນ ຕໍ່​ປະ​ເທດ​ຂອງ​ພວກ​ເຮົາ.”

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕົນ​ໄດ້​ຈັບ​ກຸມ​ຄົນ​ຂັບ​ລົດ​ຕູ້ ​ໄວ 48 ປີ ຜູ້​ຊຶ່ງ​ໄດ້​ຖືກ​ຄຸ​ມຕົວ
ໂດຍປະຊາຊົນໃນ​ບ່ອນ​ທີ່​ເກີດ​ເຫດ.

ຮອງ​ຜູ້​ບັນຊາ​ການຕຳຫຼວດ ທ່ານ Neil Basu ທີ່​ເປັນ​ຜູ້ປະ​ງານ​ຂັ້ນ​ອາວຸ​ໂສ ​ໃນການ​ກໍ່​
ການ​ຮ້າຍ ​ໄດ້​ກ່າວ​ວ່າ ​ເບິ່ງ​ຄື​ວ່າ ຄົນ​ຂັບ​ທີ່​ວ່າ​ນີ້ ​ໄດ້​ກະທຳ​ຜູ້ດຽວ​ຕາມ​ລຳພັງ. ທ່ານ​ໄດ້​
ກ່າວ​ສັນລະ​ເສີນ​ພວກ​ທີ່​ຈັບ​ກຸມ​ຊາຍ​ຄົນ​ນີ້​ໄວ້ ​ໂດຍ​ເອີ້ນ​ວ່າ ​ເປັນ​ທີ່​ໜ້າ​ຍົກຍ້ອງ.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຕຳຫຼວດ ລາດຕະເວັນ ທີ່ຖະໜົນ Fonthillໃກ້ໆກັບສະຖານີ Finsbury Park ຫຼັງຈາກເຫດລົດຕູ້ແລ່ນຕຳຜູ້ຄົນ ໃນພາກເໜືອຂອງລອນດອນ, 19 ມິຖຸນາ , 2017.