ທ່ານ Khan ເປັນມຸສລິມ ຜູ້ທຳອິດ ທີ່ຖືກເລືອກ ເປັນເຈົ້າຄອງ ລອນດອນ

ທ່ານ Sadiq Khan ຜູ້ສະໝັກພັກແຮງງານ ກ່າວຕໍ່ໜ້າ ທ່ານ Zac Goldsmith ຜູ້ສະໝັກພັກນິຍົມແນວທາງເດີມ ທີ່ນະຄອນຫລວງລອນດອນ ປະເທດອັງກິດ.

​ທ່ານ Sadiq Khan ທີ່ສັງກັດ​ພັກ​ແຮງ​ງານຂອງ​ອັງກິດ ​ກາຍ​ເປັນຊາວ​ມຸສລິ​ມ ຄົນ​ທຳ​ອິດ ໄດ້​ຖືກ​ເລືອກ ​ໃຫ້ເປັນ​ເຈົ້າ​ຄອງ​ນະ​ຄອນຫຼວງ ທີ່​ສຳຄັນ​ຂອງ​ປະ​ເທດ ຕາ​ເວັນ​ຕົກ ຫລັງ ​ຈາກ​ໄດ້ຊະນະ​ຄູ່​ແຂ່ງຂັນ ຈາກ​ພັກ​ນິຍົມ​ແນວ​ທາງ​ເດີມ ທ່ານ Zac Goldsmith ​ໃນ​ການ​ ໂຄສະນາ​ຫາ​ສຽງ​ທີ່​ດຸ​ເດືອດ ເພື່ອເປັນ​ເຈົ້າ​ຄອງ​ນະ ຄອນຫລວງ​ລອນ​ດອນ.

ຜົນ​ການ​ເລືອກ​ຕັ້ງທີ່​ໄດ້​ປະກາດ​ໃນ​ແລງ​ວັນ​ສຸກ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ຊາວ​ນະຄອນ ລອນ​ດອນ​ ໄດ້​ລົງ​ຄະ​ແນນ​ສຽງເລືອກ​ເອົາ ທ່ານ Khan ອາຍຸ 45 ປີ​ ​ເຂົ້າຮັບ​ຕຳ​ແໜ່​ງໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ທັງ​ໝົດ 57 ​ເປີ​ເຊັນ ​ແລະ​ທ່ານ Goldsmith ​ໄດ້ຮັບ 43 ​ເປີ​ເຊັນ.

​ໃນການ​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​ເຈົ້າ​ຄອງ​ນະຄອນຫລວງ​ອັງກິດ ທ່ານ Khan ​ໄດ້ເຮັດ​ໃຫ້ ການ​ປົກຄອງຂອງ​ພັກ​ນິຍົມແນວທາງ​ເດີມ ​ເປັນ​ເວລາ 8 ປີ ສິ້ນສຸດ​ລົງ. ລະ​ຫວ່າງການ ​ກ່າວ​ຄຳ​ປາ​ໄສຮັບ​ໜ້າ​ທີ່ນັ້ນ ທ່ານ Khan ​ໄດ້​ກ່າວ​ເຖິງ​ຮາກ​ເຫງົ້າ​ຄວາມ​ເປັນ​ມາຂອງ​ທ່ານ ທີ່​ເຕີບ​ໃຫຍ່​ຢູ່​ໃນ​ເຮືອນ​ຫລວງ​ ​ແລະ​ກ່າວ​ວ່າ​ທ່ານ “ບໍ່​ຄິດ​ບໍ່​ຝັນ” ຄົນ​ຄື​ດັ່ງ​ທ່ານຈະ​ສາມາດ ໄດ້​ຮັບເລືອກເປັນ​ເຈົ້າຄອງ​ນະຄອນຫລວງ​ລອນ​ດອນ.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຕ້ອງການ​ຢາກ​ໃຫ້​ຊາວ​ລອນ​ດອນ​ແຕ່ລະຄົນມີ​ໂອກາດ ​ໄດ້​ຮັບ ​ໃນ​ສິ່ງ​ທີ່​ນະຄອນຫຼວງຂອງ​ພວກ​ເຮົາ ​ໄດ້​ມອບ​ໃຫ້​ຂ້າພະ​ເຈົ້າ ​ແລະ​ຄອບ ຄົວຂ້າພະ​ເຈົ້າ. ​ໂອກາດນັ້ນ​ບໍ່ແມ່ນພຽງ​ແຕ່ມີ​ຊີວິດ​ຢູ່​ລອດ​ ​ແຕ່ຈະ​ເລີ​ນຮຸ່ງ​ເຮື​ອງ ດ້ວຍ.”

ບັນດາ​ເຈົ້າ​ຄອງ​ນະຄອນ​ຕ່າງໆ​ຢູ່​ໃນ​ທົ່ວ​ໂລກພາກັນສົ່ງ Twitter ​ເພື່ອ​ສະ​ແດງ​ຄວາມ​ຍິນ​ ດີ​ຕໍ່​ທ່ານ Khan ​ໃນ​ການໄດ້​ຮັບໄຊຊະນະ​ຂອງ​ທ່ານ.

​ເຈົ້າຄອງ​ນະຄອນ​ນິວ​ຢອກ ທ່ານ Bill de Blasio ກ່າວ​ວ່າ ທ່ານຈະ “​ມີໂອ ກາດ​ໄດ້​ປະຕິ ບັດ​ງານ​ຮ່ວມ​ກັນ.”

​ເຈົ້າ​ຄອງ​ນະຄອນຫລວງ​ປາຣີ ທ່ານນາງ Anna Hidalgo ກ່າວ​ວ່າ “ຄວາ​ມມີ​ມະ​ນຸດ​ສະ​ ທຳ ຄວາມກ້າ​ວໜ້າ ຂອງທ່ານ Khan ຈະ​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ຊາວລອນ​ດອນ.”

​ການ​ໄດ້​ຮັບໄຊຊະນະໃນການ​ເລືອກ​ຕັ້ງ​ເຈົ້າຄອງ​ນະຄອນດັ່ງກ່າວ ​ໄດ້ໃຫ້​ຄວາ​ມ ຫວັງ​ແກ່ ​ພັກ​ແຮງ​ງານ ຫລັງ​ຈາກ​ໄດ້ສູນ​ເສຍ​ການ​ເລືອກ​ຕັ້ງຢູ່ໃນ​ທ້ອງ​ຖິ່ນ ​ແລະ​ຂົງ​ເຂດ​ໃນ​ທົ່ວປະ ​ເທດ​ອັງກິດ ​ໃນ “ວັນ​ພະຫັດ​ທີ່​ຍິ່ງໃຫຍ່” ​ເວລາຊາວ​ອັງກິດ 45 ລ້ານມີ​ສິດ​ພາກັນ​ໄປ​ປ່ອນ ​ບັດນັ້ນ.

Your browser doesn’t support HTML5

London Election

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ