ຄັ້ງນຶ່ງເຄີຍຖືກໃຊ້ໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ແຕ່ດຽວນີ້ປະຊາ ຊົນທົ່ວໄປ ແມ່ນສາມາດເຂົ້າຫາເພື່ອນຳໃຊ້ກ້ອງຕິດໂຕຊະນິດນີ້ ທີ່ມີຂະໜາດ ນ້ອຍ, ລາຄາຖືກ ເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ສືກປອດໄພ ໃນຂະນະທີ່ຢູ່ໃນສະ ຖານະການອັນຕະລາຍ. ທ່ານນາງ ຈູລີ ເທບໍ ຈະນຳພວກເຮົາໄປເບິ່ງວ່າ ມັນໃຊ້ງານແນວໃດ ໃນລາຍການ LogOn ຂອງອາທິດນີ້ ເຊິ່ງ ທິບສຸດາ ຈະນຳລາຍລະອຽດມາສະເໜີທ່ານ.
Your browser doesn’t support HTML5
ກ້ອງຕິດໂຕຂະໜາດນ້ອຍ ທີ່ຖືກອອກແບບມາ ເພື່ອຕໍ່ຕ້ານ ການກໍ່ເຫດອາດຊະຍາກຳ
Story: ກະຊວງຍຸດຕິທຳຂອງສະຫະລັດ ເວົ້າວ່າກ້ອງທີ່ຕິດໃສ່ຮ່າງກາຍແມ່ນມັກຈະຖືກໃຊ້ໂດຍເຈົ້າໜ້າບັງຄັບໃຊ້ກົດໝາຍເພື່ອປັບປຸງດ້ານຄວາມປອດໄພໃຫ້ ແກ່ເຈົ້າໜ້າທີ່ຕຳຫຼວດ ແລະ ບັນທືກຫຼັກຖານທີ່ມີຄຸນະພາບສູງ. ແຕ່ປັດຈຸບັນປະຊາຊົນທຳມະດາກໍສາມາດນຳໃຊ້ອຸປະກອນຂະໜາດນ້ອຍແບບນັ້ນ ທີ່ມີລາຄາຖືກກວ່າ ເພື່ອປົກປ້ອງຄວາມປອດໄພຂອງພວກເຂົາເຈົ້າ.
ອີກຕົວຢ່າງໜື່ງ ແມ່ນກ້ອງ PhoneCam, ເຊິ່ງແມ່ນກ້ອງຕິດຕົວຂະໜາດນ້ອຍທີ່ທຳງານໂດຍປັນຍາປະດິດ ແລະ ຖືກຂະໜານນາມວ່າ ເປັນເພື່ອນດ້ານ ຄວາມປອດໄພທີ່ດີທີ່ສຸດ.
ອຸປະກອບດັ່ງກ່າວສາມາດຕິດຕັ້ງຢ່າງງ່າຍດາຍໃສ່ເສື້ອຜ້າ ແລະ ເປີດໃຊ້ງານເວລາໃດກໍໄດ້ທີ່ຜູ້ໃຊ້ຄິດວ່າ ມີໄພອັນຕະລາຍ.
ທ່ານ ວາວເຕີ້ ໂຄນິງສ໌ (Wouter Konings) ຜູ້ບໍລິຫານໃຫຍ່ ແລະ ຜູ້ກໍ່ຕັ້ງບໍລິສັດກ້ອງ PhoneCam ກ່າວວ່າ
“ຄົນຂັບລົດເມຫຼາຍຄົນ, ຍົກຕົວຢ່າງ, ຫຼື ປະຊາຊົນຄົນອື່ນໆ ທີ່ໄດ້ປະເຊີນກັບ ການຮາວີລົບກວນ, ພວກເຂົາບໍ່ມີກ້ອງພົກພາຕິດຕົວເພາະມັນມີລາຄາແພງ ແລະ ລະບົບການຕິດຕັ້ງຂອງກ້ອງກໍມີຄວາມຫຍຸ້ງຍາກສັບສົນ ສຳລັບພວກເຂົາ ເຈົ້າ. ດັ່ງນັ້ນ, ສິ່ງທີ່ພວກເຮົາເຮັດກໍຄືຫຼຸດຜ່ອນຄວາມຫຍຸ້ງຍາກສັບສົນນັ້ນ”.
ກ້ອງ PhoneCam ມາພ້ອມກັບ ແອັບຟີເຄຊັນ ຊຶ່ງອະນຸຍາດໃຫ້ຜູ້ໃຊ້ເລີ່ມອັດວິດີໂອສົດດ້ວຍການກົດປຸ່ມບາດດຽວຂະນະທີ່ເຂົາເຈົ້າຮູ້ສຶກເຖິງໄພອັນຕະລາຍ. ຖ້າຫາກສະຖານະການຮຸນແຮງຂຶ້ນ, ພວກເຂົາສາມາດກົດປຸ່ມດັ່ງກ່າວເປັນຄັ້ງທີສອງ ເພື່ອສົ່ງສັນຍານເຕືອນ ໄປຍັງຜູ້ຕິດຕໍ່ສຸກເສີນທີ່ໄດ້ກຳນົດໄວ້.
ທ່ານ ວາວເຕີ້ ໂຄນິງສ໌ Wouter Koning ເວົ້າຕື່ມວ່າ: (ສຽງຂອງທ່ານ ວາວເຕີ້)........
“ພວກເຮົາກຳລັງນຳໃຊ້ຄວາມທັນສະໄໝດ້ານເຕັກໂນໂລຈີ ຂອງໂທລະສັບມືຖືເຈົ້າ ແລະ ສະນັ້ນພວກເຮົາຈຶ່ງສາມາດເຮັດໃຫ້ມັນນ້ອຍລົງຫຼາຍກວ່າເກົ່າ ແລະ ມີລາຄາຖືກກວ່າ. ນອກນັ້ນ, ພວກເຮົາຍັງສາມາດນຳໃຊ້ CPU (ການປະມວນຂໍ້ມູນ) ຂອງ ໂທລະສັບ, ສະນັ້ນພວກເຮົາຈຶ່ງສາມາດເຮັດສິ່ງທີ່ອີງໃສ່ປັນຍາປະດິດຫຼາຍຢ່າງ, ຫຼາຍກວ່າກ້ອງຕິດຕົວທຳມະດາທີ່ສາມາດເຮັດ ຍ້ອນວ່າ ມັນບໍ່ໄດ້ຕິດຕັ້ງໄມໂຄຣຊິບຢູ່ໃນອຸປະກອນຂອງເຂົາເຈົ້າ”.
ກ້ອງດັ່ງກ່າວ ມີຊ່ອງການສື່ສານໄປມາກັບຜູ້ຕິດຕໍ່, ຜູ້ທີ່ຈະໄດ້ຮັບພາບຖ່າຍວິດີໂອສົດ ແລະ ຕຳແໜ່ງຂອງກ້ອງຢ່າງວ່ອງໄວ.
ລະບົົບການຄວບຄຸມຂອງກ້ອງ PhoneCam ຍັງຈະອະນຸຍາດໃຫ້ກຸ່ມຜູ້ຊົມໃຊ້ ຈາກກຸ່ມອື່ນໆ ຕິດຕາມຕຳແໜ່ງຂອງເຂົາເຈົ້າຢູ່ໃນແຜນທີ່ ແລະ ຮັບສາຍ ແລະ ສົ່ງຕໍ່ສັນຍານເຕືອນໄດ້ອີກ.
ທ່ານ ວາວເຕີ້ ໂຄນິງສ໌ Wouter Koning ເວົ້າຕື່ມວ່າ: (ສຽງຂອງທ່ານ ວາວເຕີ້)........
“ການສະກັດກັ້ນທີ່ໃຫຍ່ສຸດຂອງກ້ອງນີ້ ກໍແມ່ນວ່າ ມັນຈະສົ່ງພາບຖ່າຍເຂົ້າໄປຍັງຖານຂໍ້ມູນ cloud ແລະ ມັນກໍສາມາດຖືກນຳອອກມາເປັນຫຼັກຖານໄດ້ ຕາມພາຍຫຼັງ”.
ກ້ອງຕິດໂຕທີ່ພ້ອມໃຊ້ສຳລັບຜູ້ບໍລິໂພກ ສາມາດເພີ້ມມາດຕະການຮັກສາ ຄວາມປອດໄພ, ສ້າງຄວາມອຸ່ນໃຈໃຫ້ແກ່ພວກຜູ້ໃຊ້ ແລະ ກັບພວກຄົນຮັກຂອງເຂົາເຈົ້ານຳດ້ວຍ.
ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:
Once used mainly by law enforcement, ordinary citizens now have access to smaller, cheaper versions of body cameras to help them feel safe in dangerous situations. Julie Taboh shows us how in this week’s episode of LogOn.
The U.S. Department of Justice says body-worn cameras are usually used by law enforcement to improve officer safety and to collect high-quality evidence.
Now, ordinary citizens can use smaller, more affordable versions of such devices for their own protection.
One example is the PhoneCam, a miniature body camera powered by artificial intelligence and billed as the ultimate safety companion.
The device can be easily attached to clothing and activated whenever a user perceives danger.
Wouter Konings, PhoneCam Founder and CEO, Zoom.
“A lot of bus drivers, for instance, or other people that come in contact with aggression, they don't get a body camera because they're too expensive, and the whole system that has to be set up for them is too complex. So what we set out to do is just to reduce the complexity."
The PhoneCam is equipped with an app that allows users to start a live recording with a short press the moment they sense danger. If the situation escalates, they can press the button a second time to send an alarm to a designated emergency contact.
Wouter Konings, PhoneCam Founder and CEO, Zoom.
"We are leveraging the technology of your phone and therefore we can make it much smaller and more affordable. ((end PhoneCam credit)) We can also use the CPU [central processing unit] of the phone, and therefore we can do a lot more AI-based things than normal body cameras can because they don't have that chip set in their device.”
The device has two-way audio communications with the contact, who quickly receives both the live video feed and a location.
A PhoneCam control room also allows groups of users to track their location on a map and answer and forward alarms.
Wouter Konings, PhoneCam Founder and CEO, Zoom.
“The biggest deterrent of this camera is that it's going to be streamed into the cloud and it can be used as evidence later.”
Consumer-ready body cameras can provide an added measure of security and peace of mind for users, and their loved ones.