ເທັກໂນໂລຈີຈື່ໃບໜ້າຄົນ ອາດຊ່ວຍແກ້ໄຂ ບັນຫາອາດຊະຍາກໍາໄດ້ ແຕ່ກໍມີຄວາມເປັນຫ່ວງ ກ່ຽວກັບຄວາມເປັນສ່ວນຕົວຂອງບຸກຄົນ

Your browser doesn’t support HTML5

ເທັກໂນໂລຈີ ຈື່ໃບໜ້າຄົນໄດ້ ແມ່ນມີບົດບາດສໍາຄັນຫຼາຍຂຶ້ນນັບມື້ ໃນການຊ່ວຍເຫຼືອພວກບັງຄັບໃຊ້ກົດໝາຍຢູ່ໃນການສືບສວນຄະດີອາຍາ, ອີງຕາມຄໍາເຫັນຂອງຕຳຫຼວດ. ແຕ່ບັນດາຜູ້ສະໜັບ ສະໜູນດ້ານສິດທິພົນລະເຮືອນກຳລັງຍົກເອົາຄວາມເປັນຫ່ວງກ່ຽວກັບອິດທິພົນ ແລະການລ່ວງລະເມີດທີ່ອາດເປັນໄປໄດ້ຂອງມັນ ຕໍ່ຄວາມເປັນສ່ວນຕົວຂອງປະຊາຊົນທົ່ວໄປ.