ຕັກແຕກ ພວມຄຸກຄາມ ຜົນລະປູກ ຢູ່ແຂວງຜົ້ງສາລີ ໃນພາກເໜືອຂອງລາວ

ຕັກແຕນລົງມາກິນຜົນລະປູກ ໃນເຂດເມືອງໃໝ່ ແຂວງຜົ້ງສາລີ (ຮູບຈາກຊາວນາສຕູດີໂອ)

Your browser doesn’t support HTML5

ເຊີນຟັງລາຍງານ ຕັກແຕນລົງມາອາລະວາດ ຜົນລະປູກ ໃນພາກເໜືອຂອງລາວ


ຕັກແຕນເປັນຈຳນວນຫຼວງຫຼາຍ ໄດ້ລົງມາອາລະວາດກິນຜົນລະປູກຂອງປະຊາ ຊົນ ຢູ່ໃນພາກເໜືອຂອງລາວ ໂດຍສະເພາະ ໃນເຂດເມືອງໃໝ່ ແຂວງຜົ້ງສາລີ.

ສາສະດາຈານ ອຽນ ແບດ (Ian Baird) ຈາກມະຫາວິທະຍາໄລ Wisconsin-Madison ໃຫ້ການຊີ້ແຈງກ່ຽວກັບເລື້ອງຕັກແຕນວ່າ:

Your browser doesn’t support HTML5

ສຽງ ສາສະດາຈານ ອຽນ ແບດ - 1


ສາສະດາຈານອຽນ ແບດ ກ່າວວ່າ ການອາລະວາດ ຂອງຕັກແຕນ ໃນປີນີ້ ແມ່ນມີຄວາມຮ້າຍ ແຮງເປັນພິເສດແຕ່ກໍບໍ່ແມ່ນວ່າ ບໍ່ເຄີຍເກີດຂຶ້ນມາກ່ອນ ຊຶ່ງທ່ານກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:

Your browser doesn’t support HTML5

ສຽງ ສາສະດາຈານ ອຽນ ແບດ - 2


ຢູ່ປະເທດມຽນມາ ທີ່ຕັ້ງຢູ່ໃກ້ໆກັບລາວ ເຈົ້າໜ້າທີ່ກ່າວວ່າ 13 ເມືອງໃນລັດຣາໄຄນ໌ ລັດຈິນ (Chin) ແລະແຄວ້ນ Sagaing ກໍມີຕັກແຕນລົງມາກິນຜົນລະປູກ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງ.

ສ່ວນຢູ່ອິນເດຍແລະປາກິສຖານ ກໍມີຕັກແຕນທະເລຊາຍ ລົງມາອາລະວາດຢ່າງຮ້າຍແຮງສຸດໃນຮອບຫຼາຍໆທົດສະວັດ ແລະເວລານີ້ປະເທດຄູ່ປໍລະປັກນິວເຄລຍທັງສອງພວມເຮັດວຽກຮ່ວມກັນ ຮັບມືກັບການຄຸກຄາມຂອງຕັກແຕນຢູ່.

ຝູງຕັກແຕນລົງມາອາລະວາດຜົນລະປູກ

ຕັກແຕນສາມາດບິນໄດ້ໄກເຖິງ 200 ກິໂລແມັດຕໍ່ມື້ ດັ່ງນັ້ນປະເທດຕ່າງໆທີ່ຕັ້ງຢູ່ລະຫວ່າງອາຟຣິກາແລະອິນເດຍ ຈຶ່ງຕົກຢູ່ໃນຄວາມສ່ຽງ.

ເວລານີ້ ປະເທດເຄັນຢາກໍພວມຖືກຄຸກຄາມ ຈາກຕັກແຕນທະເລຊາຍຢູ່ ແລະກໍມີຄວາມຮ້າຍ ແຮງສຸດໃນຮອບ 70 ປີ. ປະເທດໃກ້ຄຽງຂອງເຄັນຢາ ເຊັ່ນເອທີໂອເປຍ ໂຊມາເລຍ ແລະອູການດາ ກໍມີລາຍງານວ່າ ພວມຖືກຄຸກຄາມຈາກຕັກແຕນທະເລຊາຍ ເຊັ່ນດຽວ ກັນ.