ໃນຂະນະທີ່ຄວາມກັງວົນພາຍໃນ ປົກຄຸມການໂຕ້ວາທີທາງການເມືອງ ກ່ອນໜ້າ
ການເລືອກຕັ້ງກາງສະໄໝຂອງສະຫະລັດ ໃນເດືອນໜ້ານີ້, ບັນດາສະມາຊິກສະພາ
ສັງກັດພັກເດໂມແຄຣັດ ກໍກ່າວວ່າ ພວກເຂົາເຈົ້າກະຕືລືລົ້ນ ໃນການທີ່ຈະເຂົ້າໄປ
ພົວພັນກັບບັນຫາຕ່າງປະເທດ ແລະເມື່ອໃດຈຳເປັນກໍຈະກວດສອບເບິ່ງລັດຖະບານ
ທ່ານທຣຳ ຖ້າຫາກ ພວກເພິ່ນເຂົ້າກຳຢ່າງນ້ອຍສະພານຶ່ງໃນເດືອນພະຈິກທີ່ຈະມາເຖິງນີ້.
ຈາກໂຄຕ້າທາງການຄ້າ ໄປຈົນເຖິງເລື້ອງອົບພະຍົບ ໄປເຖິງຄວາມເປັນຫ່ວງເປັນໃຍ
ໃນຂົງເຂດ ທີ່ຂະຫຍາຍໄປໃນທົ່ວໂລກ, ກຸ່ມທີ່ຈະກຳອຳນາດອັນໃໝ່ຂອງພັກເດໂມ
ແຄຣັດ ຈະເຮັດໃຫ້ລັດຖະບານຮັບຜິດຊອບໃນນະໂຍບາຍຂອງຕົນ ທັງຈະໃຊ້ອຳນາດໃສ່ໃນຫົວຂໍ້ທີ່ບໍ່ລົງເອີຍກັນ.
ພັກຣີພັບບລິກັນ ພວກທີ່ມີບົດບາດທີ່ຄ້າຍໆກັນ ກັບລັດຖະບານຊຸດກ່ອນຂອງທ່ານ
ໂອບາມາ ໄດ້ເຕືອນເຖິງການກະທົບ ຕໍ່ນະໂຍບາຍການຕ່າງປະເທດ, ຄືຄວາມຈິງ
ໃນຊ່ວງຜ່ານມາ ເຊັ່ນໃນປາງສົງຄາມເຢັນ, ຊຶ່ງຈະເຫັນເລື້ອຍໆ ໃນການບໍ່ເຫັນພ້ອມ
ຈາກສອງພັກຝ່າຍຢູ່ສະເໝີ.
ທ່ານ ໂຣເບີຣ໌ດ ເມນານແດັຊ ສະມາຊິກລະດັບສູງຂອງຄະນະກຳມະການພົວພັນການຕ່າງປະເທດ ໂອ້ລົມກັບພວກນັກຂ່າວໃນລັດຖະສະພາ, 11 ຕຸລາ 2018 ໃນວໍຊີງຕັນ.
“ຜົນສະຫຼຸບຂອງການເລືອກຕັ້ງ ຈະສາມາດເປີດໂອກາດທີ່ຈະກົດດັນໃນວິທີທາງ,
ໃນປັດຈຸບັນ, ທີ່ບໍ່ສາມາດຈະເຮັດໄດ້ກັບການທີ່ ພັກຣີພັບບລິກັນ ຄອບຄຸມທັງ
ສະພາຕ່ຳແລະສະພາສູງ,” ດັ່ງທີ່ສະມາຊິກສະພາສູງ ຈາກລັດນິວເຈີຣ໌ຊີ ທ່ານ
ໂຣເບີຣ໌ດ ເມນານແດັຊ ຈາກຄະນະກຳມະການພົວພັນການຕ່າງປະເທດ ໄດ້ບອກ
ວີໂອເອນັ້ນ.
“ຕົວຢ່າງເຊັ່ນ, ບົດບາດຂອງພວກເຮົາໃນໂລກ ກ່ຽວກັບເລື້ອງພວກອົບພະຍົບ --
ຊຶ່ງລັດຖະບານຊຸດນີ້ ໄດ້ຕັດຈຳນວນພວກອົບພະຍົບລົງຢ່າງໜັກ,” ທ່ານເມນານ
ແດັຊ ໄດ້ກ່າວເສີມ ແລະໄດ້ກ່າວເພີ້ມຕື່ມວ່າ “ແລະການຢືນສູ້ເພື່ອສິດທິມະນຸດ
ແລະປະຊາທິປະໄຕ -- ມັນເບິ່ງ ບໍ່ຄືວ່າຈະເປັນບຸລິມະສິດທີ່ສຳຄັນ ຄືກັນກັບລັດຖະ
ບານຂອງຊຸດອື່ນ, ສຳລັບລັດຖະບານຂອງທ່ານທຣຳ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ຊາຍຜູ້ນຶ່ງນັ່ງອ່ານໜັງສືພິມຂອງກອງປະຊຸມສຸດຍອດ ລະຫວ່າງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົທຫຼີເໜືອ ທ່ານກິມ ຈົງອຶນ, ໃນຮ້ານຂານໜັງສືພິມ, ໂຊລ, ເກົາຫຼີໃຕ້, 12 ມິຖຸນາ 2018.