ລາຍງານໃໝ່ ແຈ້ງວ່າ ໂຕຢ່າງເຊື່້ອ Anthrax ທີ່ມີຊີວິດ ຖືກສົ່ງໄປຫ້ອງແລັບ ຫຼາຍສິບແຫ່ງ

ຫ້ອງການສັນຕິບານກາງ ແລະ ນັກວິທະຍາສາດທະຫານ ພວມເປີດຊ່ອງໜັງສື ທີ່ມີເຊື້ອ anthrax ທີ່ຖືກສົ່ງໄປຫາ ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Patrick Leahy.

ລາຍ​ງານ​ໃໝ່​ໄດ້​ຄົ້ນ​ພົບ​ວ່າ ກອງທັບ​ສະຫະລັດ ​ໄດ້​ທຳ​ຄວາມ
​ພິດ​ພາດ​ສົ່ງຕົວຢ່າງເຊື້ອ Anthrax ທີ່​ມີ​ຊີວິດ ​ໄປ​ຍັງ​ຫ້ອງ​ທົດ
​ລອງ​ຫລາຍ​ສິບ​ແຫ່ງ​ ຢູ່​ໃນສະ ຫະລັດ ​ແລະ​ຢູ່​ອີກ​ເຈັດ​ປະ​ເທດ
ມາໄດ້​ສິບກວ່າປີແລ້ວ.

ລາຍ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ທີ່ນຳອອກ​ເຜີຍ​ແຜ່​ ໃນ​ວັນ
​ພະຫັດ​ວານ​ນີ້ ກ່າວ​ວ່່າ ​ເຊື້ອ Anthrax ທີ່​ມີ​ຊີວິດ​ນັ້ນໄດ້​ສົ່ງ​ໄປ
ໃຫ້ຫ້ອງທົດລອງ 86 ແຫ່ງຢູ່​ໃນ 20 ລັດ ​ແລະນະຄອນຫລວງ
ວໍຊິງ​ຕັນ ພ້ອມ​ດ້ວຍ​ບັນດາ​ຫ້ອງ​ທົດ​ລອງ ທີ່​ປະ​ເທດອອສ​ເຕຣ​
ເລຍ ອັງກິດ ກາ​ນາ​ດາ ​ເຢຍຣະມັນ ອີ​ຕາ​ລີ ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້.

ການ​ສື​ບສວນ​ບໍ່​ໄດ້​ເປີດ​ເຜີ​ຍ​ເຖິງ​ສາ​ເຫ​ດຮາກ​ເຫງົ້າ​ ຂອງ​ການສົ່ງທີ່ຜິດພາດດັ່ງກ່າວ ​ໂດຍ
​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງປ້ອງກັນປະເທດປາກົດ​ວ່າ ​ໄດ້​ປະຕິບັດຕາມຂັ້ນຕອນ
ຢ່າງ​ຖືກ​ຕ້ອງ ເພື່ອ​ເຮັດ​ໃຫ້​ເຊື້ອ Anthrax ບໍ່​ມີ​ຊີວິດ ກ່ອນທີ່ເຂົາ​ເຈົ້າ​ໄດ້​ສົ່ງອອກ​ໄປ.

​ແຕ່​ວ່າ ​ໄດ້​ພົບ​ເຫັນ “​ການຂາດຕົກບົກຜ່ອງໃນເລື້ອງຫ​ລັກ​ການ” ຮວມທັງ​ລັງສີ ທີ່​າບໍ່ໄດ້
ຂ້າ​ເຊື້ອ ​Anthrax ແລະການ​ທົດສອບຫລັງຈາກນັ້ນ ທີ່​ບໍ່ສາມາດ​ຄົ້ນ​ພົບ ການຍັງ​ມີ​ຊີວິດ
​ຂອງ​ເຊື້ອດັ່ງກ່າວ.

ອີງ​ຕາມ​ລາຍ​ງານແລ້ວ “ເຊື້ອ​ Anthrax ດັ່ງກ່າວ ບໍ່​ໄດ້​ເປັນໄພ​ອັນຕະລາຍ​ຕໍ່ສາທາລະນະ
ຊົນ​ທົ່ວ​ໄປ. ແຕ່ແນວໃດກໍຕາມ ການ​ສົ່ງ​ໂຕ​ຢ່າງ​ເຊື້ອ Anthrax ທີ່​ມີ​ຊີວິດ​ ໄປ​ສູ່​ບ່ອນ​ທີ່ມີ
ຜູ້ຄົນອາໄສຢູ່ຢ່າງຫຼວງຫຼາຍ​ນັ້ນ ​ເປັນ​ເລື້ອງ​ທີ່ຜິດຢ່າງ​ຮ້າຍ​ແຮງ​ຕໍ່​ກົດລະ​ບຽບ.”

ຢູ່​ທີ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານນີ້ ຮອງ​ຫົວໜ້າ ກະຊວງປ້ອງກັນ​ປະ​ເທດ ທ່ານ Robert Work ຮ້ອງ​ໂຄງການ​ນີ້ວ່າ “ລົ້ມ​ແຫລວ” ທີ່ເປັນ “ບັນຫາ​ສຳຄັນ” ໃນ​ການ​ກຳກັບ
ນຳເຊື້ອ Anthrax ທີ່​ເປັນ​ເຊື້ອ bacteria ​ຮ້າຍ​ແຮງ​ເຖິງ​ຕາຍ ​ຂອງ​ກະຊວງ​ປ້ອງ​ກັນ​ປະ
​ເທດ.

ທ່ານ Work ກ່າວວ່າ “ບໍ່ວ່າ​ໃນ​ມາດ​ຕະການໃດໆກໍຕາມ ນີ້​ແມ່ນເປັນ​ຄວາມ​ລົ້ມ​ແຫຼວ​ຂອງ
ສະ​ຖາ​ບັນ ທີ່ອາດຈະກາຍເປັນ ໄພ​ອັນຕະລາຍຮ້າຍແຮງ ກ່ຽວກັບສານພິດຊີວະພາບ ຫລື biotoxin. ສິ່ງ​ທີ່​ເຮົາຕ້ອງຮູ້​ກ່ອນອື່ນໝົດ ກໍ​ຄື ​ເປັນ​ຫຍັງ​ມັນຈຶ່ງ​ເກີດ​ຂື້ນ?”

Your browser doesn’t support HTML5

US Anthrax Report