ຊີ​ວິດ​ຊາວ​ມົ້ງ ດີ​ຂຶ້ນກວ່າ​ເກົ່າ ຫຼັງ​ຈາກ​ມີ​ການ​ພັດ​ທະ​ນາ​ໃນ​ພື້ນ​ທີ່ ແລະ ເຂົ້າ​ຫາ​ເຂດ​ຕົວ​ເມືອງ

Your browser doesn’t support HTML5

ຊີ​ວິດ​ຊາວ​ມົ້ງ ດີ​ຂຶ້ນກວ່າ​ເກົ່າ ຫຼັງ​ຈາກ​ມີ​ການ​ພັດ​ທະ​ນາ​ໃນ​ພື້ນ​ທີ່ ແລະ ເຂົ້າ​ຫາ​ເຂດ​ຕົວ​ເມືອງ

ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເຜົ່າ​ມົ້ງ ໄດ້​ມີ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ມາ​ແຕ່​ດົນ​ນານ​ແລ້ວ, ຍ້ອນ​ບັນ​ຫາ​ໃນ​ອະ​ດີດ, ຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ສູ້​ລົບ​ແບບກອງ​ໂຈນທີ່​ເປັນ​ພັນ​ທະ​ມິດ​ກັບ ສະ​ຫະ​ລັດ ໃນ​ສະ​ໄໝ​ສົງ​ຄາມ​ຫວຽດ​ນາມ ແລະ ການ​ຢູ່​ອາ​ໄສ​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ເຂົາ​ເຈົ້າ. ແຕ່​ໃນ​ປັດ​ຈຸ​ບັນ​ນີ້, ຊີ​ວິດ​ຂອງ​ປະ​ຊາຊົນ​ເຜົ່າ​ມົ້ງ​ແມ່ນ​ກຳ​ລັງ​ດີ​ຂຶ້ນ, ໂດຍ​ມີ​ການ​ເຂົ້າ​ຫາ​ຂອງ​ລັດ​ຖະ​ບານ ລາວ, ແລະ ປະ​ຊາ​ຊົນ​ມົ້ງກໍ​ໄດ້​ຍ້າຍ​ອອກ​ຈາກ​ພື້ນ​ທີ່ແລ້ວເຂົ້າ​ໄປ​ອາ​ໄສ​ຢູ່​ເຂດ​ໃນຕົວເມືອງ​ກັບ​ຊົນ​ເຜົ່າ​ອື່ນໆຫຼາຍ​ຂຶ້ນ. ພວກ​ເຮົາ​ມີ​ລາຍ​ງານ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະ​ຊາ​ຊົນ​ມົ້ງ ສ່ວນຫຼາຍ​ແມ່ນດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ໃນ​ເຂດ​ພູ​ສູງ, ດ້ວຍ​ເຫດນີ້ຊາວເຜົ່າມົ້ງຈຳ​ນວນຫຼາຍຈຶ່ງຍັງພົບຄວາມຫຍຸ້ງຍາກຫລາຍ ປະການ ຍ້ອນຢູ່ຫ່າງຈາກຄວາມຈະເລີນກ້າວຫນ້າທາງດ້ານເສດຖະ ກິດ, ຖະຫນົນ ຫົນທາງທຽວໄປມາຫາສູ່ກັນກໍຫຍຸ້ງຍາກ, ໂຮງຮຽນໂຮງຫມໍຢູ່ຫ່າງໄກ, ເວລາເຈັບເປັນກໍພົບ​ບັນຫາການເດີນທາງບໍ່ສະດວກ, ​ນອ​ກຈາກ​ນັ້ນເດັກນ້ອຍຫລາຍໆຄົນ ຢູ່ແຕ່ລະບ້ານ ກໍບໍ່ໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ ແລະ ການທຳມາຫາກິນຍັງພົບ ຄວມຫຍຸ້ງຍາກຫລາຍ.

ຖ້າ​ທຽບ​ໃສ່​ກັບ​ເມື່ອ​ກ່ອນ, ກໍ​ມີ​ການ​ພັດ​ທະ​ນາ​ຢູ່, ລັດ​ຖະ​ບານ​ໄດ້​ມີ​ການ​ກໍ່​ສ້າງ​ຖະ​ຫນົນ​ຫົນ​ທາງ ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ.

ທ່ານ ຄຳ​ໝັ້ນ ວ່າງ, ປະຊາຊົນຢູ່ບ້ານນາຊູ ເມືອງກາສີ ໄດ້ເວົ້າວ່າ:

ທີ່ຢູ່ປະຈຸບັນຖ້າທຽບໃສ່ແຕ່ກ່ອນ ແມ່ນຊິວິດການເປັນຢູ່​ດີ​ຂຶ້ນ​ຫຼາຍ ​ໄດ້ມີການປ່ຽນແປງໄປແລ້ວເຖິງ 60 ກວ່າ% ຢູ່ບ້ານເກົ່າບໍ່ມີໂຮງຮຽນ, ບໍ່​ມີໂຮງຫມໍ. ການ​ທຳການ​ຜະ​ລິດ​ກະ​ສິ​ກໍາ ແລະ ການ​ຊອກ​ຢູ່​ຫາ​ກີນ​ກໍ​ພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ປະ​ການ.

ປະ​ຊາ​ຊົນເຜົ່າມົ້ງທີ່ຢູ່ເຂດຫ່າງໄກສອກຫລີກ ສ່ວນຫລາຍແມ່ນຍັງຢຶດຖືການຖາງປ່າເຮັດໄຮ່ແບບເລື່ອນລອຍ. ປີນີ້ເຮັດຢູ່ນີ້ ປີຫນ້າໄປຫາບ່ອນໃຫມ່. ປີໃດສະ​ພາບ ອາກາດບໍ່ປົກ​ກະ​ຕິ, ​ເກີດມີສັດຕູພືດມາທຳລາຍ​ຜົນຜະ​ລິດຈະເຮັດ​ໃຫ້ລາຍຮັບຂອງ​ປະ​ຊາ​ຊົນຫລຸດ​ລົງ, ເຂົ້າບໍ່ກູ້ມກິນຮອດປີ, ພ້ອມ​ກັນ​ນັ້ນການພັດທະນາທີ່ເຂົ້າເຖິງກໍຊັກຊ້າ, ລາຍໄດ້ແຕ່ລະຄອບຄົວຕົກຕໍ່າ. ການປູກ​ຝັງລ້ຽງສັດໃຫຍ່ ສັດນ້ອຍ ແມ່ນເຮັດໄປຕາມທຳມະຊາດບໍ່ມີເຕັກນິກວິ​ຊາ​ການເຂົ້າມາຊ່ວຍ. ການ​ສັກຢາປ້ອງກັນພະຍາດກໍບໍ່ທົ່ວເຖິງ, ຕໍ່​ກັບ​ບັນ​ຫາ​ດັ່ງ​ກ່າວໄດ້​ມີ​ຫຼາຍ​ໆຄອບ​ຄົວ​ພີ່​ນ້ອງ ເຜົ່າ​ມົ້ງ ​ຍົກຍ້າຍ​ໄປ​ຢູ່​ເຂດ​ໃກ້​ຕົວ​ເມືອງ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ພັດ​ທະ​ນາ​ຫຼາຍ​ຂຶ້ນ ລູກ​ຫຼານ​ໄດ້​ເຂົ້າ​ໂຮງ​ຮຽນ, ຫຼັງ​ຈາກ​ຮຽນ​ຈົບ​ມາກໍ​ໄດ້​ປະ​ກອບ​ວິ​ຊາ​ຊີບຢູ່ຕາມ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ.

ດ​ຣ ອອງ ຢ່າງ, ພະນັກງານແພດ ຢູ່ໂຮງຫມໍແມ່ແລະເດັກເກີດໃຫມ່

ການເປັນພະນັກງານລັດ, ກໍ່ມີນະໂຍບາຍຫຼາຍ​ຢ່າງ ໂດຍ​ສະ​ເພາະ​ແມ່ນ​ນະ​ໂຍ​ບາຍປະກັນສັງຄົມ ເວລາເຈັບເປັນໄປໂຮງຫມໍ ກໍ່ຊ່ວຍຫລຸດຄ່າໃຊ້ຈ່າຍ ແລະ ນະໂຍບາຍອື່ນໆອີກ. ການເປັນພະນັກງານລັດກໍພໍຢູ່-ພໍກິນ ແລະ ຊີ​ວິດ​ການ​ເປັນ​ຢູ່​ກໍ່​ດີ​ຂຶ້ນ ຖ້າທຽບໃສ່ຫລາຍໆປີຜ່ານມາ.

ປັດ​ຈຸ​ບັນ​ນີ້ການຈຳແນກຊົນຊາດຊົນເຜົ່າໃນ​ປະ​ເທດລາວ, ໂດຍ​ສະ​ເພາະ​ກັບ​ຊົນ​ເຜົ່າ​ມົ້ງ​ນັ້ນ ແມ່ນ​ໄດ້ຫຼຸດ​ລົງຫຼາຍ​ແລ້ວ ເຊິ່ງເຫັນ​ໄດ້​ຈາກ​ການ​ທີ່ຄົນເຜົ່າມົ້ງສ່ວນຫລາຍໄດ້ຍົກຍ້າຍອອກຈາກເຂດຫ່າງໄກສອກຫລີກ ເຂົ້າສູ່ໃນຕົວເມືອງເພື່ອພັດທະນາຊີວິດຂອງຕົນເຫມືອນກັບເຜົ່າອື່ນໆ. ເພາະໃນຕົວເມືອງມີຄວາມສະດວກຫລາຍກວ່າ ມີໂຮງຮຽນ-ໂຮງຫມໍ, ມີໄຟຟ້າ, ນ້ຳສະອາດ, ຖະຫນົນຫົນທາງ ການໄປມາຫາ ສູ່ສະດວກສະບາຍ, ລູກຫລານໄດ້ເຂົ້າໂຮງຮຽນໄປຕາມເກນອາຍຸ ແລະ ການ​ຄ້າ​ຂາຍ ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ໄດ້​ນັບ​ມື້​ຫຼາຍ​ຂຶ້ນ ເມື່ອ​ທຽບ​ໃສ່​ກັບ​ການ​ອາ​ໄສ​ຢູ່​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ​ໃນ​ຊົນ​ເຜົ່າ​ມົ້ງ.

ນາງ ເນຍ​ຢົງ​ເຮີ່ ວ່າງ, ປະຊາຊົນຢູ່ບ້ານໂຊກຄຳ, ຂາຍ​ຊຸດ​ເຜົ່າ​ມົ້ງ ຢູ່​ຕະ​ຫຼາດ​ເຊົ້າ ວຽງຈັນ

​“ຊຸດ​ເຜົ່າ​ມົ້ງ​ມີ​ຄົບ ໄດ້ມີ​ລາຍ​ຮັບ​ນັບ​ມື້ສູງ​ຂຶ້ນ, ໄລ​ຍະແຕ່ເດືອນ ຕຸລາ ຫາເດືອນ ພະຈິກ, ແມ່ນໃກ້ຍາມບູນກິນຈຽງຂອງເຜົ່າມົ້ງ ສາມາດຂາຍໄດ້ 5 ຫາ 6 ລ້ານກີບຕໍ່ມື້, ຮ້ານຂ້ອຍແມ່ນຂາຍແຕ່ຊຸດເຜົ່າມົ້ງ ລູກຄ້າສ່ວນຫລາຍເປັນ ຄົນເຜົ່າມົ້ງ.”

ນອກຈາກນັ້ນເຜົ່າມົ້ງຫຼາຍ​ຄົນ ຍັງສາມາດລົງທືນເປີດຮ້ານຂາຍເຄື່ອງຕາຕະຫລາດໃຫຍ່ໆ ໃນນະຄອນຫລວງວຽງຈັນມີຫລາຍຄອບຄົວ ກາຍເປັນຄອບຄົວພົ້ນທຸກມີຢູ່ມີກິນ, ມີທືນຮອນສົ່ງລູກຫລານເຂົ້າໂຮງຮຽນ, ເຂົ້າມະຫາວິທະຍາໄລຕ່າງໆ, ມີຫລາຍໆຄົນ ໄດ້ເຂົ້າເປັນພະນັກງານທາງພາກລັດ ແລະເອກະຊົນແຕ່ຂັ້ນວິຊາ ການເຖິງຂັ້ນສູງ, ມີຫລາຍຄົນ ໄດ້ເຮັດວຽກນຳອົງການຈັດຕັ້ງສາກົນ, ເປັນປະ ທານບໍລິສັດ ມີເຮືອນຫລັງໃຫ່ຍຢູ່ມີລົດງາມງາມຂີ່ ແລະມີນັກທຸລະກິດທີ່ເປັນ ຊົນເຜົ່າຫລາຍໆທ່ານອີກດ້ວຍ.