ຜູ້ນຳສະພາ NTC ຂອງລີເບຍ ພົບປະກັບ ເຈົ້າໜ້າທີ່ອະວຸໂສ ຂອງສະຫະລັດ (ເບິ່ງວີດີໂອ)

  • ທອງປານ ເທບວົງສາ

ທ່ານ Jeffrey Feltman ລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການຕາເວັນອອກ ໄກ້ ພົບປະກັບ ທ່ານ Mustafa Abdel Jalil ປະທານສະພາໄລຍະຂ້າມຜ່ານແຫ່ງຊາດ ລີເບຍ ຫລື NTC ທີ່ນະຄອນຫລວງທຣີໂປລີ, ວັນພຸດ ທີ 14 ກັນຍາ 2011. (REUTERS/Anis Mili)

ໃນວັນພຸດມື້ນີ້ ຫົວໜ້າສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ ຫລື NTC ໄດ້ພົບ ປະກັນກັບ ເຈົ້າໜ້າທີ່ລະດັບສູງສຸດຂອງສະຫະລັດທີ່ໄປຢ້ຽມຢາມປະເທດດັ່ງກ່າວນັບຕັ້ງແຕ່ ກໍາລັງຂອງ ລັດຖະບານຊົ່ວຄາວລີເບຍໄດ້ຂັບໄລ່ ມວມມາ ກາດດາຟີ ອອກຈາກອໍານາດ.

ທ່ານ Mustafa Abdel Jalil ປະທານສະພາ NTC ມີກໍານົດທີ່ຈະເຈລະຈາໃນນະຄອນ
ຫລວງທຣິໂປລີກັບທ່ານ Jeffrey Feltman ລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະ
ລັດ ຮັບຜິດຊອບກິດຈະການເຂດຕາເວັນອອກໄກ້.

ກອງປະຊຸມດັ່ງກ່າວມີຂຶ້ນນຶ່ງມື້ ຫລັງຈາກທະນາຄານໂລກ ໄດ້ປະກາດຮັບຮູ້ລັດຖະບານຊົ່ວ ຄາວລີເບຍ ແລະກ່າວວ່າ ຕົນຈະປະຕິບັດງານເພື່ອຊ່ວຍເຫລືອໃນໄລຍະຂ້າມຜ່ານຂອງ ປະເທດນັ້ນ.

ທະນາຄານໂລກກ່າວໃນຖະແຫລງການສະບັບນຶ່ງເມື່ອວັນອັງຄານວານນີ້ ວ່າການຕັດສິນ ໃຈຮັບຮູ້ຂອງຕົນນັ້ນ ແມ່ນອີງໃສ່ເຫດການຕ່າງໆໃນລີເບຍ ແລະຈາກທັດສະນະຂອງພວກ ປະເທດສະມາຊິກຂອງຕົນ ນອກນີ້ແລ້ວ ທະນາຄານໂລກຍັງໄດ້ເວົ້າວ່າ ຕົນໄດ້ຖືກຂໍຮ້ອງ ໃຫ້ກວດສອບເບິ່ງ ຄວາມຈໍາເປັນສໍາລັບການສ້ອມແປງລະບົບນໍ້າປະປາ ພະລັງງານ ແລະ ພາກສ່ວນການຂົນສົ່ງຕ່າງໆຂອງລີເບຍແລະຊ່ວຍເຫລືອພາກສ່ວນທະນາ ຄານຂອງປະເທດ ໃນການຮ່ວມກັນກັບອົງການກອງທຶນສາກົນ IMF.

ກະຊວງຕ່າງປະເທດສະຫະລັດກ່າວໃນວັນອັງຄານວານນີ້ວ່າ ນາຍ Saadi ລູກຊາຍຂອງ ທ່ານກາດດາຟີ ກໍາລັງຖືກກັກຕົວໄວ້ຢູ່ໃນບ້ານພັກ ຮັບຮອງແຂກຫລັງນຶ່ງຂອງປະເທດ Niger ຫລັງຈາກຜູ້ກ່ຽວໄດ້ຂ້າມເຂົ້າ ໄປໃນປະເທດດັ່ງກ່າວ ເມື່ອຕົ້ນອາທິດນີ້. ໂຄສົກຍິງ ຄົນນຶ່ງຂອງກະຊວງຕ່າງປະເທດສະຫະລັດກ່າວວ່າ ມັນເໝາະສົມແລ້ວສໍາລັບ Niger ແລະ ສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ ຈະດຳເນີນງານຮ່ວມກັນກ່ຽວກັບບັນຫານີ້ ແລະກໍຂຶ້ນຢູ່ ກັບສະພາ NTC ທີ່​ຈະ​ເປັນ​ຜູ້​ຕັດສິນ​ໃຈ​ວ່າຈະດໍາ​ເນີນ​ການ​ຢ່າງ​ໃດ.

ພວກ​ເຈົ້າໜ້າ​ທີ່​ໃນ​ປະ​ເທດ ​ໄນ​ເຈີ ກ່າ​ວວ່າ ພວກ​ຄົນ​ໄກ້​ຊິດ​ຂອງ​ກາດ​ດາຟີ 32 ຄົນ ໄດ້​ຫລົບໜີໄປ​ຍັງ​ປະ​ເທດ​ດັ່ງກ່າວ ນັບ​ຕັ້ງ​ແຕ່ ວັນ​ທີ່ 2 ​ເດືອນ​ກັນຍາ​ນີ້.

ຂະນະດຽວກັນ ​ພວກ​ຊາວ​ເມືອງຈາກທີ່ໝັ້ນຍັງ​ຫລົງເຫລືອແຫ່ງ​ນຶ່ງຂອງ​ກາດ​ດາ​ຟີ ​ໄດ້ພາກັນ​ຫລົບໜີ​ເມື່ອວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່​ອົງການ​ເນ​ໂຕ້ ​ແລະພວກນັກລົບຂອງສະພາ NTC ຍັງສືບ​ຕໍ່​ໂຈມ​ຕີ​ກໍາລັງ​ຂອງ​ກາດ​ດາ​ຟີ​ຕໍ່​ໄປ​ນັ້ນ. ພວກ​ເຫັນເຫດການ​ກ່າວ​ວ່າ ມີ​ລົດ​ຫລາຍ​ສິບ​ຄັນ​ແລ່ນ​ອອກ​ໄປ​ຈາກ​ເມືອງ Bani Walid ​ໃນ​ຂະນະ​ທີ່ຍົນ​ຂອງ​ເນ​ໂຕ້ບິນ​ວົນ​ຢູ່​ເໜືອຫົວ.