ຕຳຫຼວດສາກົນ ອອກປະກາດ ຈັບລູກຊາຍ Gadhafi

  • ໄພສານ ວໍຣະຈັກ

ທ້າວ Saadi Gadhafi ລູກຊາຍທ່ານກາດດາຟີ ໃນລະຫວ່າງການຖະແຫຼງຂ່າວ ຢູ່ທີ່ຫ້ອງການຂອງລາວ ໃນກຸງຕຣີໂປລີ ເມື່ອວັນທີ 31 ມັງກອນ ປີ 2010

ຕຳຫຼວດສາກົນໄດ້ອອກປະກາດໄປຍັງນາໆຊາດເພື່ອຂໍຄວາມຊ່ອຍເຫຼືອໃນການຊອກຫາແລະ
ຈັບກຸມທ້າວ Saadi ລູກຊາຍຂອງທ່ານ Muammar Gadhafi ອະດີດຜູ້ນຳລີເບຍນັ້ນ.

ອົງການຕຳຫຼວດສາກົນກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ອອກປະກາດສີແດງຕາມການຮ້ອງ
ຂໍຂອງອຳນາດການປົກຄອງຊົ່ວຄາວໃນລີເບຍ ບ່ອນທີ່ໄດ້ມີການອອກໝາຍຈັບທ້າວ Saadi
Gadhafi.

ຕຳຫຼວດສາກົນເວົ້າວ່າ ທາງການລີເບຍຕ້ອງການໂຕທ້າວ Saadi ໃນຂໍ້ຫາຍັກຍອກຊັບສິນ
ແລະພົວພັນນຳການໃຊ້ອາວຸດຂົ່ມຂູ່ເວລາຜູ້ກ່ຽວເປັນຫົວໜ້າສະຫະພັນເຕາະບານລີເບຍ.

ອົງການຕຳຫຼວດສາກົນເວົ້າວ່າ ຕົນໄດ້ຮັບການຢືນຢັນກ່ຽວກັບລາຍງານຂ່າວທີ່ວ່າໄດ້ມີການ
ພົບເຫັນທ້າວ Saadi Gadhafi ເທື່ອລ່າສຸດທີ່ປະເທດ Niger. ຄຳປະກາດທີ່ອອກໃນວັນ
ພະຫັດມື້ນີ້ແມ່ນເພື່ອຊ່ອຍບັນດາປະເທດຢູ່ໃນຂົງເຂດແລະປະເທດທີ່ມີການເດີນທາງຕິດຕໍ່ກັບ
Niger ໂດຍຢາກໃຫ້ສົ່ງໂຕຜູ້ກ່ຽວກັບຄືນໄປຍັງລີເບຍຖ້າຫາກຖືກຈັບໄດ້.

Niger ກ່າວເມື່ອ 2 ອາທິດກ່ອນນັ້ນວ່າ ຕົນໄດ້ຄວບຄຸມໂຕທ້າວ Saadi Gadhafi ໄວ້ແລະ ຈະບໍ່ສົ່ງໂຕຜູ້ກ່ຽວກັບຄືນໄປລີເບຍ.

ນອກນັ້ນ ອົງການຕຳຫຼວດສາກົນຍັງໄດ້ອອກປະກາດທີ່ຄ້າຍຄືກັນໄປຍັງນາໆຊາດ ເມື່ອຕົ້ນ
ເດືອນນີ້ ເພື່ອໃຫ້ຈັບທ່ານ Gadhafi ລູກຊາຍອີກຜູ້ນຶ່ງຂອງທ່ານ ຄືທ້າວ Saif al-Islam ແລະອະດີດຫົວໜ້າສືບລັບຂອງລີເບຍ.

ທ່ານ Gadhafi ຢູ່ໃສແທ້ໃນເວລານີ້ຍັງບໍ່ມີໃຜຮູ້ຂະນະທີ່ກອງກຳລັງຂອງສະພາປົກຄອງໄລ
ຍະຂ້າມຜ່ານແຫ່ງຊາດລີເບຍ ຍັງສືບຕໍ່ປະທະກັນ ກັບພວກທີ່ຈົງຮັກພັກດີ ຕໍ່ທ່ານ ທີ່ເມືອງ
Sirte ແລະເມືອງ Bani Walid ທີ່ໝັ້ນ 2 ແຫ່ງທີ່ຍັງເຫຼືອຢູ່ຂອງທ່ານນັ້ນ.