ການສູ້ລົບກັນໃນລີເບຍ ຍັງດຳເນີນຕໍ່ມາ ອ້ອມແອ້ມ ເມືອງ Bani Walid

  • ໄພສານ ວໍຣະຈັກ

ພວກນັກລົບຕໍ່ຕ້ານ Gaddafi ຢູ່ທີ່ໝັ້ນແຫ່ງນຶ່ງ ທາງກໍ້າເໜືອຂອງເມືອງ Bani Walid ກ່ອນອອກໄປສູ້ລົບໃນ ເຂດແນວໜ້າ (10 ກັນຍາ 2011)

ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍ ຍັງສືບຕໍ່ທຳການສູ້ລົບກັບພວກທີ່ຈົງຮັກພັກດີຕໍ່
ທ່ານ Moammar Gadhafi ໃນວັນເສົາມື້ນີ້ທີ່ເມືອງ Bani Walid ທີ່ໝັ້ນຂອງອະດີດຜູ້
ນຳລີເບຍ.

ສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍຫຼື NTC ກ່າວວ່ານັກລົບຂອງຕົນ 3 ຄົນໄດ້
ເສຍຊີວິດໃນວັນເສົາມື້ນີ້ແລະຜູ້ສື່ຂ່າວຂອງ VOA ນາງ Elizabet Arrott ທີ່ຢູ່ໃນເມືອງດັ່ງ
ກ່າວເວົ້າວ່າກຳລັງຂອງ Gadhafi ໄດ້ຍິງຈະຫຼວດ ແລະພວກມືປືນຍັງສືບຕໍ່ລະດົມຍິງຢູ່ໃນບໍ
ລິເວນອ້ອມແອ້ມເມືອງ. ມີການແນມເຫັນລົດໂຮງໝໍທັງແລ່ນເຂົ້າແລະອອກເມືອງດັ່ງກ່າວນີ້.

ສະພາ NTC ເວົ້າວ່າ ພວກນັກລົບຂອງຕົນໄດ້ບຸກເຂົ້າໄປໃນເມືອງ Bani Walid ໃນມື້ວັນ
ສຸກວານນີ້ຍ້ອນວ່າກຳລັງທີ່ຈົງຮັກພັກດີຕໍ່ Gadhafi ໄດ້ຍິງຈະຫຼວດອອກມາໃສ່ພວກເຂົາເຈົ້າ
ແລະວ່າ ນັກລົບຄົນນຶ່ງ ຂອງສະພາປົກຄອງໃນໄລຍະຂ້າມຜ່ານ ແລະພວກທີ່ຈົງຮັກພັກດີຕໍ່
Gadhafi 3 ຄົນໄດ້ເສຍຊີວິດໃນການສູ້ລົບກັນທີ່ດຳເນີນຢູ່ຕໍ່ມາ.

ໃນຕົ້ນອາທິດນີ້ ເຈົ້າໜາທີ່ຂອງລັດຖະບານຊົ່ວຄາວ ໄດ້ໃຫ້ເວລາແກ່ພວກທີ່ຈົງຮັກພັກດີຕໍ່
ທ່ານ Gadhafi ຈົນຮອດວັນເສົາມື້ນີ້ ເພື່ອໃຫ້ຍອມຈຳນົນ ເຂດທີ່ໝັ້ນທີ່ຍັງເຫຼືອຢູ່ບໍ່ພໍເທົ່າ
ໃດແຫ່ງ. ສະພາ NTC ເວົ້າວ່ວາ ຕົນຢາກຫຼີກລ້ຽງການປະຕິບັດງານທາງທະຫານທີ່ອາດ ເຮັດໃຫ້ປະຊາຊົນຕົກຢູ່ໃນອັນຕະລາຍ.

ທັງໆທີ່ໄດ້ເກີດຄວາມຮຸນແຮງໃນວັນເສົາມື້ນີ້ ໂຄສົກຄົນນຶ່ງຂອງ NTC ກ່າວວ່າ ຍັງບໍ່ທັນ ເປັນການຊ້າຈົນເກີນໄປສຳລັບພວກທີ່ຈົງຮັກພັກດີຕໍ່ທ່ານ Gadhafi ຈະຍອມວາງອາວຸດ.

ການປະທະກັນລະຫວ່າງພວກທີ່ຈົງຮັກພັກດີແລະພວກນັກລົບຂອງລັດຖະບານຊົ່ວຄາວຍັງ
ໄດ້ເກີດຂຶ້ນໃນວັນສຸກວານນີ້ທີ່ເມືອງ Sirte ຊຶ່ງເປັນບ້ານເກີດຂອງທ່ານ Gadhafi ນັ້ນ.