ສະຫະລັດປະນາມ ການປາມປາມປະຊາຊົນ ໃນລີເບຍ

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຖະແຫຼງກ່ຽວກັບສະຖານະການໃນລີເບຍ ທີ່ທຳນຽບຂາວ (23 ກຸມພາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ
ການປາບປາມພວກປະທ້ວງຢ່າງຮຸນແຮງໃນລີເບຍ ເປັນ
ການລະເມີດຕໍ່ມາດຕະຖານຂອງນາໆຊາດ ແລະທ່ານໄດ້
ສັ່ງໃຫ້ ຄະນະຮັບຜິດຊອບ ເລື່ອງຄວາມໝັ້ນຄົງແຫ່ງຊາດ
ຂອງທ່ານກະກຽມທາງເລືອກຕ່າງໆໃນຂອບເຂດທີ່ກວ້າງ
ຂວາງ ເພື່ອຮັບມືກັບວິກິດການດັ່ງກ່າວ.

ທ່ານໂອບາມາກ່າວໃນມື້ວັນພຸດວານນີ້ວ່າ ມັນເປັນສິ່ງຈຳ
ເປັນທີ່ບັນດາປະເທດຕ່າງໆໃນໂລກ ຈະ​ຕ້ອງເວົ້າເປັນສຽງ
ດຽວກັນ ກ່ຽວກັບການປາບປາມ ຢ່າງໂຫດຮ້າຍປ່າເຖື່ອນ
ຂອງກຳລັງທະຫານບ້ານ ແລະພວກສະໜັບສະໜຸນຜູ້ນຳ
ຂອງລີເບຍ ທ່ານ Moamma Gadhafi ຕໍ່ພວກພົນລະເຮືອນຊາວລີເບຍນັ້ນ.

ໃນການໃຫ້ຄວາມເຫັນ ກ່ຽວກັບຄວາມວຸ້ນວາຍຢູ່ໃນລີເບຍ​ເປັນເທື່ອທຳອິດນັ້ນ ປະທານາ
ທິບໍດີສະຫະລັດເອີ້ນການປາບປາມແລະການນອງເລືອດນີ້ວ່າ “ຮ້າຍ​ແຮງ​ໜ້າ​ໂກດ​ແຄ້ນ​ທີ່​
ສຸດແລະເປັນທີ່ຮັບເອົາບໍ່ໄດ້”.

ທ່ານໂອບາມາເວົ້າວ່າ ຄຳປະກາດສາກົນວ່າດ້ວຍສິດທິມະນຸດ “ເປັນສິ່ງທີ່ຕໍ່​ຮອງບໍ່ໄດ້ແລະ
ຕ້ອງໄດ້ປະຕິບັດຕາມ.”

ໃນວັນພະຫັດມື້ນີ້ ອິນໂດເນເຊຍໄດ້ຮ່ວມສົມທົບ ໃນການປະນາມການປາບປາມຢ່າງຮຸນ
ແຮງ ຢູ່ໃນປະເທດລີເບຍ. ປະທານາທິບໍດີ Susilo Bambang Yudhoyono ກ່າວວ່າ
ທ່ານມີຄວາມວິຕົກກັງວົນກ່ຽວກັບສະຖານະການດັ່ງກ່າວແລະຮຽກຮ້ອງໃຫ້ອົງການສະຫະ
ປະຊາຊາດເອົາບາດກ້າວເພື່ອຢຸດຕິຄວາມຮຸນແຮງ.

ຂະນະດຽວກັນ ກຸ່ມສັງເກດການ SITE ທີ່ມີສຳນັກງານຢູ່ສະຫະລັດ ກ່າວໃນວັນພະຫັດ
ມື້ນີ້ວ່າ ສາຂາຂອງກຸ່ມກໍ່ການຮ້າຍອາລກາຍດາໃນອາຟຣິກາເໜືອ ໄດ້ອອກຖະແຫຼງການ
ສະບັບນຶ່ງສະແດງຄວາມເປັນເອກກະພາບກັບພວກປະທ້ວງຕໍ່ຕ້ານທ່ານ Gadhafi. ກຸ່ມ
ດັ່ງກ່າວໄດ້ອ້າງຄຳເວົ້າຂອງກຸ່ມກໍ່ການຮ້າຍອາລກາຍດາ ໃນເຂດອິສລາມ Maghreb ຫຼື
ອາຟຣິກາເໜືອທີ່ຮຽກຮ້ອງໃຫ້ປະຊາຊົນຊາວລີເບຍສືບຕໍ່ການລຸກຮືຂຶ້ນຂອງພວກເຂົາເຈົ້າ.

ທ່ານໂອບາມາກ່າວວ່າ ທ່ານພວມສົ່ງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ໄປຍັງນະຄອນເຈເນວາເພື່ອເຂົ້າຮ່ວມການເຈລະຈານາໆຊາດທີ່ແນໃສ່
ຢຸດເຊົາການປາບປາມຢ່າງຮຸນແຮງ ໃນລີເບຍ. ສະຫະພາບຢູໂຣບ ໄດ້ຕັດສິນໃຈກະກຽມ
ການລົງໂທດຕໍ່ລີເບຍແລ້ວຊຶ່ງອາດຮວມທັງການຫ້າມອອກວີຊ່າແລະຢຶດຊັບສິນເປັນຕົ້ນ.