ເລຂາທິການໃຫຍ່ ຂອງອົງການເນໂຕ້ ກ່າວໃນວັນພະຫັດ
ມື້ນີ້ວ່າ ກຸ່ມພັນທະມິດເນໂຕ້ບໍ່ມີຄວາມຕັ້ງໃຈທີ່ຈະເຂົ້າແຊກ
ແຊງໃນວິກິດການຢູ່ໃນລີເບຍ ແຕ່ກໍກຳລັງວາງແຜນເພື່ອ
ຮັບມືກັບກໍລະນີສຸກເສີນທັງໝົດທີ່ອາດເກີດຂຶ້ນ.
ທ່ານ Anders Fogh Rasmussen ກ່າວວ່າພວກເຈົ້າ
ໜ້າທີ່ເນໂຕ້ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ.
ເລຂາທິການໃຫຍ່ອົງການເນໂຕ້ ທ່ານ Anders Fogh Rassmussen AP Photo/Denis Sarkic)
ການໃຫ້ທັດສະນະຂອງທ່ານມີຂຶ້ນນຶ່ງມື້ຫຼັງຈາກ
ສັນນິບາດອາຣັບໄດ້ປະຕິເສດຕໍ່ການແຊກແຊງ
ທາງທະຫານຈາກພາຍນອກໃດໆກໍຕາມ ແລະ
ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດກໍໄດ້ສົ່ງ
ສັນຍານເຕືອນໃຫ້ໃຊ້ຄວາມລະວັງເພີ່ມຂຶ້ນໃນ ການປະຕິບັດງານທໍານອງນີ້.
ລັດຖະມົນຕີການຕ່າງປະເທດຈາກ 22 ປະ
ເທດສະມາຊິກຂອງສັນນິບາດອາຣັບກ່າວໃນມື້
ວັນພຸດວານນີ້ວ່າ ຕົນຈະພິຈາລະນາໃຫ້ການສະໜັບສະໜຸນຕໍ່ການຈັດຕັ້ງ “ເຂດຫ້າມບິນ”
ແລະສືບຕໍ່ການເຈລະຈາ ເພື່ອຊອກຫາຊ່ອງທາງທີ່ດີທີ່ສຸດ ສຳລັບປົກປ້ອງປະຊາຊົນລີເບຍ ແລະຄໍ້າປະກັນຄວາມປອດໄພໃຫ້ພວກເຂົາເຈົ້າ.
ທີ່ກຸງວໍຊິງຕັນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Robert Gates ກ່າວ
ຕໍ່ຄະນະກໍາມາທິການລັດຖະສະພາສະຫະລັດວ່າ ການທີ່ຈະຈັດຕັ້ງ “ເຂດຫ້າມບິນ” ຂຶ້ນນັ້ນ
ຈະມີຄວາມຈໍາເປັນທີ່ຈະຕ້ອງໄດ້ທໍາການໂຈມຕີລະບົບປ້ອງກັນທາງອາກາດຂອງຜູ້ນໍາລີເບຍ
ທ່ານ Moammar Gadhafi ນັ້ນກ່ອນ.
ຢູ່ບ່ອນໃຫ້ການແຫ່ງນຶ່ງອີກຕ່າງຫາກໃນວັນພຸດວານນີ້ ລັດຖະມົນຕີີການຕ່າງປະເທດສະຫະ
ລັດ ທ່ານນາງ Hillary Clinton ເຕືອນວ່າການແຊກແຊງຂອງສະຫະລັດເພື່ອຊ່ອຍພວກ
ຝ່າຍຄ້ານທ່ານ Gadhafi ນັ້ນ ຈະກາຍເປັນບັນຫາຂັດແຍ້ງທັງຢູ່ໃນລີເບຍເອງແລະໃນໝູ່ປະ
ຊາຄົມຊາວອາຣັບ.
ນອກນັ້ນ ທ່ານນາງ Clinton ຍັງກ່າວວ່າ ສະຫະລັດມີຄວາມວິຕົກກັງວົນກ່ຽວກັບການທີ່ ປະເທດລີເບຍຈະເກີດຄວາມໂກລາຫົນວຸ້ນວາຍແລະກາຍເປັນໂຊມາເລຍຂະໜາດໃຫຍ່.
ຂະນະດຽວກັນ ກະຊວງຖະແຫຼງຂ່າວຂອງເວເນຊູເອລາ ກ່າວວ່າ ປະທານາທິບໍດີ Hugo
Chavez ໄດ້ໂອ້ລົມກັບທ່ານ Gadhafi ກ່ຽວກັບການສ້າງຕັ້ງກຸ່ມປະເທດນຶ່ງຂຶ້ນເພື່ອຊ່ອຍ ໄກ່ເກ່ຍວິກິດການໃນລີເບຍ. ລັດຖະມົນຕີຖະແຫຼງຂ່າວເວເນຊູເອລາທ່ານ Andres Izarra
ກ່າວທາງ Twitter ໃນມື້ວານນີ້ວ່າພວກຜູ້ນຳທັງສອງໄດ້ສົນທະນາຫາລືກັນ ກ່ຽວກັບຂໍ້ສະ
ເໜີເພື່ອສ້າງຕັ້ງ “ຄະນະກຳມາທິການສັນຕິພາບ” ຂຶ້ນມາ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມ
ກ່ຽວກັບເລື່ອງນີ້.