ປະເທດມະຫາອໍານາດ ເພີ່ມຄວາມກົດດັນ ໃສ່ກາດດາຟີໃຫ້ລາອອກ

  • ສິງ ບູຣົມມະວົງ

ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະ ລັດ (ຄົນກາງ) ກ່າວຕໍ່ກອງປະຊຸມທີ່ຫ້ອງການກະຊວງ ການຕ່າງປະເທດອັງກິດທີ່ກຸງລອນດອນ ວັນທີ 29 ມີນາ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ​ກ່າວ​ວ່າ
ພັກ​ພວກ​ຂອງທ່ານ​ມວມມາ​ກາ​ດດາ​ຟີ ຜູ້​ນໍາ​ລີ​ເບຍ​ຮູ້ຈັກ​
ແລ້ວ​ວ່າ ການ​ຄອງ​ອໍານາດ​ຂອງ​ທ່ານ​ກໍາລັງ​ເຖິງ​ຈຸ​ດຈົບໃນ
ຂະນະ​ທີ່​ປະຊາ​ຄົມນາໆ​ຊາດ​ເພີ່ມ​ຄວາມ​ກົດ​ດັນ​ຂຶ້ນ​ໃສ່​ລັດ
ຖະບານ​ຂອງ​ທ່ານ.

ໃນ​ການ​ໃຫ້​ສໍາພາດ​ທາງ​ໂທລະພາບ​ໃນ​ວັນ​ອັງຄານ​ວານ​ນີ້
ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ​ເຊືອກ​ບ້ວງ​ໄດ້​ຮັດ​ແໜ້ນ​
ເຂົ້າ​ອ້ອມໂຕທ່ານ​ກາດ​ດາ​ຟີ ​ແລະ​ວ່າ​ພວກທີ່ຢູ້ອ້ອມ​ຂ້າງ​
ທ່ານນັ້ນ​ກໍາລັງ​ເລີ້ມ​ຮັບຮູ້​ວ່າ ​ເວລາ​ຍັງ​ເຫລືອ​ຂອງ​ພວກ​
ເຂົາ​ເຈົ້ານັບ​ມື້​ນັບ​ຫຍັບ​ເຂົ້າ​ມາ​ແລ້ວ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ບັດ​ນີ້​ປະຊາ​ຄົມນາໆຊາດ​ຕ້ອງ​ໄດ້
ເພີ່ມ​ຄວາມ​ກົດ​ດັນ​ທາງ​ການ​ທູດຂຶ້ນ​ເພື່ອ​ວ່າຜູ້​ນໍາ​ລີ​ເບຍ​ຈະ​ຕັດສິນ​ໃຈ​ລາ​ອອກ​ຈາກຕໍາ​ແໜ່​ງ.

ພວກ​ກໍາລັງ​ນາໆ​ຊາດ​ໄດ້​ທຳການ​ໂຈມ​ຕີ​ທາງ​ອາກາດ​ໃສ່ກໍາລັງນິຍົມ​ກາດ​ດາ​ຟີ​ມາ​ໄດ້​ອາທິດ​ປາຍ​ແລ້ວ​ເພື່ອ​ຈັດ​ຕັ້ງ​ປະຕິບັດເຂດ​ຫ້າມ​ການບິນ​ທີ່ໄດ້​ຮັບອະນຸມັດ​ຈາກ​ສະຫະ​ປະຊາ​ຊາດ​ນັ້ນ. ພວກ​ປະ​ເທດ​ມະຫາ​ອໍານາດ​ຂອງໂລກກໍ​ໄດ້​ຈັດ​ຕັ້ງ​ປະຕິບັດ​ການ​ລົງ​ໂທດ​ທາງ​ດ້ານ​ການ​ເງິນ
ເຊ່ນ​ກັນ​ຕໍ່ລັດຖະບານ​ລີ​ເບຍ​ນັ້ນ.

ໃນ​ກອງ​ປະຊຸມ​ທີ່​ກຸງ​ລອນ​ດອນ​ໃນ​ວັນ​ອັງຄານ​ວານ​ນີ້ ມີ​ຫລາຍ​ກວ່າ40 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ນາໆ​ຊາດ​ໄດ້​ຕົກລົງ​ເຫັນ​ດີ​ວ່າ ທ່ານກາດ​ດາ​ຟີ​ຈະ​ຕ້ອງ​ລາ​ອອກ​ຈາກ​ຕໍາ​ແໜ່​ງໃນ​ຂະນະ​
ທີ່ພວກ​ເຂົາ​ເຈົ້າ​ເພີ່ມ​ທະວີ​ການ​ເຈລະຈາກັບ​ພວກ​ກໍາລັງ​ຝ່າຍ​ຄ້ານເພື່ອ​ໃຫ້​ມີ​ການໂອນ​ອໍານາດ
ທາງ​ດ້ານ​ການ​ເມືອງຢູ່ໃນປະເທດລີເບຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວ​ວ່າ ມະຕິຂອງ
ອົງການສະຫະປະຊາຊາດ ທີ່ອະນຸມັດໃຫ້ປະເທດພັນທະມິດທຳການໂຈມຕີທາງອາກາດກໍ
ຈະອະນຸຍາດໃຫ້ປະເທດຕ່າງໆ ປະກອບ ຫຼືຕິດອາວຸດໃຫ້ພວກກະບົດໄດ້ຢ່າງຖືກຕ້ອງຕາມ
ກົດໝາຍ ເຖິງແມ່ນບໍ່ໄດ້ມີການຕັດສິນໃຈກັນກ່ຽວກັບເລື່ອງນີ້. ລັດຖະມົນຕີການຕ່າງປະ
ເທດຝຣັ່ງທ່ານ Alain Juppe ກ່າວວ່າ ປາຣີພ້ອມແລ້ວທີ່ຈະສົນທະຫາລືກ່ຽວກັບການຈັດ
ສົ່ງການຊ່ອຍເຫຼືອທາງທະຫານໄປໃຫ້ກຳລັງຕໍ່ຕ້ານທ່ານກາດດາຟີ.

ແຕ່ລັດຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei Lavrovເຕືອນໃນວັນພຸດມື້ນີ້ກ່ຽວ
ກ່ຽວກັບການປະກອບອາວຸດໃຫ້ພວກກະບົດ. ທ່ານເວົ້າວ່າ ມົສກູເຫັນພ້ອມນຳຖ້ອຍຖະ
ແຫຼງຂອງເລຂາທິການໃຫຍ່ອົງການເນໂຕ້ທ່ານ Anders Fogh R​asmussen ທີ່ວ່າ
ການປະຕິບັດງານໃນລີເລຍ ແມ່ນເພື່ອໃຫ້ການປົກປ້ອງຄຸ້ມຄອງພົນລະເຮືອນບໍ່ແມ່ນປະ
ກອບອາວຸດໃຫ້ພວກກະບົດ.