ກາດດາຟີ ສູນເສຍການ ສະໜັບສະໜຸນ ຈາກບຸກຄົນສໍາຄັນໆ

  • ສິງ ບູຣົມມະວົງ

An outfit worn by musician David Bowie is displayed at the "David Bowie is" exhibition at the Victoria and Albert (V&A) museum in central London.

ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ກໍາລັງ​ສູນ​ເສຍ
ການ​ສະໜັບ ສະໜຸນ​ຈາກບຸກຄົນ​ສໍາຄັນໆ​ໃນ​ວົງ​ການລັດ
ຖະບານ​ຂອງ​ທ່ານ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ລີເບຍ​ ຢູ່
ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​ພາກັນລາ​ອອກ​ ຫລື
ບໍ ​ກໍໂຕນໜີ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ປາບ​ປາມ​ຢ່າງ​ນອງ
ເລືອດ​ຕໍ່​ພວກ​ປະ​ທ້ວງໃນ​ທົ່ວ​ປະ​ເທດ ທີ່​ທວງ​ໃຫ້​ທ່ານ​ລາ
ອອກກຈາກຕໍາ​ແໜ່​ງນັ້ນ.

ໂທລ​ະພາບ​ຂອງ​ລີ​ເບຍ​ໄດ້​ຖ່າ​ຍທອດພາບ​ຂອງທ່ານ Gadhafi ເປັນ​ເວລາ​ສັ້ນໆໃນວັນ​ຈັນວານ​ນີ້​ ​ໃນ​ຂະນະ​ທີ່​ທ່ານປ່ອນ​ຫົວ​ອອກ​ມາ​ຈາກ​ບ່ອນ​ນັ່ງ​ທາງໜ້າ​ຂອງ​ລົດ​ຕູ້ ແລະ​ຖື​ຄັນ​ຮົ່ມ​ໃຫຍ່​ຄັນ​ນຶ່ງ ພ້ອມ​ກັບກ່າວ​ວ່າ ທ່ານ​ຍັງ​ຢູ່​ໃນ​ນະຄອນຫລວງ​ຂອງ​ລີ​ເບຍ​ແລະບໍ່​ແມ່ນຢູ່​ໃນປະ​ເທດ Venezuela ຕາມ​ທີ່​ມີ​ຂ່າວ​ນັ້ນ ຊຶ່ງນັບ​ວ່າ​ເປັນ​ການຖະ​ແຫລ​ງຕໍ່​ສາ​ທາ​ລະນະ​ຊົນ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​ ນັບ​ແຕ່​ການ​ເດີນ​ຂະ​ບວນປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ​ໃນ​ວັນ​ຈັນ​ສັບປະ ດາ​ແລ້ວ​ນີ້​ ​ແລະ​ຕໍ່​ມາ​ໄດ້​ລາມ​ໄປ​ຮອດ​ກຸງ Tripoli ນັ້ນ. ການ​ປະ​ທ້ວງ​ຄັ້ງ​ນີ້ ​ແມ່ນ ​ເປັນ​ການ​ທ້າ​ທາຍ​ຄັ້ງ​ໃຫຍ່​ທີ່​ສຸດ​ຕໍ່​ການ​ຄອງ​ອໍານາດ​ຂອງ​ທ່ານ​ກາດ​ດາ​ຟີ​ມາ​ເປັນ​ເວລາ 42 ປີ.

ບັນດາ​ນັກ​ການ​ທູດ​ລີ​ເບຍ​ໃນ​ຫລາຍ​ປະ​ເທດ​ພາກັນ​ປະກາດ​ອອກ​ມາ​ວ່າ ພວກ​ຕົນ​ໄດ້​ຕັດ​ສາຍ​ພົວພັນ​ກັບ​ທ່ານ Gadhafi ​ແລ້ວ ​ເພື່ອ​ປະ​ທ້ວງ​ຕໍ່ການ​ໂຈມ​ຕີ​ຂອງ​ກໍາລັງ​ຂອງ​ທ່ານ​ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

ເອກ​ອັກຄະ​ລັດຖະທູດ​ລີ​ເບຍ​ປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ Ali Aujali ກ່າວ​ຕໍ່​ອົງການ​ຂ່າວ AP ວ່າ ທ່ານ​ເຊື່ອ​ວ່າ ທ່ານ Gadhafi ຄວນ​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ. ພວກ​ສະຖານທູດ​ຂອງ​ລີ​ເບຍ​ໃນ​ມາ​ເລເຊຍ​ແລະ​ອອສ​ເຕຣ​ເລຍ ກໍກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່ໄດ້ຕາງໜ້າ​ທ່ານ Gadhafi ອີກ​ແລ້ວ.

ທ່ານ Ali al-Essawi ​ເອກ​ອັກຄະ​ລັດຖະທູດ​ລີ​ເບຍ​ປະ​ຈໍາ​ອິນ​ເດຍ​ໄດ້ ລາ​ອອກ​ຈກຕໍາ​ແໜ່​ງ​ໃນ​ວັນ​ຈັນ​ວານ​ນີ້​ເພື່ອ​ຕອບ​ໂຕ້​ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ ຄວາມ​ຮຸນ​ແຮງ​ທີ່​ຮັບ​ເອົາ​ບໍ່​ໄດ້​ ທີ່​ຮວມທັງ​ການ​ຖິ້ມ​ລະ​ເບີດ​ທາງ​ອາກາດ​ໃສ່​ພວກ​ພົນລະ​ເຮຶອນນັ້ນ​ນໍາ. ​ນັກ​ການ​ທູດ​ລີ​ເບຍຂັ້ນ​ອາວຸ​ໂສທ່ານ​ນຶ່ງທີ່ນະຄອນຫລວງ​ປັກ​ກິ​ງຂອງ​ຈີນ ກ່າວ​ວ່າ ທ່ານ​ກໍ​ໄດ້​ລາ​ອອກ​ຈາກຕໍາ​ແໜ່​ງ​ເຊ່ນ​ກັນ ​ແລະ​ຮຽກຮ້ອງ​ໃຫ້​ພວກ​ນັກ​ການ​ທູດ​ຄົນ​ອື່ນໆ​ເຮັດ​ຄື​ກັນ.

ພວກ​ທີ່​ເຫັນ​ເຫດການ​ໃນ​ກຸງ Tripoli ກ່າວ​ວ່າ ພວກ​ເຮືອບິນ​ເຮ​ລີ​ຄອນ​ເຕີ​ ​ແລະ​ຝູງ​ເຮືອບິນ​ລົບຂອງ​ລີ​ເບຍ​ໄດ້​ທໍາ​ການ​ໂຈມ​ຕີ​ໃສ່ເຂດ​ພົນລະ ເຮືອນຫລາຍ​ແຫ່ງ​ ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່ພວກ​ກໍາລັງ​ຮັບຈ້າງ​ມາ​ຈາກ​ທະວີບອາ​ຟຣິກາ​ແລະ​ພວກ​ມື​ປືນ​ທີ່​ນິຍົມ Gadhafi ​ເປີດ​ສາກ​ຍິງ​ປືນ​ຢ່າງ​ບໍ່​ເລືອກ​ໜ້າ ​ເພື່ອ​ຂູ່​ຂວັນ​ປະຊາຊົນ​. ​ໂທລະ​ພາບແຫ່ງ​ລັດ​ ຂອງ​ລີ​ເບຍ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ລາຍ​ງານ​ສື່​ມວນ​ຊົນຕ່າງປະ​ເທດ​ທີ່ວ່າ​ມີ​ການ​ຂ້າ​ລ້າງຜານ​ປະ​ຊົນ​ເປັນ​ໝູ່​ໃນ​ປະ​ເທດ​ນັ້ນ​ ເປັນ​ການຕົວະ ລ່າຍ ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ທໍາລາຍ​ຂວັນຂອງ​ປະຊາຊົນ​.

ກ່ອນ​ໜ້າ​ນີ້ ​ໂທລະພາບ​ລີ​ເບຍ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ Gadhafi ​ໄດ້​ທໍາ​ການ​ໂຈມ​ຕີ​ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ຈາລະ​ກໍາ ​ໂດຍ​ບໍ່ໃຫ້​ລາຍ​ລະອຽດໃດໆ​ເພີ່ມຕື່ມ. ນອກນັ້ນ​ ໂທລະພາບ​ຍັງ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Saif al-Islam ລູກ​ຊາຍ ຂອງ​ທ່ານ Gadhafi ທີ່ກ່າວ​ວ່າ ຝູງ​ເຮືອບິນ​ລົບ​ຂອງ​ລີ​ເບຍ​ພຽງ​ແຕ່​ໂຈມ​ຕີ​ພວກສາງ​ເກັບ​ລູກ​ກະ​ສູນ​ເທົ່າ​ນັ້ນ.