ການສູ້ລົບ ເພື່ອເຂົ້າຢຶດ ບ້ານເກີດກາດດາຟີ ຍັງດຳເນີນຢູ່ຕໍ່ມາ

  • ໄພສານ ວໍຣະຈັກ

ພວກນັກລົບຂອງຝ່າຍປະຕິວັດລີເບຍພາກັນສະແດງຄວາມຍິນດີ ໃນລະຫວ່າງການບຸກໂຈມຕີເມືອງ Libya ບ້ານ ເກີດຂອງກາດດາຟີ (6 ຕຸລາ 2011)

ກຳລັງຂອງລັດຖະບານລີເບຍ ຍັງສືບຕໍ່ບຸກໂຈມຕີເມືອງ Sirte ບ້ານເກີດຂອງອະດີດຜູ້ນຳ
ມວມມາກາດດາຟີ ຂະນະທີ່ຜູ້ກ່ຽວຮຽກຮ້ອງໃຫ້ປະຊາຊົນຊາວລີເບຍປະທ້ວງລັດຖະບານ ຊົ່ວຄາວທີ່ໄດ້ໂຄ່ນລົ້ມທ່ານນັ້ນ.

ການສູ້ລົບກັນໃນວັນສຸກມື້ນີ້ ແມ່ນມີຈຸດສູນກາງຢູ່ອ້ອມແອ້ມສູນກາງຈັດກອງປະຊຸມ Oua-
gadougou ບ່ອນທີ່ກຳລັງນິຍົມກາດດາຟີຕັ້ງຄ້າຍຢູ່ນັ້ນ.

ພວກຜູ້ບັນຊາການຂອງສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດຂອງລີເບຍພາກັນທຳ
ນາຍວ່າ ພວກເຂົາເຈົ້າຈະເຂົ້າຄວບຄຸມເມືອງ Sirte ທັງໝົດພາຍໃນໄລຍະສອງສາມມື້ຂ້າງ
ໜ້ານີ້.

ພວກນັກລົບຂອງລັດຖະບານຊົ່ວຄາວ ໄດ້ບຸກເຂົ້າໄປໃນເມືອງດັ່ງກ່າວ ຈາກທັງທິດຕາເວັນ
ອອກແລະທິດຕາເວັນຕົກ.

ເມືອງ Sirte ຊຶ່ງຕັ້ງຫ່າງຈາກກຸງຕຣີໂປລີໄປທາງກໍ້າຕາເວັນອອກປະມານ 400 ຫຼັກກິໂລ
ແມັດນັ້ນ ເປັນນຶ່ງໃນບັນດາທີ່ໝັ້ນຍັງເຫຼືອຢູ່ບໍ່ເທົ່າໃດແຫ່ງ ຂອງພວກຈົງຮັກພັກດີຕໍ່ກາດ
ດາຟີ.

ຂະນະດຽວກັນ ໃນຄຳຖະແຫຼງທາງໂທລະພາບທີ່ອອກອາກາດໃນວັນພະຫັດວານນີ້ທ່ານ
ກາດດາຟີເຕືອນພວກຜູ້ນຳ ຂອງບັນດາປະເທດກຳລັງພັດທະນາ ທີ່ໃຫ້ຄວາມສະໜັບສະ
ໜຸນຕໍ່ລັດຖະບານຊົ່ວຄາວຂອງລີເບຍໃນເວລານີ້ວ່າ ແມ່ນໃຫ້ກຽມພ້ອມສຳລັບກຸ່ມພັນທະ
ມິດເນໂຕ້ທີ່ຈະສ້າງຕັ້ງສະພາປົກຄອງຂຶ້ນມາເພື່ອແທນພວກເຂົາເຈົ້າເປັນແຕ່ລະປະເທດໆ
ໄປ.

ນອກນັ້ນ ທ່ານກາດດາຟີຍັງຮຽກຮ້ອງໃຫ້ປະຊາຊົນຊາວລີເບຍໃນຈຳນວນເປັນລ້ານໆຄົນ
ໃຫ້ພາກັນທຳການປະທ້ວງຕໍ່ຕ້ານລັດຖະບານຊົ່ວຄາວໃນຄຳຖະແຫຼງຂອງທ່ານທີ່ອອກອາ
ກາດໂດຍໂທລະພາບ al-Rai ຂອງຊີເຣຍ.

ທ່ານກາດດາຟີຢູ່ໃສແທ້ນັ້ນຍັງບໍ່ມີໃຜຮູ້ ແລະຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າຄຳຖະແຫຼງດັ່ງ
ກ່າວນີ້ ໄດ້ມີການບັນທຶກສຽງຍາມໃດ. ນີ້ແມ່ນເປັນການຖະແຫຼງເທື່ອທຳອິດ ນັບແຕ່ກາງ
ເດືອນກັນຍາເປັນຕົ້ນມາ.