ຜູ້ນຳລີເບຍຫຼົບລີ້ ໜີການໂຈມຕີຂອງເນໂຕ້

  • ໄພສານ ວໍຣະຈັກ

ຜູ້ນຳລີເບຍຫຼົບລີ້ ໜີການໂຈມຕີຂອງເນໂຕ້

ໂຄສົກຂອງອົງການເນໂຕ້ກ່າວວ່າ ການໂຈມຕີທາງອາກາດ
ຂອງກຸ່ມພັນທະມິດໃນລີເບຍ ໄດ້ຍັງຜົນບັງຄັບໃຫ້ຜູ້ນຳຂອງ
ລີເບຍທ່ານ Moammar Gadhafi ຕ້ອງໄດ້ທຳການຫຼົບ
ລີ້.

ພັນອາກາດໂທ Mike Bracken ກ່າວວ່າ ການໂຈມຕີ
ທາງອາກາດທີ່ແນເປົ້າໝາຍໃສ່ກຳລັງນິຍົມ Gadhafi ໃນ
ນະຄອນຫຼວງຕຣີໂປລີນັ້ນ ໄດ້ຂັດຂວາງ ບໍ່ໃຫ້ທ່ານ Ga-
dhafi ສາມາດຄວບຄຸມກຳລັງຂອງທ່ານໄດ້.

ການໃຫ້ທັດສະນະຂອງທ່ານ Bracken ມີຂຶ້ນໃນມື້ວານ
ນີ້ ຫຼັງຈາກອົງການເນໂຕ້ກ່າວວ່າ ຕົນໄດ້ທຳການໂຈມຕີ
ທາງອາກາດເປັນລຳດັບມາທີ່ແນເປົ້າໝາຍໃສ່ກຳປັ່ນລົບທີ່
ກຳລັງນິຍົມລັດຖະບານລີເບຍນຳໃຊ້ໃນການໂຈມຕີ. ອົງການເນໂຕ້ເວົ້າວ່າ ຕົນໄດ້ໂຈມ
ຕີກຳປັ່ນລົບ ທີ່ຈອດຢູ່ທີ່ທ່າກຳປັ່ນເມືອງ Sirte ເມືອງ Al Khums ແລະນະຄອນຫຼວງ
ຕຣີໂປລີ.

ເຈົ້າໜ້າທີ່ພັນທະມິດທ່ານນຶ່ງກ່າວວ່າ ອົງການເນໂຕ້ບໍ່ມີທາງເລືອກນອກຈາກເອົາມາດຕະ
ການແບບເດັດຂາດຫຼັງຈາກກຳລັງນິຍົມ Gadhafi ໄດ້ປະຕິບັດການວາງທຸ່ນລະເບີດແລະ ເພີ່ມການນຳໃຊ້ກຳລັງທາງທະເລຂອງພວກເຂົາເຈົ້າ.

ຂະນະດຽວກັນ ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ຮ້ອງຂໍໃຫ້ລັດຖະສະພາ
ສະໜັບ ສະໜຸນການດຳເນີນຄວາມພະຍາຍາມຂອງສະຫະລັດໃນລີເບຍ ຊຶ່ງເປັນສ່ວນນຶ່ງ ໃນການປະຕິບັດງານຂອງກຳລັງປະສົມຫຼາຍໆຊາດພາຍໃຕ້ການນຳພາຂອງອົງການເນໂຕ້.

ປະທານາທິບໍດີໂອບາມາໄດ້ສົ່ງຈົດໝາຍສະບັບນຶ່ງໄປຫາສະມາຊິກລັດຖະສະພາໃນວັນສຸກ
ວານນີ້ ຊຶ່ງເປັນກຳນົດເສັ້ນຕາຍ 60 ມື້ ທີ່ຈະຕ້ອງໄດ້ຮັບການອະນຸມັດຈາກລັດຖະສະພາ ສຳລັບການນຳໃຊ້ອຳນາດໃນການເຮັດສົງຄາມນັ້ນ. ແຕ່ແນວໃດກໍຕາມ ທ່ານໂອບາມາຍັງ
ສືບຕໍ່ຢືນຢັນວ່າສະຫະລັດມີບົດບາດແບບຈຳກັດໃນການປະຕິບັດງານຂອງອົງການເນໂຕ້ໃນ
ລີເບຍ.