ເຮືອບິນລີເບຍໂຈມຕີ ພວກຕໍ່ຕ້ານລັດຖະບານ ຕື່ມອີກ

  • ໄພສານ ວໍຣະຈັກ

ພວກຕໍ່ຕ້ານທ່ານ Moammar Gadhafi ຜູ້ນຳຂອງລີເບຍ ພາກັນຍິງປືນຂຶ້ນຟ້າ ໃນພິທີສົ່ງສະການໃຫ້ແກ່ ພວກນັກລົບທີ່ເສຍຊີວິດ ໃນລະຫວ່າງການສູ້ລົບທີ່ເມືອງ Ajdabiya ໃນພາກຕາເວັນອອກຂອງລີເບຍ (4 ມີນາ 2011)

ກຳລັງຂອງລີເບຍ ໄດ້ທຳການໂຈມຕີທາງອາກາດເປັນມື້ທີ
3 ໃນວັນສຸກມື້ນີ້ ໂດຍແນເປົ້າໝາຍໃສ່ຄ້າຍທະຫານແຫ່ງ
ນຶ່ງ ໃກ້ໆເມືອງ Ajdabiya ທີ່ຄວບຄຸມໂດຍພວກຕໍ່ຕ້ານ
ລັດຖະບານ.

ກຳລັງຕໍ່ຕ້ານລັດຖະບານທີ່ຢູ່ໃນຄ້າຍດັ່ງກ່າວເວົ້າວ່າບໍ່ໄດ້
ຮັບຄວາມເສຍຫາຍໃດໆຈາກການໂຈມຕີທາງອາກາດໃນ
ຄັ້ງນີ້.

ເປັນທີ່ຄາດກັນວ່າຈະມີການປະທ້ວງຕໍ່ຕ້ານລັດຖະບານທີ່
ນະຄອນຫຼວງຕຣີໂປລີອີກໃນວັນສຸກມື້ນີ້ລຸນຫຼັງການສວດ
ມົນພາວະນາໃນການສືບຕໍ່ດຳເນີນຄວາມພະຍາຍາມເພື່ອບັງຄັບໃຫ້ ທ່ານ Moammar
Gadhafi ຜູ້ນຳຂອງລີເບຍລາອອກຈາກຕຳແໜ່ງ. ປະຊາຊົນ ໃນນະຄອນຫຼວງຕຣີໂປລີ
ລາຍງານວ່າ ໄດ້ມີການຕິດຕາມຊິ້ງຊອມ ແລະກວດຄົ້ນຢ່າງຕໍ່ເນື່ອງ ໂດຍກຳລັງທະຫານ
ບ້ານປະກອບອາວຸດແລະການຫາຍສາບສູນໄປຂອງພວກທີ່ພົວພັນນຳການໂຮມຊຸມນຸມ ຊຶ່ງໃນເວລານີ້ໄດ້ກາຍເປັນການປະທ້ວງປະຈຳອາທິດແລ້ວນັ້ນ.

ໃນວັນພະຫັດວານນີ້ ເຮືອບິນລົບຂອງລີເບຍ ກໍໄດ້ທຳການໂຈມຕີເມືອງ Brega ເມືອງທ່າ
ກຳປັ່ນສົ່ງອອກນໍ້າມັນທີ່ສຳຄັນທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ. ພວກທີ່ເຫັນເຫດ
ການເວົ້າວ່າ ການໂຈມຕີແມ່ນແນເປົ້າໝາຍໃສ່ ສະໜາມບິນໃນເມືອງດັ່ງກ່າວ ທີ່ຕັ້ງຢູ່ໃກ້ໆ
ໂຮງກັ່ນນໍ້າມັນ.

ໃນມື້ວັນສຸກແລ້ວພວກປະທ້ວງຕໍ່ຕ້ານລັດຖະບານໄດ້ໂຮມຊຸມນຸມກັນຢູ່ຕາມຫົວເມືອງຕ່າງໆ
ຮວມທັງເມືອງ Benghazi ຊຶ່ງເປັນສ່ວນນຶ່ງ ຂອງເຂດພາກຕາເວັນອອກລີເບຍ ທີ່ຄວບຄຸມ
ໂດຍກຳລັງຕໍ່ຕ້ານທ່ານ Gadhafi ນັັ້ນ.

ຄວາມວຸ້ນວາຍຢູ່ໃນປະເທດລີເບຍ ມີຂຶ້ນຫຼັງຈາກໄດ້ເກີດກະແສຟອງການເດີນຂະບວນປະ
ທ້ວງ ຢູູ່ໃນບັນດາປະເທດພາກຕາເວັນອອກກາງແລະອາຟຣິກາເໜືອ ໃນໄລຍະຫຼາຍໆອາ
ທິດຜ່ານມານີ້. ການປະທ້ວງຕໍ່ຕ້ານລັດຖະບານໄດ້ບັງຄັບໃຫ້ຜູ້ນຳຂອງຕູນີເຊຍແລະອີຈິບ
ລາອອກ ແຕ່ທ່ານ Gadhafi ໄດ້ປະຕິເສດບໍ່ຍອມ ປະຕິບັດຕາມແລະບັນຫາຂັດແຍ້ງໃນລີ ເບຍໄດ້ເພີ່ມທະວີຄວາມຮ້າຍແຮງຂຶ້ນ