ພວກຕໍ່ຕ້ານລັດຖະບານລີເບຍ ເຂົ້າຢຶດເມືອງ Ajdabiya

  • ໄພສານ ວໍຣະຈັກ

ພວກຕໍ່ຕ້ານລັດຖະບານ ໃນລີເບຍ ພວມພາກັນໂຫ່ຮ້ອງ ສະແດງຄວາມດີອົກດີໃຈ ຫຼັງຈາກເຂົ້າຢຶດເອົາເມືອງ Ajdabiya ເມືອງຍຸດທະສາດນໍ້າມັນ ໃນພາກຕາເວັນອອກຂອງປະເທດ (26 ມີນາ 2011)

ພວກຕໍ່ຕ້ານລັດຖະບານໃນລີເບຍ ຊຶ່ງໄດ້ຮັບການສະໜັບ
ສະໜຸນຈາກການໂຈມຕີທາງອາກາດຂອງປະເທດຕາເວັນ
ຕົກໃນວັນເສົາມື້ນີ້ ໄດ້ເຂົ້າຢຶດເອົາເມືອງ Ajdabiya ຫົວ
ເມືອງຍຸດທະສາດນໍ້າມັນ ໃນພາກຕາເວັນອອກ ຂອງປະ
ເທດຈາກກຳລັງຂອງຜູ້ນຳລີເບຍທ່ານ Moammar Ga-
dhafi. ເມືອງ Ajdabiya ຕັ້ງຫ່າງຈາກເມືອງ Bengha-
zi ຊຶ່ງເປັນທີ່ໝັ້ນຂອງພວກຕໍ່ຕ້ານລັດຖະບານໄປທາງທິດ
ໃຕ້ປະມານ 160 ຫຼັກກິໂລແມັດ.

ພວກເຈົ້າໜ້າທີ່ລີເບຍພວມດຳເນີນຄວາມພະຍາຍາມທາງ
ດ້ານການທູດເພື່ອຊອກຫາຊ່ອງທາງແກ້ໄຂວິກິດການຂອງປະເທດຂະນະທີ່ກຳລັງປະສົມ ຂອງນາໆຊາດທຳການໂຈມຕີເປົ້າໝາຍຕ່າງໆຂອງລັດຖະບານລີເບຍທີ່ຢູ່ໃກ້ໆທີ່ໝັ້ນຂອງ
ພວກຕໍ່ຕ້ານລັດຖະບານ.

ຄະນະຜູ້ແທນຂອງລີເບຍກ່າວວ່າ ຕົນມີຄວາມໝາຍໝັ້ນຕັ້ງໃຈຕໍ່ການຢຸດຍິງແລະທວງໃຫ້
ຢຸດຕິການໂຈມຕີທາງອາກາດແລະການປິດລ້ອມທາງທະເລຕໍ່ລີເບຍ.

ການປະຊຸມ ທີ່ພົວພັນກັບຄະນະຜູ້ແທນລີເບຍ ຊຶ່ງໄດ້ມີຂຶ້ນລຸນຫຼັງກອງປະຊຸມມະຫາອຳ
ນາດໂລກຢູ່ນະຄອນຫຼວງ Adis Ababa ຂອງເອທິໂອເປຍໄດ້ຮຽກຮ້ອງໃຫ້ມີການຈັດຕັ້ງ ໄລຍະຂ້າມຜ່ານໄປສູ່ປະຊາທິປະໄຕກ່ອນໜ້າການເລືອກຕັ້ງຢູ່ໃນລີເບຍ.

ຄະນະຜູ້ແທນລີເບຍ ໄດ້ເດີນທາງໄປຮ່ວມກອງປະຊຸມດັ່ງກ່າວ ແຕ່ໄດ້ຖືກຫ້າມບໍ່ໃຫ້ເຂົ້າ
ຮ່ວມ ເວລາພວກຕໍ່ຕ້ານລັດຖະບານລີເບຍ ບໍ່ສາມາດໄປ ຮ່ວມກອງປະຊຸມທີ່ວ່ານີ້.

ນອກນັ້ນແລ້ວໃນມື້ວານນີ້ອົງການເນໂຕ້ກ່າວວ່າ ພົນໂທ Charles Bouchard ຂອງກາ ນາດາຈະເປັນຜູ້ນຳພາການປະຕິບັດງານທາງທະຫານ ຂອງກຸ່ມພັນທະມິດເນໂຕ້ໃນລີເບຍ.
ອົງການເນໂຕ້ ໄດ້ຕົກລົງໃນມື້ວັນພະຫັດຜ່ານມານີ້ວ່າ ຈະເຂົ້າກຳການບັງຄັບບັນຊາ ເພື່ອ
ຈັດຕັ້ງປະເທດບັດເຂດຫ້າມບິນເໜືອນ່ານຟ້າລີເບຍ.