ຜູ້ນໍາລີເບຍ ບໍ່ເຫັນພ້ອມ ກັບມະຕິ ສປຊ

  • ໄພສານ ວໍຣະຈັກ

ເກີດລະເບີດຢ່າງແຮງຂຶ້ນ ຫຼັງຈາກເຮືອບິນລົບລຳນຶ່ງ ໄດ້ຖືກຍິງຕົກ ໃນເຂດຊານເມືອງ Benghazi ທາງພາກຕາເວັນອອກຂອງລີເບຍ (19 ມີນາ 2011)

ຜູ້ນຳຂອງລີເບຍທ່ານ Moammar Gadhafi ໄດ້ສົ່ງ
ຈົດໝາຍສຸກເສີນ ໄປຫາພວກຜູ້ນຳຂອງໂລກຮວມທັງ
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ແລະ
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ
Ban Ki-moon ຂະນະທີ່ການສູ້ລົບກັນພວມລະເບີດ
ຂຶ້ນທີ່ເມືອງ Benghazi ຊຶ່ງເປັນທີ່ໝັ້ນ ຂອງພວກຕໍ່
ຕ້ານລັດຖະບານ.

ໃນຈົດໝາຍສະບັບນຶ່ງທີ່ໂຄສົກຂອງລັດຖະບານລີເບຍ
ໄດ້ອ່ານໃຫ້ພວກນັກຂ່າວຟັງ ທີ່ນະຄອນຫຼວງຕຣີໂປລີ
ໃນວັນເສົາມື້ນີ້ທ່ານ Gadhafi ໄດ້ຖາມທ່ານໂອບາມາ
ວ່າ ທ່ານຈະກະທຳແບບໃດ ຖ້າຫົວເມືອງນຶ່ງຂອງສະ
ຫະລັດຫາກຖືກຢຶດຄອງໂດຍກຸ່ມຈາກພາຍນອກ. ໂຄ
ສົກຍັງເວົ້າວ່າພວກນັກລົບທີ່ເມືອງ Benghazi ເປັນ
ສະມາຊິກຂອງກຸ່ມອາລກາຍດາ.

ທ່ານ Gadhafi ກ່າວຕໍ່ທ່ານ Ban ວ່າ ການປະຕິບັດງານໃດໆກໍຕາມຂອງປະເທດຕາ
ເວັນຕົກຕໍ່ລີເບຍແມ່ນຈະເປັນການຮຸກຮານຢ່າງຈະແຈ້ງແລະມະຕິຂອງສະພາຄວາມໝັ້ນຄົງ
ທີ່ອະນຸຍາດໃຫ້ມີການຈັດຕັ້ງເຂດຫ້າມບິນເໜືອລີເບຍນັ້ນ ຈຶ່ງເປັນໂມຄະ.

ໂຄສົກໄດ້ອ່ານຈົດໝາຍສະບັບດັ່ງກ່າວບໍ່ດົນຫຼັງຈາກເຮືອບິນລົບລຳນຶ່ງໄດ້ຖືກຍິງຕົກທີ່ເມືອງ
Benghazi ໃນວັນເສົາມື້ນີ້ແລະກໍໄດ້ຍິນສຽງລະເບີດດັງຖີ່ຂຶ້ນຢູ່ໃນບໍລິເວນນັ້ນ. ມີການ
ແນມເຫັນຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າ ຈາກບາງເຂດຂອງເມືອງດັ່ງກ່າວ.

ໃນວັນສຸກວານນີ້ ທ່ານ Gadhafi ໄດ້ປະກາດຢຸດຍິງແລະເວົ້າວ່າທ່ານພ້ອມແລ້ວທີ່ຈະເປີດ
ຊ່ອງທາງສຳລັບການເຈລະຈາຫາລືກັບພວກກະບົດຕໍ່ຕ້ານລັດຖະບານ.

ການສູ້ລົບກັນໃນວັນເສົາມື້ນີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ກ່ອນການເປີດກອງປະຊຸມສຸກເສີນສຸດ ຍອດຂອງນາໆຊາດທີ່ກຸງປາຣີ ບ່ອນທີ່ມະຫາອຳນາດຂອງໂລກຮວມທັງສະຫະລັດ ອົງ
ການສະຫະປະຊາຊາດ ສັນນິບາດອາຣັບ ແລະສະຫະພາບຢູໂຣບຈະພິຈາລະນາໃນການ
ເອົາມາດຕະການຕອບໂຕ້ຕໍ່ວິກິດການໃນລີເບຍ.

ໃນມື້ວັນສຸກວານນີ້ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາໄດ້ເຕືອນທ່ານ Gadhafi
ວ່າ ກຳລັງຂອງທ່ານຕ້ອງຢຸດເຊົາການໂຈມຕີຕໍ່ປະຊາຊົນຊາວລີເບຍ ຫຼືຖ້າບໍ່ດັ່ງນັ້ນແລ້ວກໍ
ຈະປະເຊີນການປະຕິບັດງານທາງທະຫານ. ທ່ານໂອບາມາກ່າວຕື່ມວ່າ ສະຫະລັດຈະບໍ່ສົ່ງ
ກຳລັງພາກພື້ນດິນເຂົ້າໄປໃນລີເບຍ.

ນອກນັ້ນແລ້ວຜູ້ນຳຂອງສະຫະລັດຍັງເວົ້າວ່າ ກຳລັງຂອງທ່ານ Gadhafi ຕ້ອງອະນຸ
ຍາດໃຫ້ມີການຈັດສົ່ງປັດໄຈບັນເທົາທຸກທາງດ້ານມະນຸດສະທຳໄປໃຫ້ພົນລະເຮືອນລີເບຍ.

ໃນວັນພະຫັດຜ່ານມານີ້ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ຮັບຜ່ານ
ມະຕິສະບັບນຶ່ງອະນຸຍາດໃຫ້ສ້າງຕັ້ງເຂດຫ້າມບິນເໜືອນ່ານຟ້າລີເບຍ.

ບັນດາປະເທດທີ່ເຂົ້າຮ່ວມໃນການຈັດຕັ້ງປະຕິບັດເຂດຫ້າມບິນພວມສົ່ງກຳປັ່ນລົບ ແລະ
ເຮືອບິນຂອງຕົນໄປຍັງຂົງເຂດດັ່ງກ່າວ.

ເອກອັກຄະລັດຖະທູດຝຣັ່ງປະຈຳອົງການສະຫະປະຊາຊາດທ່ານ Gerard Araud ກ່າວ
ຕໍ່ອົງການຂ່າວບີບີຊີວ່າທ່ານຄາດວ່າການປະຕິບັດງານຫຼືການແຊກແຊງທາງທະຫານໃນ
ລີເບຍ ຈະມີຂຶ້ນພາຍໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກກອງປະຊຸມສຸດຍອດທີ່ກຸງປາຣີ.