ພວກຕໍ່ຕ້ານ ຖອຍຈາກ ຫຼາຍເມືອງ ໃນລີເບຍ

  • ໄພສານ ວໍຣະຈັກ

ຮູບຈາກໂທລະພາບ ຂອງທາງການລີເບຍ ໃນວັນທີ 11 ມີນາ 2011 ທີ່ສະແດງໃຫ້ເຫັນວ່າ ກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi ພາກັນສະຫຼອງ ທີ່ເມືອງ Ras Lanuf ຫຼັງຈາກໄດ້ຂັບໄລ່ກຳລັງຕໍ່ຕ້ານອອກໄປຈາກເມືອງດັ່ງກ່າວ.

ພວກຕໍ່ຕ້ານລັດຖະບານທີ່ພວມສູ້ລົບກັບກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍທ່ານ
Moammar Gadhafi ໄດ້ພາກັນລ່າຖອຍໃນວັນສຸກມື້ນີ້ ຫຼັງຈາກໄດ້ເສຍໄຊຢ່າງໜັກ
ຢູ່ໃນທົ່ວປະເທດ.

ພວກຕໍ່ຕ້ານລັດຖະບານໄດ້ຖອຍອອກຈາກເມືອງ Ras Lanuf ເມືອງທ່າສົ່ງອອກນໍ້າມັນໃນ
ພາກຕາເວັນອອກຂອງລີເລຍໂດຍທີ່ຍັງປະກຳລັງກຸ່ມນ້ອຍໆຈຳນວນນຶ່ງພວມສູ້ລົບຢູ່ໃນ
ເມືອງດັ່ງກ່າວ ຊຶ່ງໃນເມື່ອກ່ອນຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາເຈົ້ານັ້ນ. ພວກຕໍ່ຕ້ານ
ລັດຖະບານເວົ້າວ່າ ກຳລັງນິຍົມ Gadhafi ໄດ້ທຳການໂຈມຕີ ທັງທາງອາກາດ ທາງ
ພາກພື້ນດິນແລະທາງທະເລເພື່ອເຂົ້າຄວບຄຸມເມືອງດັ່ງກ່າວ.

ໃນວັນພະຫັດວານນີ້ຄະນະນຳພາຂອງພວກຕໍ່ຕ້ານລັດຖະບານຍອມຮັບວ່າ ເມືອງ
Zawiya ຫົວເມືອງໃນພາກຕາເວັນຕົກ ໃກ້ໆນະຄອນຫຼວງຕຣີໂປລີນັ້ນ ກໍໄດ້ຕົກຢູ່ພາຍ
ໃຕ້ກຳມືຂອງກຳລັງທີ່ຈົງຮັກພັກດີຕໍ່ທ່ານ Gadhafi ຄືນອີກຫຼັງຈາກໄດ້ມີການຕ້ານຢັນ
ເປັນເວລາຫຼາຍໆມື້.

ຄະນະກຳມະການຂອງສະພາກາແດງສາກົນກ່າວວ່າລີເບຍພວມກ້າວເຂົ້າສູ່ສົງຄາມກາງ
ເມືອງ ອົງການສະຫະປະຊາຊາດກ່າວວ່າ ບັນຫາຂັດແຍ້ງໃນລີເບຍ ເຮັດໃຫ້ມີຜູ້ເສຍຊີວິດ
ແລ້ວຫຼາຍກວ່າ 1,000 ຄົນແລະອີກ 250,000 ກວ່າຄົນໄດ້ຫຼົບໜີອອກຈາກປະເທດດັ່ງ
ກ່າວ.

ຂະນະດຽວກັນ ບໍລິສັດນໍ້າມັນຍັກໃຫຍ່ Total ຂອງຝຣັ່ງ ກ່າວໃນວັນສຸກມື້ນີ້ວ່າຄວາມວຸ້ນ
ວາຍໃນລີເບຍ ຍັງສືບຕໍ່ເຮັດໃຫ້ການຜະລິດນໍ້າມັນໃນປະເທດດັ່ງກ່າວຫຼຸດລົງ. ຫົວໜ້າບໍລິ
ຫານຂອງບໍລິສັດ Total ທ່ານ Christophe de Margerie ກ່າວວ່າການຜະລິດນໍ້າມັນ
1 ລ້ານ 6 ແສນຖັງຕໍ່ມື້ຂອງລີເບຍໄດ້ຫຼຸດລົງມາເຫຼືອຢູ່ໃນລະຫວ່າງ 2 ແສນຫາ 3 ແສນ
ຖັງຕໍ່ມື້.