ພວກກະບົດ ບຸກໂຈມຕີ ໃນພາກຕາເວັນຕົກ ຂອງລີເບຍ

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ຖະແຫຼງຕໍ່ພວກນັກຂ່າວ ທີ່ກະຊວງຕ່າງປະເທດ ອັງກິດໃນກຸງລອນດອນ (27 ກໍລະກົດ 2011)

ພວກກະບົດໃນພາກຕາເວັນຕົກຂອງລີເບຍໄດ້ເປີດສາກບຸກໂຈມຕີກອງກຳລັງຂອງຜູ້ນຳລີເບຍ
ທ່ານ Moammar Gadhafi ທີ່ຫົວເມືອງແຫ່ງນຶ່ງໃກ້ໆຊາຍແດນຕູນີເຊຍ.

ການສູ້ລົບກັນໄດ້ລະເບີດຂຶ້ນທີ່ເມືອງ Ghezaia ທີ່ກຳລັງຂອງ Gadhafi ໄດ້ໃຊ້ເປັນຖານ
ປະຕິບັດງານ ເພື່ອບຸກໂຈມຕີພວກກະບົດໃນເຂດພູຜານັ້ນ.

ເວລານີ້ຍັງບໍ່ມີລາຍງານຂ່າວ ກ່ຽວກັບການບາດເຈັບລົ້ມຕາຍເທື່ອ.

ການສູ້ລົບກັນໄດ້ລະເບີດຂຶ້ນນຶ່ງມື້ຫຼັງຈາກຫົວໜ້າສະພາຝ່າຍຄ້ານຂອງລີເບຍເວົ້າວ່າຂໍ້ສະເໜີ
ຂອງພວກກະບົດໃຫ້ທ່ານ Gadhafi ສາມາດຢູ່ໃນປະເທດໄດ້ຖ້າຜູ້ກ່ຽວຫາກຍອມສະລະອຳ
ນາດນັ້ນ ໄດ້ໝົດອາຍຸລົງແລ້ວ.

ທ່ານ Mustafa Abdel Jalil ກ່າວໃນມື້ວັນພຸດວານນີ້ວ່າຂໍ້ສະເໜີທີ່ວ່ານີ້ຊຶ່ງໄດ້ຍື່ນໄປຍັງ
ທູດພິເສດຂອງອົງການສະຫະປະຊາຊາດປະມານເມື່ອນຶ່ງເດືອນກ່ອນນັ້ນໄດ້ກຳນົດເສັ້ນຕາຍ
ໄວ້ພ້ອມ.

ນາຍົກລັດຖະມົນຕີລີເບຍທ່ານ Al-Baghdadi al-Mahmoudi ກ່າວວ່າ ການສະລະອຳ
ນາດຂອງທ່ານ Gadhafi ຈະບໍ່ມີການຕໍ່ຮອງກັນ.

ນອກນັ້ນລັດຖະບານລີເບຍຍັງໄດ້ປະນາມການຕັດສິນໃຈຂອງລັດຖະບານອັງກິດທີ່ຮັບຮູ້ສະ
ພາໄລຍະຂ້າມຜ່ານແຫ່ງຊາດ ຂອງກຸ່ມຝ່າຍຄ້ານລີເບຍ ແລະໄດ້ຂັບໄລ່ພວກນັກການທູດ
ລີເບຍອອກຈາກປະເທດນັ້ນໂດຍເອີ້ນການ​ເຄື່ອນໄຫວດັ່ງກ່າວນີ້ວ່າ ເປັນການກະທຳທີ່ຜິດ
ກົດໝາຍແລະຂາດຄວາມຮັບຜິດຊອບ.

ລັດຖະມົນຕີການຕ່າງປະເທດອັງກິດທ່ານ William Hague ກ່າວໃນມື້ວານນີ້ວ່າ ການຕັດ
ສິນໃຈຂອງອັງກິດແມ່ນອີງຕາມຄວາມຖືກຕ້ອງຊອບທຳ ຄວາມສາມາດແລະຄວາມສຳເລັດທີ່
ມີເພີ່ມຂຶ້ນຂອງພວກກະບົດ ໃນການຍື່ນມືໄປຫາຫຼືຕິດຕໍ່ປະສານງານກັບຊາວລີເບຍ ຢູ່ໃນທົ່ວ
ປະເທດ.