ສະພາຕໍ່າສະຫະລັດ ຈະລົງຄະແນນສຽງ ຕັດການປະຕິບັດງານ ໃນລີເລຍ

  • ໄພສານ ວໍຣະຈັກ

ປະທານສະພາຕໍ່າສະຫະລັດ ທ່ານ John Boehner ກ່າວຕໍ່ພວກນັກຂ່າວ ທີ່ຕຶກຫໍລັດຖະສະພາສະຫະລັດ ໃນກຸງວໍຊິງຕັນ (23 ມິຖຸນາ 2011)

ປະທານສະພາຕໍ່າຂອງສະຫະລັດກ່າວວ່າ ສະມາຊິກສະພາຕໍ່າຈະລົງຄະແນນສຽງໃນວັນສຸກ
ມື້ນີ້ ກ່ຽວກັບຮ່າງກົດໝາຍ ທີ່ຈະຕັດການໃຫ້ເງິນສະໜັບສະໜຸນ ຕໍ່ການໂຈມຕີໂດຍເຮືອບິນ
ບໍ່ມີຄົນຂັບແລະການໂຈມຕີທາງອາກາດຂອງສະຫະລັດຢູ່ໃນລີເບຍ.

ທ່ານ John Boehner ກ່າວໃນວັນພະຫັດວານນີ້ວ່າ ຮ່າງກົດໝາຍສະບັບນີ້ຈະສັ່ງໃຫ້ຍົກ
ຍ້າຍກຳລັງສະຫະລັດທັງໝົດ ຍົກເວັ້ນແຕ່ພວກທີ່ພົວພັນນຳການປະຕິບັດງານ ທີ່ບໍ່ເປັນໄພ
ອັນຕະລາຍ. ຮ່າງກົດໝາຍສະບັບນີ້ ຈະອະນຸຍາດໃຫ້ກອງທັບສະຫະລັດ ສືບຕໍ່ການປະຕິ
ບັດງານໃນການຊອກຄົ້ນຫາແລະກູ້ໄພ ທຳການສືບລັບ ການຕິດຕາມສອດສ່ອງ ການຕື່ມ
ນໍ້າມັນ ແລະການປະຕິບັດງານໃຫ້ການສະໜັບສະໜຸນອື່ນໆ.

ຜູ້ນຳຂອງສະພາຕໍ່າສະຫະລັດຍັງເວົ້າວ່າ ນອກນັ້ນທາງສະພາຕໍ່າຍັງຈະໄດ້ລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍສະບັບທີ 2 ທີ່ອະນຸຍາດໃຫ້ສະຫະລັດປະກອບສ່ວນເຂົ້າໃນການປະ
ຕິບັດງານຢູ່ໃນລີເບຍເປັນເວລານຶ່ງປີ. ຮ່າງກົດໝາຍສະບັບນີ້ ຄ້າຍຄືກັນກັບຮ່າງກົດໝາຍທີ່
ນຳສະເໜີໂດຍສະມາຊິກສະພາສູງອະວຸໂສສອງຄົນຂອງສະຫະລັດຄືທ່ານ John McCain
ຈາກພັກຣີພັບບລີກັນ ແລະທ່ານ John Kerry ຈາກພັກເດໂມແຄັທ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ຮຽກຮ້ອງໃນວັນພະ
ຫັດວານນີ້ ໃຫ້ສະຫະລັດສືບຕໍ່ພົວພັນ ໃນການປະຕິບັດງານພາຍໃຕ້ການນຳພາຂອງອົງ
ການເນໂຕ້ນັ້ນ. ທ່ານນາງໄດ້ໂອ້ລົມກັບສະມາຊິກສະພາຕໍ່າຂອງພັກເດໂມແຄຣັທໃນການ
ປະຊຸມແບບປິດລັບເພື່ອໃຫ້ການອະທິບາຍກ່ຽວກັບການປະຕິບັດງານທີ່ວ່ານີ້ ແລະຄວາມ
ເສຍຫາຍຖ້າສະພາ ຕໍ່າຫາກລົງຄະແນນສຽງຕັດການໃຫ້ເງິນສະໜັບສະໜຸນ.

ສະມາຊິກສະພາຕໍ່າທັງຂອງພັກຣີພັບບລີກັນແລະພັກເດໂມແຄຣັທມີຄວາມໂກດແຄ້ນຕໍ່ປະ
ທານາທິບໍດີບາຣັກໂອບາມາ ທີ່ບໍ່ໄດ້ຮ້ອງຂໍໃຫ້ທາງສະພາອະນຸມັດໃນການເຂົ້າແຊກແຊງຢູ່
ໃນບັນຫາຂັດແຍ້ງໃນປະເທດລີເບຍ.

ຂະນະດຽວກັນສານອາດຊະຍາກຳນາໆຊາດປະກາດວ່າ ການຮັບຟັງຄຳໃຫ້ການຈະມີຂຶ້ນທີ່
ນະຄອນ Hague ໃນມື້ວັນຈັນຈະມານີ້ ເພື່ອຕັດສິນວ່າ ຜູ້ນຳລີເບຍ ທ່ານ Moammar
Gadhafi ຈະປະເຊີນກັບການຖືກຈັບກຸມໃນການກໍ່ໂທດກຳຕ້ານມະນຸດຊາດຫຼືບໍ່.