ລີເບຍປະກາດ ຈະເອົາຊະນະ ອົງການເນໂຕ້

  • ໄພສານ ວໍຣະຈັກ

ພວກນັກສຶກສາພວມຍ່າງຜ່ານອາຄານຫຼັງນຶ່ງ ຂອງມະຫາວິທະຍາໄລ Fatih ທີ່ໄດ້ຮັບຄວາມເສຍຫາຍຈາກການ ໂຈມຕີຂອງອົງການເນໂຕ້ ເມື່ອນຶ່ງມື້ກ່ອນ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ລີເບຍ ທີ່ກຸງຕຣີໂປລີ (18 ມິຖຸນາ 2011)

ທ່ານ Moammar Gadhafi ຜູ້ນຳຂອງລີເບຍໄດ້ປະກາດໃນການອັດສຽງ ທີ່ອອກອາກາດ ໂດຍໂທລະພາບລີເບຍໃນວັນມື້ວັນສຸກວານນີ້ວ່າ ຈະເອົາຊະນະອົງການເນໂຕ້ ຫຼັງຈາກການ
ໂຈມຕີທາງອາກາດ ຂອງກຳລັງປະສົມນາໆຊາດໄດ້ຖະຫຼົ່ມລີເບຍໃນຕອນກາງເວັນນັ້ນ.

ໂດຍການຮ້ອງ ແລະຊຸກຍູ້ໃຫ້ປະຊາຊົນລີເບຍອົດທົນຕໍ່ໄປນັ້ນ ທ່ານ Gadhafi ປະກາດວ່າ
ຈະບໍ່ຢຸດເຊົາເດັດຂາດທັງໆທີ່ໄດ້ມີການຮຽກຮ້ອງຈາກພວກຜູ້ນຳຂອງໂລກໃຫ້ທ່ານສະລະອຳ
ນາດ.

ການຖະແຫຼງດັ່ງກ່າວໄດ້ອອກອາກາດຂະນະທີ່ໂທລະພາບຂອງລັດຖະບານລີເບຍໄດ້ສາຍຮູບ
ໃນອັນທີ່ທາງສະຖານີໂທລະພາບດັ່ງກ່າວເວົ້າວ່າ ເປັນວີດີໂອສົດ ກ່ຽວກັບການໂຮມຊຸມນຸມ
ຂອງພວກທີ່ນິຍົມທ່ານ Gadhafi ທີ່ຈະຕຸລັດຕຣີໂປລີ. ຮູບວີດີໂອສະແດງໃຫ້ເຫັນວ່າ ມີຜູ້
ຄົນຈຳນວນຫຼາຍຮ້ອຍໄດ້ພາກັນໂບກທຸງແລະກໍຮ້ອງຄຳຂວັນສະໜັບສະໜຸນລັດຖະບານ.

ການອອກອາກາດຄຳຖະແຫຼງຂອງທ່ານ Gadhafi ມີຂຶ້ນຂະນະທີ່ເຮືອບິນລົບຂອງອົງການ
ເນໂຕ້ສືບຕໍ່ທຳການໂຈມຕີນະຄອນຫຼວງຕຣີໂປລີ. ເປັນທີ່ປາກົດ ວ່າການໂຈມຕີຂອງເນໂຕ້
ໄດ້ແນເປົ້າໝາຍໃສ່ຫຼາຍໆເຂດໃນນະຄອນຫຼວງ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າມີຈຸດໃດ ແດ່ໄດ້ຖືກໂຈມຕີແລະຜູ້ມີບາດເຈັບລົ້ມ ຕາຍຫຼືບໍ່.

ສ່ວນໃຫຍ່ແລ້ວອົງການເນໂຕ້ໄດ້ທຳການໂຈມຕີໂດຍອາໄສຄວາມມືດໃນຕອນກາງຄືນເປັນ
ເຄື່ອງກຳບັງແຕ່ການໂຈມຕີໃນຕອນກາງເວັນກໍມີເພີ່ມຂຶ້ນນັບມື້. ການໂຈມຕີໃນວັນສຸກວານ
ນີ້ມີຂຶ້ນລຸນຫຼັງການໂຈມຕີໃນຕອນກາງຄືນຂອງວັນພະຫັດ.

ຂະນະດຽວກັນ ກຳລັງທີ່ຈົງຮັກພັກດີຕໍ່ທ່ານ Gadhafi ກໍໄດ້ຍິງໂຈມຕີ ເປົ້າໝາຍຕ່າງໆທີ່
ເມືອງ Misrata ທີ່ໝັ້ນຂອງພວກກະບົດໃນພາກຕາເວັນຕົກຂອງປະເທດ. ເຈົ້າໜ້າທີ່ການ
ແພດ ແລະພວກກະບົດເວົ້າວ່າ ການໂຈມຕີໃນມື້ວານນີ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 10 ຄົນແລະະໄດ້ຮັບບາດເຈັບອີກ 40 ຄົນ.