ເນໂຕ້ໂຈມຕີຮອບໃໝ່ ຕໍ່ນະຄອນຫຼວງລີເບຍ

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆພາກັນຖ່າຍຮູບ ໃນລະຫວ່າງກອງປະຊຸມ ຂອງກຸ່ມຕິດຕໍ່ປະສານ ງານກ່ຽວກັບລີເບຍ ທີ່ນະຄອນອາບູດາບີ ສະຫະລັດອາຣັບເອເມີເຣັສ (9 ມິຖຸນາ 2011)

ການໂຈມຕີທາງອາກາດຮອບໃໝ່ຂອງອົງການເນໂຕ້ ໄດ້
ສັ່ນສະເທືອນນະຄອນຫຼວງຂອງລີເບຍ ໃນຕອນເຊົ້າຂອງ
ວັນສຸກມື້ນີ້ນຶ່ງມື້ຫຼັງຈາກບັນດາປະເທດພັນທະມິດແລະປະ
ເທດອາຣັບໃຫ້ຄຳໝັ້ນສັນຍາໃນມູນຄ່າຫຼາຍກວ່າ 1 ພັນ
100 ລ້ານໂດລາເພື່ອໃຫ້ການຊ່ອຍເຫຼືອແກ່ສະພາໄລຍະ
ຂ້າມຜ່ານແຫ່ງຊາດຂອງກຸ່ມຝ່າຍຄ້ານລີເບຍ ແລະປະຊາ
ຊົນທີ່ໄດ້ຮັບຜົນກະທົບຈາກບັນຫາຂັດແຍ້ງ.

ສະມາຊິກ 22 ປະເທດຂອງກຸ່ມຕິດຕໍ່ປະສານງານກ່ຽວ
ກັບລີເບຍ ໄດ້ປະກາດກ່ຽວກັບມາດຕະການ ໃຫ້ຄວາມ
ຊ່ອຍເຫຼືອທາງດ້ານການເງິນ ແກ່ພວກກະບົດລີເບຍຈຳ
ນວນນຶ່ງໃນວັນພະຫັດວານນີ້ ຂະນະທີ່ບັນດາປະເທດເຫຼົ່ານີ້ປະຊຸມກັນ ຢູ່ທີ່ສະຫະລັດອາ
ຣັບເອເມີເຣັສເພື່ອວາງແຜນສຳລັບອະນາຄົດຂອງລີເບຍທີ່ປາດສະຈາກທ່ານ Moammar
Gadhafi ຜູ້ນຳຂອງລີເບຍໃນປັດຈຸບັນ.

ອີຕາລີ ອະດີດເຈົ້າອານານິຄົມຂອງລີເບຍ ກ່າວວ່າ ຕົນຈະໃຫ້ການຊ່ອຍເຫຼືອເກືອບ 600 ລ້ານໂດລາແກ່ພວກກະບົດລີເບຍ ຂະນະທີ່ຝຣັ່ງໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການສະໜັບສະ
ໜຸນຫຼາຍກວ່າ 420 ລ້ານໂດລາ. ຄູເວດ ກາຕ້າແລະເຕີກກີຕ່າງກໍໄດ້ໃຫ້ຄຳໝັ້ນສັນຍາທີ່
ຈະຮ່ວມສົມທົບທຶນໃນການຊ່ອຍເຫຼືອ.

ສະຫະລັດບໍ່ໄດ້ສະເໜີໃຫ້ການຊ່ອຍເຫຼືອໂດຍກົງ ຕໍ່ພວກກະບົດ ແຕ່ຈະໃຫ້ການຊ່ອຍເຫຼືອ
ເພີ່ມຕື່ມ 26 ລ້ານ 5 ແສນໂດລາກ່ຽວກັບການບັນເທົາທຸກທາງດ້ານມະນຸດສະທຳຕໍ່ຊາວ
ລີເບຍທັງມວນ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວຕໍ່ກອງປະຊຸມ
ນັກຂ່າວວ່າ Gadhafi ຈະຖືກຂັບໄລ່ອອກຈາກອຳນາດໃນໄວໆນີ້.

ທູດພິເສດຂອງຣັດເຊຍຮັບຜິດຊອບກ່ຽວກັບລີເບຍ ທ່ານ Mikhail Margelov ກ່າວວ່າ
Gadhafi ໄດ້ສູນເສຍສິດທິທາງດ້ານສິນທຳທີ່ຈະເປັນຜູ້ນຳພາລີເບຍຫຼັງຈາກໄດ້ໂຈມຕີປະ
ຊາຊົນຂອງຕົນ. ເມື່ອໄວໆມານີ້ທ່ານ Margelov ໄດ້ພົບປະກັບພວກຜູ້ນຳກະບົດໃນເຂດ
ທີ່ໝັ້ນຂອງພວກເຂົາເຈົ້າ ຢູ່ເມືອງ Benghazi ແລະມີແຜນການທີ່ຈະພົບປະກັບພວກເຈົ້າ
ໜ້າທີ່ລັດຖະບານລີເບຍໃນຄວາມພະຍາຍາມເພື່ອຫາທາງໄກ່ເກ່ຍໃນການແກ້ໄຂວິກິດການ
ໃຫ້ສິ້ນສຸດລົງ.