ເຮືອບິນເນໂຕ້ ໂຈມຕີ ຈານຮັບດາວທຽມ ຂອງລີເບຍ

  • ໄພສານ ວໍຣະຈັກ

ພິທີສົ່ງສະການໃຫ້ແກ່ທ່ານ Abdel Fattah Younes ຜູ້ບັນຊາການ ທະຫານຂອງຝ່າຍກະບົດລີເບຍທີ່ຖືກຍິງ ຕາຍ (29 ກໍລະກົດ 2011)

ອົງການເນໂຕ້ກ່າວວ່າ ຕົນໄດ້ຖິ້ມລະເບີດໂຈມຕີຈານສົ່ງດາວທຽມ 3 ຈານທີ່ນະຄອນຫຼວງ
ຕຣີໂປລີໃນຄວາມພະຍາຍາມ ເພື່ອປ້ອງກັນບໍ່ໃຫ້ຜູ້ນຳລີເບຍທ່ານ Moammar Gadhafi ໃຊ້ໂທລະພາບຂົ່ມຂູ່ສ້າງຄວາມຢ້ານກົວໃຫ້ແກ່ປະຊາຊົນ.

ກຸ່ມພັນທະມິດ ກ່າວໃນວັນເສົາມື້ນີ້ວ່າ ເຮືອບິນລົບຂອງອົງການເນໂຕ້ ໄດ້ທຳການໂຈມຕີ
ແບບແມ່ນຍຳທາງອາກາດທີ່ເຮັດໃຫ້ຈານສົ່ງດາວທຽມພາກພື້ນດິນ 3 ຈານໃຊ້ການບໍ່ໄດ້.

ພັນເອກ Roland Lavoie ໂຄສົກຂອງກຸ່ມພັນທະມິດເນໂຕ້ກ່າວວ່າ ການໂຈມຕີທີ່ວ່ານີ້
ແມ່ນມີຄວາມຈຳເປັນຍ້ອນວ່າ Gadhafi ໄດ້ໃຊ້ການອອກຂ່າວທາງໂທລະພາບກົດຂີ່ແລະ
ຂົ່ມຂູ່ປະຊາຊົນລີເບຍຕະຫຼອດທັງຍຸຍົງໃຫ້ມີການໂຈມຕີຕໍ່ພວກເຂົາເຈົ້າ.

ອົງການຂ່າວຣອຍເຕີ້ລາຍງານວ່າໂທລະພາບຂອງທາງການລີເບຍຍັງສືບຕໍ່ອອກອາກາດ
ຢູ່ ລຸນຫຼັງທີ່ໄດ້ມີການໂຈມຕີທາງອາກາດແລ້ວ.

ອົງການເນໂຕ້ໄດ້ທຳການໂຈມຕີທາງອາກາດຕໍ່ລີເບຍນັບແຕ່ເດືອນມີນາເປັນຕົ້ນມາພາຍໃຕ້
ຄຳສັ່ງຂອງອົງການສະຫະປະຊາຊາດທີ່ໃຫ້ປົກປ້ອງພົນລະເຮືອນລີເບຍຈາກການໂຈມຕີຂອງ
ກຳລັງ Gadhafi. ຜູ້ນຳລີເບຍໄດ້ພະຍາຍາມທີ່ຈະທັບມ້າງ ການກໍ່ກະບົດຕ້ານການປົກຄອງ
ເປັນເວລາ 44 ປີຂອງທ່ານ.