ທາງການລີເບຍ ກ່າວວ່າ ກາດດາຟີ ເສຍຊີວິດແລ້ວ ທີ່ເມືອງ Sirte (ເບິ່ງວີດີໂອ ແລະສະໄລດ໌)

  • Phaysarn Vorachak

ຮູບອະດີດຜູ້ນຳລີເບຍທ່ານມວມມາ ກາດດາຟີ ພວມນັ່ງເບິ່ງ ພິທີສວນສະໜາມທີ່ຈະຕຸລັດສີຂຽວ ໃນກຸງຕຣີໂປລີ (1 ກັນຍາ 2009)

ເຈົ້າໜ້າທີ່ລັດຖະບານຊົ່ວຄາວຂອງລີເບຍ ກ່າວວ່າ ອະດີດຜູ້ນຳມວມມາກາດດາຟີໄດ້ເສຍຊີ
ວິດແລ້ວ ລຸນຫຼັງທີ່ໄດ້ຮັບບາດເຈັບຂະນະທີ່ຜູ້ກ່ຽວພະຍາຍາມຫຼົບໜີອອກຈາກເມືອງ Sirte.

ໃນຕອນເຊົ້າຂອງວັນພະຫັດມື້ນີ້ ພວກຜູ້ນຳທາງທະຫານ ຂອງສະພາປົກຄອງໄລຍະຂ້າມ
ຜ່ານແຫ່ງຊາດຫຼື NTC ກ່າວວ່າກາດດາຟີຖືກຈັບໂຕໄດ້ແລະພວກເຈົ້າໜ້າທີ່ເວົ້າວ່າຜູ້ກ່ຽວ
ໄດ້ຮັບບາດເຈັບສາຫັດ.

ພວກນັກລົບຝ່າຍປະຕິວັດຂອງລີເບຍ ໄດ້ບຸກໂຈມຕີຮອບສຸດທ້າຍ ຕໍ່ເມືອງ Sirte ບ້ານ ເກີດຂອງອະດີດຜູ້ນຳມວມມາກາດດາຟີ ໃນວັນພະຫັດມື້ນີ້ ຫຼັງຈາກໄດ້ທຳການສູ້ລົບເປັນ
ເວລາຫຼາຍໆອາທິດກັບພວກທີ່ຈົງຮັກພັກດີຕໍ່ກາດດາຟີທີ່ຕິດອາວຸດເປັນຢ່າງດີນັ້ນ.

ພວກເຈົ້າໜ້າທີ່ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດ ເວົ້າວ່າ ການເຂົ້າຢຶດເອົາ
ເມືອງ Sirte ໄດ້ນັ້ນ ຈະອຳນວຍໃຫ້ພວກທ່ານ ທຳການປະກາດກ່ຽວກັບການປົດປ່ອຍ
ປະເທດຍ້ອນໝາຍຄວາມວ່າລັດຖະບານຊົ່ວຄາວສາມາດຄວບຄຸມເສັ້ນທາງເຂົ້າອອກແລະ
ເມືອງທ່າແຫ່ງຕ່າງໆຂອງລີເບຍໄດ້ທັງໝົດແລ້ວ.

ເມືອງ Sirte ຊຶ່ງເປັນຫົວເມືອງແຄມທະເລທີ່ຕັ້ງຫ່າງຈາກນະຄອນຫຼວງຕຣີໂປລີໄປທາງ
ທິດຕາເວັນອອກ 360 ຫຼັກກິໂລແມັດນັ້ນ ແມ່ນທີ່ໝັ້ນແຫ່ງສຸດທ້າຍຂອງພວກທີ່ຈົງຮັກ
ພັກດີຕໍ່ກາດດາຟີ ຫຼັງຈາກພວກນັກລົບຂອງລັດຖະບານຊົ່ວຄາວ ເຂົ້າຢຶດເອົາຫົວເມືອງ
ທະເລຊາຍ Bani Walid ໃນຕົ້ນອາທິດນີ້.

ລາຍງານຂ່າວໂທລະພາບສະແດງໃຫ້ເຫັນວ່າ ພວກນັກລົບຂອງລັດຖະບານຊົ່ວຄາວໄດ້
ພາກັນຍິງປືນຂຶ້ນຟ້າ ເພື່ອເປັນການສະເຫຼີມສະຫຼອງແລະຊັກທຸງຊາດໃໝ່ ຂຶ້ນສູ່ປາຍເສົາ
ຢູ່ທີ່ເມືອງ Sirte.