ລີເບຍ ສະຫຼອງ ວັນຄົບຮອບ ການປະຕິວັດ ປີທຳອິດ

  • ກິ່ງສະຫວັນ ປະຖຳມະວົງ

ປະຊາຊົນຊາວລີເບຍພ້ອມກັບທຸງຊາດໃນສະໄໝເປັນລາຊະອານາຈັກ ໂຮມຊຸມນຸມສະເຫຼີມສະຫຼອງວັນຄົບຮອບປີ ທຳອິດ ແຫ່ງການປະຕິວັດ ຄືວັນທີ 17 ກຸມພາ ທີ່ເມືອງ Benghazi ໃນພາກຕາເວັນອອກຂອງປະເທດ.

ປະຊາຊົນ​ທີ່​ລີ​ເບຍ ກໍາລັງ​ພາກັນ​ສະ​ເຫລີ​ມສະຫລອງ​ວັນ​ຄົບຮອບປີ​ທຳອິດຂອງ​ການ​ໂຄ່ນ
ລົ້ມ​ລະບອບການ​ປົກຄອງ​ຂອງ​ມື້ລາງ​ຈອມ​ຜະ​ເດັດ​ການ Moammar Gadhafi​.

ການ​ສະຫລອງ​ທີ່ຕິດ​ຕໍ່​ໜໍ່​ເນື່ອງ​ກັນ ​ໄດ້​ເລີ້ມ​ຂື້ນ​ໃນ​ຫົວ​ເມືອງຕ່າ​ງໆ​ທົ່ວ​ປະ​ເທດໃນ​ວັນ​ພະ
ຫັດ​ວານນີ້.

ທີ່ເມຶອງ Benghazi ​ໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ​ນັ້ນ ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ
ແມ່ນ​ຢູ່​ໃນສະພາບ​ກຽມພ້ອມ​ລະດັບ​ສູງ ເພື່ອຮັບ​ມືກັບສະ​ຖານະ​ການໃນ​ຂະນະ​ທີ່​ປະຊາຊົນ​
ຫລາຍໆ​ຮ້ອຍ​ຄົນ​ພາກັນ​ໂບກທຸງຊາດ​ໄປ​ມາ ຢູ່​ນ​ອກຕຶ​ກອາຄານສານຍຸຕິ​ທຳ​ຂອງ​ເມືອງດັ່ງ
ກ່າວ. ​ເປັນທີ່​ຄາດ​ກັນ​ຍວ່າ ການສະ​ເຫລີ​ມສະຫລອງ​ຢ່າງ​ເປັນ​ທາ​ງການ​ ຈະ​ໄດ້​ຈັດຂື້ນຢູ່​ທີ່​
ເມືອງ Benghazi ​ໃນ​ວັນ​ສຸກ​ມື້ນີ້.

ຊາວ​ລີເບຍ ພາກັນ​ສະ​ແດງອອກ​ມາເຖິງ​ຄວາມ​ພໍ​ໃຈ​ແລະ​ມີ​ຄວາມຫວັງ​ໄປ​ໃນ​ແງ່​ດີກ່ຽວ​ກັບ
ຄວາມ​ກ້າວໜ້າແລະຜົນ​ສໍາ​ເລດທີ່​ໄດ້​ຮັບ​ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປະຕິວັດ.

ເຖິງ​ຢ່າງ​ໃດ​ກໍ​ດີ ອະດີດ​ລັດ​ຖະ​ມົນຕີຂອງ​ລັດຖະບານ​ຊຸດ​ເກົ່າທ່ານ Ali Al Tarhoni ກ່າວ​
ວ່າ​ຍັງ​ມີໜ້າ​ວຽກ​ງານ​ຢ່າງຫລວງຫລາຍ​ທີ່​ຈະ​ຕ້ອງ​ໄດ້​ປະ​ຕິ​ບັດ.

ກໍາລັງຂອງ​ອຳນາດ​ການ​ປົກຄອງ​ ໃນ​ໄລຍະ​ຂ້າມ​ຜ່ານ ​ໄດ້​ພາກັນ​ລຸກ​ຮືຂຶ້ນໃນເດືອນ​ກຸ​ມພາ​
ປີ​ກາຍນີ້​ແລະ​ຂັບ​ໄລ່ Gadhafi ອອກ​ຈາ​ກກຸງ Tripoli ​ໃນ​ເດືອນ​ສິງຫາອັນ​ເປັນ​ຈຸດ​ອ​າວະ
ສາ​ນຂອງການ​ປົກ​ຄອງ ​ເປັນ​ເວລາ 42 ປີຂອງ​ຜູ້ກ່ຽວ. ຫລາຍໆພັນ​ຄົນ​ໄດ້​ເສຍ​ຊີວິດ ຫລື​
ບໍ່​ກໍໄດ້​ຮັບ​ບາດ​ເຈັບຍ້ອນ​ການ​ຂັດ​ແຍ້​ງດັ່ງກ່າວ​ນີ້.

ທ່ານ Gadhafi ​ໄດ້​ຖືກ​ຂ້າ​ຕາຍ​ເມື່ອ​ເດືອນຕຸລາປີ​ກາຍ​ໃນ​ຄະນະ​ທີ່​ກຳລັງ​ຂອງພວກ​ຕໍ່ຕ້ານ
ພາກັນ​ບຸກ​ເຂົ້າ​ໄປ​ເຖິງ​ບ້ານ​ເກີດ​ຂອງ​ທ່ານ​ຄື ​ເມຶອງ Sirte.