ລີເບຍເລື່ອນການເລືອກຕັ້ງ ສະພາແຫ່ງຊາດ ໄປໃສ່ເດືອນໜ້າ

  • ດຣ. ສິມມາລາ

ທ່ານ Mustafa Abdel Jalil ປະທານສະພາໄລຍະຂ້າມຜ່ານ ແຫ່ງຊາດ ຫລື National Transitional Council ທີ່ຈະຖືກຍຸບ ລົງຍ້ອນການຕັ້ງລັດຖະບານໃໝ່ຂຶ້ນມາແທນ ລຸນຫລັງການເລືອກຕັ້ງ ສະພາແຫ່ງຊາດຂຶ້ນມາໃນເດືອນກໍລະກົດທີ່ຈະມາເຖິງນີ້

ລີເບຍໄດ້ເລື່ອນການເລືອກຕັ້ງທີ່ເປັນຂີດໝາຍສໍາຄັນ ໄປໃສ່ເດືອນໜ້າ ເພື່ອໃຫ້ປະເທດ
ຊາດມີ​ເວລາ​ຕື່ມ​ອີກ ​ໃນ​ການກະກຽມຕົວເພື່ອໄປລົງ ຄະແນນສຽງເລືອກຕັ້ງຄັ້ງທໍາອິດ
ນັບແຕ່ມີການປົດຈອມ​ຜະ​ເດັດ​ການ ມວມມາ ກາດ​ດາ​ຟີ ລົງຈາກອໍານາດ ໃນປີກາຍນີ້ ​
ໃນ​ການລຸກຮືຂຶ້ນດ້ວຍອາວຸດຂອງ​ມະຫາຊົນ.

ຜູ້ຕາງໜ້າອົງການສະຫະປະຊາຊາດຢູ່ລີເບຍ ​ໄດ້ສັນລະເສີນການຕັດສິນໃຈເລື່ອນການ ເລືອກຕັ້ງສະພາແຫ່ງຊາດ ຈາກມື້ເດີມ ຄືວັນທີ 7 ມິຖຸນາ ​ໄປ​ໃສ່​ວັນ​ທີ 7 ກໍລະກົດນັ້ນ
ໂດຍເວົ້າວ່າ ມັນຈະຊ່ວຍເຮັດໃຫ້ການກະ ກຽມທີ່ຈໍາເປັນຕ່າງໆນັ້ນ ສໍາເລັດ​ເສັດ​ສິ້ນ​ລົງ
ກ່ອນຈະມີການປ່ອນ​ບັດ. ໃນຄໍາຖະແຫລງ ທີ່ອອກໃນວັນອາທິດວານນີ້, ຜູ້ຕາງໜ້າອົງ
ການສະຫະ ປະຊາຊາດ ທ່ານ ອຽນ ມາຣຕິນ ເວົ້າວ່າ ຄະນະກໍາມະການເລືອກຕັ້ງ ໄດ້
ທໍາຄວາມກ້າວໜ້າ ທີ່ໜ້າຊື່ນຊົມທ່າມກາງສະພາບການທີ່ທ່ານເອີ້ນວ່າ ມີເວລາສັ້ນທີ່ສຸດ
ແລະມີການ​ທ້າ​ທາຍຢ່າງໃຫຍ່ຫລວງ​ຕໍ່ການປະຕິບັດງານ ໃນຫລາຍໆດ້ານ.

ຫົວໜ້າຄະນະກໍາມະການເລືອກຕັ້ງຂອງ​ລີ​ເບຍ ທ່ານ Nouri Al-Abbar ເວົ້າວ່າ ການ
ເລື່ອນເວລາໄປອີກ 18 ວັນນັ້ນ​ແມ່ນ​ຈໍາ​ເປັນ ເພື່ອໃຫ້ພວກ​ມີ​ສິດ​ປ່ອນ​ບັດ​ມີເວລາເພີ້ມຂຶ້ນ
ໃນການ​ໄປຈົດທະບຽນ ແລະໃຫ້ພວກເຈົ້າໜ້າທີ່ມີ​ເວລາເພີ້ມຂຶ້ນໃນການກວດສອບຄຸນ
ນະວຸດທິຂອງຜູ້ສະມັກເລືອກຕັ້ງ. ໃນການກ່າວຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນຫລວງ
Tripoli ທ່ານ ມາຣຕິນ ​ເວົ້າວ່າ ຄະນະກໍາມະການເລືອກຕັ້ງຈໍ​ຂອງ​ທ່ານ ຫາກໍໄດ້ເລີ້ມປະ
ຕິບັດງານ ​ໃນເດືອນກຸມພາຜ່ານ​ມາເທົ່ານັ້ນ ຊຶ່ງເຮັດໃຫ້ມີເວລາໜ້ອຍ​ຫລາຍ ໃນການຈັດ
ຕັ້ງການເລືອກຕັ້ງລະດັບຊາດຄັ້ງທໍາອິດ ໃນຮອບ​ຫລາຍ​ກ່ວາ 4 ທົດສະວັດ ຜ່ານມາ.

ຄວາມຫຍຸ້ງຍາກອີກດ້ານນຶ່ງ ທີ່ທ້າທາຍພວກຈັດການເລືອກຕັ້ງ ກໍຄື ການຂາດລະບົບ ລາຊະການທີ່ມີປະສິດທິພາບ ແລະການຮັກສາຄວາມ ປອດໄພ ບໍ່ໄດ້ດີ ຢູ່ໃນຫລາຍໆ ​ເຂດຂອງປະເທດ.

ການເລືອກຕັ້ງ​ໃນ​ຄັ້ງ​ນີ້ ແມ່ນແນໃສ່​ເພື່ອສ້າງສະພາແຫ່ງຊາດ ທີ່ຈະຂຽນ ລັດຖະທໍາມະ ນູນໃໝ່ຂອງລີເບຍຂຶ້ນມາ ແລະສ້າງຕັ້ງລັດຖະບານໃໝ່ ຂຶ້ນ​ມາແທນທີ່ສະພາ​ໄລຍະຂ້າມ
ຜ່ານແຫ່ງຊາດ ຫລື National Transitional Council ທີ່ໄດ້ປົກຄອງ​ປະ​ເທດ ຕໍ່​ຈາກ
ກາດີຟີນັ້ນ.