ກຳປັ່ນຍາມຝັ່ງ ລີເບຍ ເກືອບຕຳ ກັບເຮືອກູ້ໄພ ຂອງເຢຍຣະມັນ

ພວກຍົກຍ້າຍຖິ່ນຖານ ຖືກຄຸມຂັງ ທີ່ຄ້າຍ ອາໂບເຊັດຕາ ໃນນະຄອນຫຼວງຕຣີໂປລີ ປະເທດລີເບຍ. (10 ພຶດສະພາ 2017)

ກຳປັ່ນຍາມຝັ່ງຂອງລີເບຍລຳໜຶ່ງ ໄດ້ຊ່ວຍເຫຼືອຜູ້ຍົກຍ້າຍຖິ່ນຖານຫຼາຍກວ່າ 350 ຄົນ
ຢູ່​ໃນທະເລ ໃນວັນພຸດວານນີ້ ຫຼັງຈາກເກືອບຕຳກັນ ທີ່ອາດເປັນອັນຕະລາຍຮ້າຍແຮງ ກັບເຮືອກູ້ໄພ ຂອງເຢຍຣະມັນ.

ບໍ່ມີລາຍ​ງານ​ວ່າ ມີຜູ້ເສຍຊີວິດ ຫຼື​ໄດ້​ຮັບບາດເຈັບ ແຕ່ປະການໃດ ແລະຜູ້ຍົກຍ້າຍຖິ່ນ ຖານໝົດທຸກຄົນ ແມ່ນໄດ້ຮັບ​ການຊ່ວຍເຫຼືອ ຢູ່ນອກຊາຍຝັ່ງ ຂອງເມືອງ Sabratha
​ແລະ​ຖືກນຳກັບຄືນໄປ ນະຄອນຫຼວງ Tripoli ຢ່າງປອດໄພ.

ໂຄສົກກອງທັບ​ເຮືອລີເບຍ ໄດ້ກ່າວວ່າ ພວກຍົກຍ້າຍຖິ່ນຖານ ໄດ້​ແອອັດກັນແໜ້ນ​ຢູ່
ເທິງເຮືອໄມ້. ໃນຂະນະທີ່ກຳ​ປັ່ນ​ຍາມຝັ່ງ​ ແລ່ນ​ເຂົ້າ​ໄປໃກ້ໆນັ້ນ ເຮືອອີກລຳໜຶ່ງ ຈາກ
ກຸ່ມກູ້ໄພ Sea Watch ຂອງເຢຍຣະມັນກໍໄດ້ແລ່ນ​ເຂົ້າໄປຫາຈົນເກືອບຕຳກັນ​ກັບ​ກຳ
​ປັ່ນຍາມ​ຝັ່ງ​ຂອງລີເບຍ.

ກຸ່ມກູ້ໄພ Sea Watch ປາກົດວ່າໄດ້ພະຍາຍາມທີ່​ຈະ​ຂົນ​ເອົາ​ພວກ​ຍົກຍ້າຍຖິ່ນ​ຖານ
​ຊາວລີເບຍ ແລະ ກ່າວວ່າ ມັນບໍ່ປອດໄພ ສຳລັບພວກຍົກຍ້າຍຖິ່ນຖານ ທີ່ຈະຖືກນຳ
ກັບຄືນໄປນະຄອນຫຼວງ Tripoli.

ຍັງບໍ່ມີຄວາມ​ແຈ່ມ​ແຈ້ງເທື່ອວ່າ ອຳນາດການປົກຄອງລີເບຍມີແຜນທີ່ຈະເອົາມາດຕະ
ການທາງກົດໝາຍຕໍ່ກຸ່ມ Sea Watch ຫຼືບໍ່.

ພວກຍົກຍ້າຍຖິ່ນຖານຈາກອາຟຣິກາ ແລະພາກຕາເວັນອອກກາງ ຫຼາຍສິບພັນຄົນໄດ້
ພະຍາຍາມ ທີ່ຈະເດີນທາງໄປ ສະຫະພາບຢູໂຣບ​ໃນທຸກໆປີ​ ໂດຍຜ່ານປະເທດລີເບຍ ເພື່ອພະຍາຍາມຫຼົບໜີຈາກຄວາມທຸກຍາກ ສົງຄາມ ແລະພວກກໍ່ການຮ້າຍ. ປະຊາຊົນ ຫຼາຍຄົນໄດ້ເສຍຊີວິດໃນຄວາມພະຍາຍາມທີ່ຈະເດີນທາງຂ້າມທະເລເມດີເທີເຣນຽນທີ່​ເປັນອັນຕະລາຍ ດ້ວຍເຮືອທີ່ມີສະພາບບໍ່ດີຫຼືຈ້າງພວກຄ້າມະນຸດດ້ວຍເງິນຫຼາຍພັນໂດ
ລາໂດຍ​ໄດ້ຖືກປະຖິ້ມຢູ່ໃນທະເລເທົ່ານັ້ນ.

ປະເທດລີເບຍ ໄດ້ປະສົບບັນຫາຄວາມວຸ້ນວາຍ ເປັນເວລາຫຼາຍປີ ແລະ ພວກຍົກຍ້າຍ ຖິ່ນຖານທີ່ອາໄສຢູ່ທີ່ນັ້ນຫຼືເດີນທາງຜ່ານກ່າວວ່າ ພວກເຂົາເຈົ້າໄດ້ຕົກເປັນຜູ້ເຄາະຮ້າຍ ຂອງການລ່ວງລະເມີດດ້ວຍຫຼາກຫຼາຍວິທີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ