ອົງການເນໂຕ້ໃຫ້ການຢືນຢັນວ່າ ຕົນເປັນຜູ້ຮັບຜິດຊອບ
ໃນການໂຈມຕີທາງອາກາດ ທີ່ຖືກລົດຖັງຂອງພວກກະບົດ
ຕໍ່ຕ້ານລັດຖະບານຢູ່ນອກເມືອງ Brega ທາງພາກຕາເວັນ
ອອກຂອງລີເບຍໃນວັນພະຫັດວານນີ້ ໂດຍຖິ້ມໂທດໃສ່ສະ
ຖານະການທີ່ສັບສົນທາງພາກພື້ນດິນ.
ຮອງຜູ້ບັນຊາການ ຂອງອົງການເນໂຕ້ ທ່ານ Russell
Harding ກ່າວຕໍ່ພວກ ນັກຂ່າວໃນວັນສຸກມື້ນີ້ວ່າ ກຳລັງ
ຂອງຝ່າຍພັນທະມິດບໍ່ເຄີຍເຫັນພວກກະບົດໃຊ້ລົດຖັງມາ
ກ່ອນ.
ບັນດາຜູ້ນຳຂອງພວກກະບົດຕໍ່ຕ້ານລັດຖະບານກ່າວວ່າ
ມີ 4 ຄົນເສຍຊີວິດໃນການໂຈມຕີດັ່ງກ່າວ.
ທ່ານ Harding ໄດ້ປະຕິເສດທີ່ຈະຂໍຂະມາໂທດກ່ຽວກັບ
ເຫດຮ້າຍທີ່ວ່ານີ້ໂດຍເວົ້າວ່າສະຖາ ນະການທີ່ສັບສົນບໍ່
ແນ່ນອນທີ່ເມືອງ Brega ເຮັດໃຫ້ເປັນການຍາກທີ່ຈະຈຳແນກໄດ້ວ່າໃຜເປັນຜູ້ໃຊ້ຍານພາ
ຫະນະເຫຼົ່ານີ້.
ຫົວເມືອງສົ່ງອອກນໍ້າມັນດັ່ງກ່າວ ໄດ້ປ່ຽນມືໄປມາໃນການຄວບຄຸມ ລະຫວ່າງພວກກະບົດ ແລະກຳລັງຂອງຝ່າຍລັດຖະບານ ໃນໄລຍະການສູ້ລົບ ສອງສາມອາທິດຜ່ານມານີ້ໂດຍທີ່
ທັງສອງຝ່າຍໄດ້ບຸກຄືບໜ້າແລ້ວກໍຖອຍກັບຄືນ.
ຂະນະດຽວກັນ ເຈົ້າໜ້າທີ່ສືບສວນຂອງອົງການສະຫະປະຊາຊາດເວົ້າວ່າ ຕົນຈະກວດ
ກາເບິ່ງການລ່ວງລະເມີດສິດທິມະນຸດ ຂອງກຳລັງທະຫານ ທີ່ຈົງຮັກພັກດີ ຕໍ່ຜູ້ນຳລີເບຍ
ທ່ານ Moammar Gadhafi ແລະພວກນັກລົບຝ່າຍກະບົດ.