ພວກກະບົດລີເບຍກ່າວວ່າ ການໂຈມຕີທາງອາກາດຂອງກຸ່ມເນໂຕ້ໄດ້ຕົກໃສ່ທີ່ໝັ້ນແຫ່ງນຶ່ງຂອງຝ່າຍກະບົດຢູ່ໃກ້ໆກັບເມືອງ Brega ໃນພາກຕາເວັນອອກຂອງລີເບຍໃນວັນພະຫັດມື້ນີ້ເຮັດໃຫ້ພວກນັກຕໍ່ສູ້ຫລາຍຄົນໄດ້ຮັບບາດເຈັບ.
ພວກກະບົດໄດ້ທໍາການຕໍ່ສູ້ກັບພວກທະຫານທີ່ຈົງຮັກພັກດີຕໍ່ທ່ານກາດດາຟີ ຜູ້ນໍາລີເບຍມາເພື່ອຍຶດເອົາເມືອງບໍ່ນໍ້າມັນແຫ່ງນີ້ຄືນ ຊຶ່ງໄດ້ຕົກຢູ່ໃນກໍາມືຂອງຝ່າຍກະບົດແລະຝ່າຍລັດຖະບານປ່ຽນໄປປ່ຽນມາຫລາຍ
ຄັ້ງໃນລະຫວ່າງການສູ້ລົບກັນນີ້.
ໃນຫວ່າງໄວໆຜ່ານມານີ້ ບັນດາຜູ້ນໍາຝ່າຍກະບົດໄດ້ຕໍາໜິຕິຕຽນກຸ່ມເນໂຕ້ວ່າ ບໍ່ໄດ້ປົກປັກຮັກສາພວກພົນລະເຮືອນ ແລະບໍ່ໄດ້ທໍາການໂຈມຕີກໍາລັງຝ່າຍລັດຖະບານໄວພໍ ຫລືທໍາການໂຈມຕີຢ່າງແຂງແຮງພໍນັ້ນ.
ໃນຂະນະດຽວກັນນີ້ ບັນດາເຈົ້າໜ້າທີ່ກ່າວວ່າ ກຸ່ມຕິດຕໍ່ນາໆຊາດ ອັນມີຮວມທັງສະຫະລັດ ສະຫະພາບຢູໂຣບ ແລະພວກປະເທດພັນທະມິດໃນພາກຕາເວັນອອກກາງ ຈະພົບປະກັນທີ່ປະເທດ Qatar ໃນສັບປະດາໜ້ານີ້ ເພື່ອປຶກສາຫາລືກັນກ່ຽວກັບການແຊກແຊງທາງທະ ຫານໃນລີເບຍນັ້ນ.
ອົງການຂ່າວຝຣັ່ງ AFP ແຈ້ງໃຫ້ຊາບວ່າ ຝຣັ່ງກໍພວມທໍາຄວາມພະຍາຍາມເຊ່ນກັນເພື່ອຊັກຊວນໃຫ້ສະຫະພາບອາຟຣີກາສົ່ງພວກຜູ້ຕາງໜ້າຂອງຕົນໄປຮວມໃນການພົບປະກັນດັ່ງກ່າວໃນວັນທີ 13 ເມສາເດືອນນີ້.
ພັນເອກກາດດາຟີ ໄດ້ຮຽກຮ້ອງໂດຍກົງໄປຍັງປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດໃນວັນພຸດວານນີ້ ໃຫ້ຢຸດການໂຈມຕີທາງອາກາດຂອງກຸ່ມເນໂຕ້. ຈົດໝາຍຍາວ 3 ໜ້າເຈ້ຍທີ່ໃຊ້ຖ້ອຍຄໍາທີ່ບໍ່ຄ່ອງແຄ້ວຂອງຜູ້ນໍາລີເບຍ ໄດ້ຮຽກຮ້ອງໃຫ້ທ່ານໂອບາມາ ຢຸດອັນທີ່ທ່ານເອີ້ນວ່າ ສົງຄາມທີ່ບໍ່ຍຸຕິທໍາຕໍ່ປະຊາຊົນຊາດນ້ອຍໆນັ້ນ.
ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດປະຕິເສດຕໍ່ຄໍາຮຽກຮ້ອງຂອງກາດດາຟີ ແລະກ່າວເນ້ນວ່າ ສະຫະລັດແລະກຸ່ມເນໂຕ້ ຮຽກຮ້ອງໃຫ້ມີການຢຸດຍິງກັນ ແລະໃຫ້ພວກກໍາລັງທີ່ຈົງຮົກພັກດີຕໍ່ທ່ານກາດດາຟີນັ້ນ ພາກັນຖອນອອກຈາກຫົວເມືອງຕ່າງໆແລະວ່າໃຫ້ທ່ານກາດດາຟີລົງຈາກອໍານາດໄປ.