ເນໂຕ້ສືບສວນ ຂ່າວການໂຈມຕີ ພົນລະເຮືອນ

  • ໄພສານ ວໍຣະຈັກ

ພວກຕໍ່ຕ້ານລັດຖະບານລີເບຍ ພາກັນສະແດງຄວາມດີອົກດີໃຈ ເວລາເຂົາເຈົ້າໄດ້ຍິນຂ່າວ ກ່ຽວກັບການໂຈມຕີທາງອາກາດ ຢູ່ເຂດແນວໜ້າ ໃກ້ໆເມືອງ Brega (1 ເມສາ 2011)

ອົງການເນໂຕ້ກ່າວໃນວັນເສົາມື້ນີ້ວ່າ ຕົນພວມສືບສວນເບິ່ງ
ລາຍງານຂ່າວຂອງພວກຕໍ່ຕ້ານລັດຖະບານ ໃນລີເບຍທີ່ວ່າ
ການໂຈມຕີທາງອາກາດຂອງກຳລັງປະສົມ ໄດ້ຖືກພວກນັກ
ລົບຈຸນຶ່ງ ຂອງກຸ່ມກຳລັງຕໍ່ຕ້ານລັດຖະບານໃກ້ໆກັບເມືອງ
Brega ໃນພາກຕາເວັນອອກຂອງລີເບຍເຮັດໃຫ້ຢ່າງນ້ອຍ
3 ຄົນຂອງພວກນັກລົບຈຸນີ້ເສຍຊີວິດ.

ພວກທີ່ເຫັນເຫດການກ່າວວ່າ ມີຜູ້ໃດຜູ້ນຶ່ງຢູ່ໃນກຸ່ມດັ່ງກ່າວ
ໄດ້ຍິງປືນຕໍ່ຕ້ານອາກາດສະຍານຂະໜາດໜັກຂຶ້ນສູ່ທ້ອງຟ້າ
ກ່ອນທີ່ການໂຈມຕີຈະມີຂຶ້ນໃນຕອນແລງຂອງມື້ວັນສຸກວານ
ນີ້ເຖິງແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າການຍິງປືນຂຶ້ນຟ້າ
ດັ່ງກ່າວ ແມ່ນເພື່ອເປັນການສະເຫຼີມສະຫຼອງຂອງພວກຕໍ່
ຕ້ານລັດຖະບານ ຫຼືເປັນການຍິງຂອງກຳລັງນິຍົມຜູ້ນຳລີ
ເບຍ ທ່ານ Moammar Gadhafi ທີ່ໄດ້ແຊກຊຶມເຂົ້າໄປ
ໃນຖັນແຖວຂອງພວກຕໍ່ຕ້ານລັດຖະບານ.

ພວກທີ່ເຫັນເຫດການກ່າວວ່າ ເຂົາເຈົ້າໄດ້ເຫັນລົດຢ່າງນ້ອຍ 4 ຄັນຖືກໄຟໄໝ້ໃນການໂຈມ
ຕີໃນມື້ວານນີ້.

ອົງການຂ່າວຝຣັ່ງລາຍງານວ່າ ພວກຕໍ່ຕ້ານລັດຖະບານອ້າງວ່າຕົນໄດ້ຮັບໄຊຊະນະໃນການ
ສູ້ລົບເພື່ອຍາດແຍ່ງເອົາເມືອງ Brega ຫຼັງຈາກໄດ້ມີການຕໍ່ສູ້ກັນຢ່າງດຸເດືອດໃນວັນເສົາມື້ນີ້.
ເມືອງ Brega ແມ່ນນຶ່ງໃນຫຼາຍຫົວເມືອງ ທີ່ຕັ້ງເລາະລຽບແຄມຝັ່ງທະເລເມດີແຕເຣນຽນທີ່
ໄດ້ມີການປ່ຽນມືໄປມາໃນການຄວບຄຸມ ນັບແຕ່ໄດ້ມີການລຸກຮືຂຶ້ນຕ້ານການປົກຄອງເປັນເວ
ລາ 42 ປີຂອງທ່ານ Gadhafi ໃນການເດືອນກຸມພາຜ່ານມາ.