ທູດພິເສດລີເບຍ ເດີນທາງໄປອັງກິດ

  • ໄພສານ ວໍຣະຈັກ

ພວກຕໍ່ຕ້ານລັດຖະບານລີເບຍຍ້າຍເຄື່ອງກີດຂວາງອອກຈາກທາງ ຢູ່ເມືອງ Ajdabiya ຂະນະທີ່ມີການອະນຸຍາດໃຫ້ ສັນຈອນໄປມາໄດ້ ໃນຂອບເຂດຈຳກັດ (1 ເມສາ 2011)

ສື່ມວນຊົນຂອງອັງກິດ ລາຍງານວ່າ ທູດພິເສດຄົນນຶ່ງ
ຂອງຜູ້ນຳລີເບຍທ່ານ Moammar Gadhafi ໄດ້ເດີນ
ທາງໄປຍັງກຸງລອນດອນ ເພື່ອເຈລະຈາຫາລືກັບເຈົ້າໜ້າ
ທີ່ອັງກິດ.

ລາຍງານຂ່າວແຈ້ງວ່າ ທູດພິເສດຄົນນີ້ ກໍຄືທ່ານ Mo-
hammed Ismail ຊຶ່ງເປັນຜູ້ຊ່ອຍວຽກອະວຸໂສ ຂອງ
ທ້າວ Saif Islam ລູກຊາຍທ່ານ Gadhafi. ເຈົ້າໜ້າ
ທີ່ຄົນນຶ່ງ ຂອງກະຊວງການຕ່າງປະເທດອັງກິດ ກ່າວຕໍ່
ໜັງສືພິມ Guardian ວ່າຂໍ້ຄວາມອັນຈະແຈ້ງທີ່ຖືກສົ່ງ
ໄປນັ້ນກໍຄືທ່ານ Gadhafi ຈະຕ້ອງອອກຈາກຕຳແໜ່ງ.
ໂຄສົກບໍ່ຍອມໃຫ້ຄວາມເຫັນໃດໆເພີ່ມຕື່ມກ່ຽວກັບ
ການຕິດຕໍ່ກັບພວກເຈົ້າໜ້າທີ່ລີເລຍ.

ລາຍງານຂ່າວກ່ຽວກັບການຢ້ຽມຢາມທີ່ວ່ານີ້ມີຂຶ້ນຂະ
ນະທີ່ພວກຕໍ່ຕ້ານລັດຖະບານໃນລີເບຍພາກັນສະເຫຼີມ
ສະຫຼອງການໂຕນໜີເມື່ອໄວໆມານີ້ຂອງເຈົ້າໜ້າທີ່ອະ
ວຸໂສ 2 ຄົນຂອງລັດຖະບານທ່ານ Gadhafi.

ທ່ານ Mustafa Gheriani ໂຄສົກຂອງພວກກະບົດກ່າວໃນວັນພະຫັດວານນີ້ວ່າ ກຳລັງຕໍ່
ຕ້ານລັດຖະບານເຊື່ອວ່າອຳນາດການປົກຄອງຂອງທ່ານ Gadhafi ພວມພັງທະລາຍລົງຈາກ
ພາຍໃນ. ທ່ານໃຫ້ຄວາມເຫັນດັ່ງກ່າວທີ່ເມືອງ Benghazi ໃນພາກຕາເວັນອອກຂອງລີເບຍ ຊຶ່ງຕາມຄວາມຈິງແລ້ວແມ່ນນະຄອນຫຼວງຂອງພວກຕໍ່ຕ້ານລັດຖະບານ.

ທ່ານ Ali Abdessalam Treki ອະດີດລັດຖະມົນຕີກະຊວງການຕ່າງປະເທດ ຂອງລີເບຍ
ແລະປະທານກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ປະກາດກ່ຽວກັບການ
ລາອອກຂອງທ່ານໃນວັນພະຫັດວານນີ້ ຢູ່ໃນຫຼາຍໆເວັບໄຊທ໌ແລະໄດ້ຫຼົບໜີໄປຍັງປະເທດ
ອີຈິບ. ທ່ານເວົ້າວ່າ ມັນເປັນສິດທິຂອງລີເບຍທີ່ຈະດຳລົງຊີວິດຢູ່ໃນອິດສະຫຼະພາບ ປະຊາທິ
ປະໄຕແລະຄວາມຈະເລີນຮຸ່ງເຮືອງ.

ການໂຕນໜີຂອງທ່ານ Treki ໄດ້ມີຂຶ້ນລຸນຫຼັງທີ່ ລັດຖະມົນຕີການຕ່າງປະເທດລີເບຍ ທ່ານ
Moussa Koussa ໄດ້ໂຕນໜີໄປຍັງປະເທດອັງກິດໃນແລງວັນພຸດຜ່ານມາ. ທ່ານ Kous-
sa ແມ່ນເປັນບຸກຄົນທີ່ທ່ານ Gadhafiໄວ້ວາງໃຈ ມາເປັນເວລາດົນນານ ແລະກ່າວກັນວ່າ
ທ່ານແມ່ນນຶ່ງໃນບັນດາເສົາຄໍ້າຫຼືບຸກຄົນສຳຄັນໃນລັດຖະບານລີເບຍ.