ເນໂຕ ຄວບຄຸມການໂຈມຕີ ທາງອາກາດ ທຸກຢ່າງໃນລີເບຍ

  • ສິງ ບູຣົມມະວົງ

ທ່ານ Anders Fogh Rasmussen ເລຂາທິການໃຫຍ່ກຸ່ມ ເນໂຕ ກ່າວຕໍ່ສື່ມວນຊົນທີ່ທໍານຽບລັດຖະບານ ທີ່ກຸງ Stockholm ປະເທດ Sweden ວັນທີ 31 ມີນາ 2011



















ກຸ່ມ​ NATO ​ໄດ້ເຂົ້າ​ຄວບ​ຄຸມ​ໂດຍ​ເຕັມ​ແລ້ວ​ໃນ​ການ​ປະຕິບັດ​ງານ​ການ​ໂຈມ​ຕີ​ທາງ​ອາກາດ​ເໜືອ​ລີ​ເບຍ ​ໂດຍ​ຮັບ​ພາລະກິດ​ຈາກ​ສະຫະລັດ ຊຶ່ງ​ໄດ້ເອົາ​ບົດບາດ​ການ​ນໍາພາ​ມາ​ຕັ້ງ​ແຕ່​ພວກ​ກໍາລັງ​ນາໆ​ຊາດ​ໄດ້​ເລີ້ມ​ຈັດ​ຕັ້ງ​ປະຕິບັດ​ເຂດ​ຫ້າມ​ການບິນ​ ໃນ​ວັນ​ທີ 19 ​ເດືອນ​ນີ້.

ທ່ານ Anders Fogh Rasmussen ​ເລຂາທິການ​ໃຫຍ່​ກຸ່ມ​ເນ​ໂຕ ກ່າວ​ວ່າ ການ​ມອບ​ໂອນ​ພາລະກິດ​ທີ່​ວ່າ​ນີ້ ​ແມ່ນ​ເສັດ​ສິ້ນ​ລົງ​ໃນ​ວັນ​ພະຫັດ​ມື້​ນີ້. ການ​ປະຕິບັດ​ງານ​ຂອງ​ກຸ່ມ​ເນ​ໂຕ້​ທີ່​ເອີ້ນ​ວ່າ Unified Protector ຫລື​ຜູ້​ປ້ອງ​ກັນເອກະ​ພາບ ​ແມ່ນ​ຮວມທັງ​ການຈັດ​ຕັ້ງ​ປະຕິ
ບັດ​ມະຕິ​ການ​ຫ້າມ​ບິນ ​ຂອງ​ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດທີ່​ມອບ​ໝາຍ​ອໍານາດໃຫ້​
ໃນ​ການຈັດ​ຕັ້ງ​ປະຕິບັດ​ເຂດ​ຫ້າມ​ການບິນ ພ້ອມກັບການ​ຫ້າມ​ການ​ສົ່ງ​ອາວຸດ​ແລະ​ການ​ໂຈມ​
ຕີ​ທາງ​ອາກາດ​ເພື່ອປົກ​ປ້ອງ​ພວກ​ພົນລະ​ເຮືອນ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ລາຍ​ງານ​ສື່​ມວນ​ຊົນ​ສະຫະລັດ​ກ່າວ​ວ່າ ອົງການ​ສືບ​ລັບ CIA ຂອງ​ສະ
ຫະລັດ​ໄດ້​ສົ່ງພວກ​ນັກ​ສືບ​ລັບ​ຫລາຍ​ທີ​ມ​ເຂົ້າ​ໄປ​ຍັງ​ລີ​ເບຍເພື່ອໄປເກັບ​ກໍາ​ເອົາ​ຂ່າວ​ລັບ​ແລະ​
ທໍາ​ການຕິດ​ຕໍ່​ພົວພັນ​ກັບ​ພວກກໍາລັງ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ​ນັ້ນ. ລາຍ​ງານ​ສື່​ມວນ​ຊົນ​ທີ່​ວ່າ
ນີ້​ໄດ້​ອ້າງຄຳເວົ້າຂອງພວກ​ເຈົ້າ​ໜ້າ​ທີ່​ທີ່​ກ່າວ​ວ່າ ພວກ​ນັກ​ສືບ​ລັບ​ເຫລົ່າ​ນີ້ຈະ​ເຂົ້າໄປເບິ່ງວ່າ
ພວກກະບົດເຫຼົ່ານີ້ເປັນໃຜແລະ​ຄວາມ​ສາມາດ​ຂອງ​ກໍາລັງ​ຝ່າຍ​ກະບົດ ກ່ອນ​ພວກ​ພັນທະ​ມິດ
ຕ່າງປະ​ເທດ​ຈະພິຈາລະນາ​ໃຫ້ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ທະຫານ​ໂດຍ​ກົງ​ແກ່ພວກ​ເຂົາ​ເຈົ້າ​ໄດ້.

ແຫ​ລ່ງຂ່າວ​ອັງກິດ​ກ່າວ​ຕໍ່​ໜັງສືພິມ New York Times ວ່າ​ໜ່ວຍ​ລົບພິ​ເສດ​ແລະ​ເຈົ້າ​ໜ້າ​ທີ່
ຝ່າຍສືບ​ລັບ​ຂອງ​ອັງກິດ​ກໍ​ຢູ່​ໃນລີ​ເບຍ​ເຊ່ນ​ກັນ.

ທີ່​ກຸງ​ວໍ​ຊິງ​ຕັນ ທໍານຽບຂ່າວ​ກ່າວ​ຊໍ້າ​ອີກ​ວ່າ ສະຫະລັດ​ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ເທື່ອ​ວ່າ ຈະ​ສົ່ງ
ອາວຸດ​ໃຫ້​ພວກ​ກະບົດ​ໃນ​ລີ​ເບຍຫລື​ບໍ. ຖ້ອຍ​ຖະແຫລ​ງຂອງ​ທໍານຽບຂາວນຳອອກເຜີຍແຜ່
ທ່າມກາງ​ທີ່​ມີ​ລາຍ​ງານ​ວ່າ ປະທານາທິບໍດີ ບາຣັກ​ໂອ​ບາ​ມາ ​ໄດ້​ໃຫ້ການອະນຸມັດຕໍ່ການປະ
ຕິບັດງານລັບເພື່ອ​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​ກະບົດຕໍ່ຕ້ານ​ລັດຖະບານ​ລີ​ເບຍ​ນັ້ນ.