ເນໂຕ້ຍອມຮັບວ່າ ເຮືອບິນຂອງຕົນອາດໄດ້ ເຮັດໃຫ້ພົນລະເຮືອນ ເສຍຊີວິດໂດຍບັງເອີນ

  • ສິງ ບູຣົມມະວົງ

ພວກນາຍແພດລີເບຍຢືນຢູ່ໃກ້ກັບສົບຂອງຊາຍຄົນນຶ່ງ ແລະເດັກນ້ອຍຄົນນຶ່ງທີ່ພົບເຫັນໃນຕຶກອາຄານຫລັງນຶ່ງ ທີ່ຖືກທໍາລາຍ ໂດຍເຮືອບິນກຸ່ມເນໂຕ້ ໃນເຂດຊານເມືອງ ຫລວງຕຣີໂປລີ, ວັນທີ 19 ມິຖຸນາ 2011

ເນ​ໂຕ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດຂອງ​ກໍາລັງ​ຂອງ​ຕົນ​ບັ້ນ​ນຶ່ງອາດ​ ໄດ້​ເຮັດ​ໃຫ້​ພວກ​ພົນລະ​ເຮືອນໃນ​ນະຄອນຫລວງ​ຕຣີ​ໂປ​ລີ​ເສຍ​ຊີວິດ​ໄປ​ໂດຍ​ບັງ​ເອິນ.

ກຸ່ມ​ພັນທະ​ມິດ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ຖານ​ທີ່​ຕັ້ງລູກ​ສອນ​ໄຟ​ແຫ່ງ​ນຶ່ງ ​ແຕ່ລະ​ເບີດ​ລູກ​ນຶ່ງ​ບໍ່​ໄດ້​ຕົກ​ໃສ່ເປົ້າ​ໝາຍ​ທີ່​ຕັ້ງໄວ້ ຍ້ອນ​ຄວາມ​ລົ້ມ​ແຫລວ​ຂອງ​ລະ​ບົບອາວຸດ​ທີ່​ເປັນ​ໄປ​ໄດ້. ກຸ່ມ​ເນ​ໂຕ້​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ນໍາ​ການ​ເສຍ​ຊີວິດ​ຂອງ​ພວກ​ພົນລະ​ເຮືອນທີ່ບໍ່​ມີ​ຄວາມ​ຜິດ​ຫຍັງ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ລີ​ເບຍ​ກ່າວ​ວ່າ ພວກ​ເຮືອບິນ​ລົບ​ເນ​ໂຕ້​ໄດ້​ໂຈມ​ຕີຄຸ້ມ​ ປະຊາຊົນ​ອາ​ໄສ​ຢູ່​ແລະ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 9 ຄົນຮວມທັງ​ເດັກນ້ອຍ 2 ຄົນ.

ການ​ຍອມຮັບ​ເທື່ອນີ້​ນັບ​ວ່າ​ເປັນການຍອມຮັບ​ຄັ້ງ​ທີ​ສອງ ໃນ​ຄວາມຜິດພາດທີ່​ເຮັດ​ໃຫ້​ມີ​ຜູ້​ຄົນ
ເສຍ​ຊີວິດ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ໂດຍ​ກໍາລັງ​ຝ່າຍ​ປະສົມ​ນັ້ນ. ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ເນ​ໂຕ້​
ໄດ້​ຍອມຮັບວ່າ ​ເຮືອບິນ​ລໍານຶ່ງ​ທີ່ຢູ່​ພາຍ​ໃຕ້​ການ​ບັງຄັບ​ບັນຊາ​ຂອງ​ຕົນ​ໄດ້​ຍິງ​ໃສ່​ກໍາລັງ​ຈຸ​ນຶ່ງ​
ຂອງຝ່າຍ​ກະບົດ​ໂດຍ​ບັງ​ເອິນ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ຢູ່​ໃກ້ໆ​ກັບ​ໂຮງ​ກັ່ນ​ນໍ້າມັນ​ໃນ​ເມືອງ
Brega ໃນ​ແນວ​ໜ້າ​ລະຫວ່າງ​ພາກ​ຕາ​ເວັນ​ອອກ​ ທີ່​ຄວບ​ຄຸມ​ໂດຍ​ພວກ​ກະບົດ​ແລະ​ພາກ​ຕາ​
ເວັນ​ຕົກ​ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄອບ​ຄອງ​ຂອງ​ຝາຍ​ລັດຖະບານນັ້ນ​. ຈໍານວນ​ຜູ້
ບາດ​ເຈັບ​ແລະ​ລົ້ມຕາຍ​ໃນ​ການ​ໂຈມ​ຕີ​ຄັ້ງ​ນັ້ນ ບໍ່​ໄດ້​ມີ​ການເປີດ​ເຜີຍ​ໃຫ້​ຊາບ.

ໃນ​ຂະນະ​ດຽວ​ກັນ ຈີນ​ກ່າວ​ວ່າ ຫົວໜ້າ​ຂອງ​ກຸ່ມ​ກະບົດ​ລີ​ເບຍ​ທີ່ຄັດຄ້ານ​ກາດ​ດາ​ຟີ​ຜູ້​ນໍາ​ລີ​
ເບຍ​ນັ້ນ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ໃນ​ສັບປະດາ​ນີ້.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ
Mustafa Abdel-Jalil ຫົວໜ້າ​ສະພາ​ປົກຄອງຊາດໄລຍະຂ້າມ​ຜ່ານຂອງ​ຝ່າຍ​ກະບົດ ຈະ
ທໍາ​ການ​ຢ້ຽມຢາມ​ຈີນ​ເປັນ​ເວລາ 2 ມື້ ​ເລີ້ມ​ແຕ່​ວັນ​ອັງຄານ​ມື້​ອື່ນ​ນີ້​ເປັນ​ຕົ້ນ​ໄປ.