ພວກກະບົດລີເບຍ ປະຕິເສດວ່າ ບໍ່ໄດ້ໂອ້ລົມ ກັບຜູ້ຕາງໜ້າ ຂອງທ່ານກາດດາຟີ

  • ສິງ ບູຣົມມະວົງ

ທ່ານ Mustafa Abdel Jalil ຫົວໜ້າຝ່າຍກະບົດແລະເປັນປະທານ ສະພາປົກຄອງຊາດໄລຍະຂ້າມຜ່ານ ຂອງລີເບຍ. ວັນທີ 17 ສິງຫາ 2011

ພວກ​ກະບົດ​ລີ​ເບຍ​ປະຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ທີ່​ວ່າ ​ພວກ​ຕົນ​ໄດ້​ທໍາ​ການໂອ້​ລົມ​ສົນທະ
ນາ​ກັນ​ກັບ​ພວກ​ຊ່ອຍ​ວຽກ​ທ່ານ​ມວມມາ​ກາດ​ດາ​ຟີ ຜູ້​ນໍາລີ​ເບຍ ​ໃນ​ຂະນະ​ທີ່​ພວກ​ເຂົາ
ເຈົ້າ​ໄດ້​ທໍາ​ຄວາມ​ຄືບ​ໜ້າ ​ໃນ​ຫວ່າງ​ໄວໆ​ມາ​ນີ້ ​ເພື່ອ​ກົດດັນໃຫ້​ລັດຖະບານ​ຂອງ​ທ່ານ
ອອກ​ຈາກ​ອໍານາດ​ໄປ​ນັ້ນ.

ຫົວໜ້າ​ສະພາ​ປົກຄອງ​ຊາດ​ໄລຍະ​ຂ້າມ​ຜ່ານ ທ່ານ Mustafa AbdelJalil ກ່າວ​ໃນ​
ວັນ​ອັງຄານ​ວານ​ນີ້​ວ່າ ບໍ່​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນໂດຍ​ກົງ​ຫລື​ໂດຍ​ທາງ​ອ້ອມ​
ກັບ​ບັນດາ​ຜູ້ຕາງໜ້າ​ຂອງ​ທ່ານ​ກາດ​ດາ​ຟີແລະ​ວ່າການ​ໂອ້​ລົມ​ສົນທະນາ​ກັນ​ເຊ່ນ​ນີ້
ຈະ​ເປັນ​ເລື້ອງ​ທີ່​ບໍ່ຄາດຄິດກັນນອກຈາກ​ຜູ້​ນໍາ​ລີ​ເບຍ​ລາ​ອອກ​ຈາກ​ອໍານາດ​ເທົ່າ​ນັ້ນ.

ລາຍ​ງານ​ຂ່າວ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ເຄີຍ​ແຈ້ງວ່າ ພວກ​ຜູ້ຊ່ອຍ​ວຽກ ​ທ່ານ​ກາດ​ດາ
ຟີ​ໄດ້​ພົບ​ປະ​ກັບ​ພວກ​ກະບົດ​ລີ​ເບຍ​ແລະ​ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ທ່ານ
Abdul Ilah al-Khatib ທີ່​ໂຮງ​ແຮມແຫ່ງ​ນຶ່ງ​ໃນ​ເກາະ Djerba ຂອງ​ຕູ​ນີ​ເຊຍ​ໃນ
ຕົ້ນ​ສັບປະດາ​ນີ້.

ທີ່​ກຸງ​ວໍ​ຊິງ​ຕັນ ​ໃນ​ວັນ​ອັງຄານ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ທ່ານ
ກາດ​ດາ​ຟີ​ແມ່ນ​ສືບ​ມື້​ຢູ່ ​ໃນ​ຂະນະ​ທີ່​ພວກ​ກະບົດ​ເຂົ້າ​ຍຶດ​ເອົາຫົວ​ເມືອງ​ສໍາຄັນໆ
ຫຼາຍໆແຫ່ງໃນ​ພາກ​ໃຕ້ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນຫລວງ​ຕຣີ​ໂປ​ລີ​ນັ້ນ.

ພວກ​ກະບົດ​ກ່າວ​ວ່າ ຕົນຄວບ​ຄຸມ​ເນື້ອ​ທີ່​ສ່ວນ​ຫລາຍ​ຂອງ​ເມືອງ Zawiya ເມືອງ​
ຍຸດ​ທະ​ສາດທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ຖານ​ອໍານາດ​ຂອງທ່ານ​ກາດ​ດາ​ຟີ​ໃນ​ກຸງ​ຕຣີ​ໂປ​ລີ​ໄປ
ທາງ​ກໍ້າ​ຕາ​ເວັນ​ຕົກ 50 ຫລັກ​ກິ​ໂລ​ແມັດ. ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ລີ​ເບຍ​ປະຕິ​ເສດ​ຕໍ່
ການ​ກ່າວ​ອ້າງ​ທີ່​ວ່າ​ພວກກະບົດ​ໄດ້​ຄວບ​ຄຸມ​ເມືອງ​ດັ່ງ​ກ່າວ​ນີ້.

ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດ​ໄດ້​ເຂົ້າ​ໄປ​ໃນ​ເມືອງ Zawiya ​ໃນ​ສັບປະດາ​ຜ່ານ​ມາ ອັນ
ເປັນ​ການບຸກ​ເຂົ້າ​ໃກ້​ນະຄອນຫລວງ​ຫລາຍ​ທີ່​ສຸດ ນັບ​ແຕ່ໃນ​ສັບປະດາ​ຕົ້ນໆ​ຂອງ
ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ຕໍ່ຕ້ານ​ລັດຖະບານ ​ນັ້ນ.