ລີເບຍປາບປາມປະຊາຊົນ ທີ່ໃຊ້ໂທລະສັບດາວທຽມ

  • ສິງ ບູຣົມມະວົງ

ຊາຍອິຈິບຄົນນຶ່ງທີ່ຫລົບໜີຈາກຄວາມວຸ້ນວາຍໃນລີເບຍ ໃຊ້ໂທລະສັບ ທີ່ອົງການ Telecom Sans Frontiere (TSF) ໃຫ້ໃຊ້ຢູ່ຄ້າຍ ອົບພະຍົບແຫ່ງນຶ່ງ ໃກ້ໆກັບຊາຍແດນລີເບຍແລະຕູນີເຊຍ, ວັນທີ 12 ສິງຫາ 2011




















ລັດຖະບານ​ຜູ້​ນໍາ​ລີ​ເບຍ ທ່ານ​ກາດ​ດາ​ຟີ​ ​ຂົ່ມຂູ່​ຈະ​ປະຫານ​ຊີວິດພົນລະ​ເມືອງ​ຄົນ​ໃດ​ກໍ​ຕາມ
ທີ່​ພົບ​ເຫັນ​ວ່າ​ໃຊ້​ໂທລະສັບ​ດາວ​ທຽມ​ ໂດຍ​ບໍ່ໄດ້​ຮັບ​ອະນຸຍ​ດຈາກ​ລັດຖະບານ.

ລາຍ​ງານ​ສື່ມວນ​ຊົນ​ແຫ່ງ​ລັດ​ກ່າວ​ວ່າ ການ​ປາບ​ປາມ​ທີ່​ວ່າ​ນີ້​ມີ​ວັດຖຸ​ປະສົງ​ເພື່ອ​ຫ້າມ​ບໍ່​ໃຫ້​ປະຊາຊົນ​ໃຊ້​ໂທລະສັບ ​ເພື່ອ​ຊ່ອຍ​ກຸ່ມ​ເນ​ໂຕ້​ນັ້ນ.ພັນທະ​ມິດ​ເນ​ໂຕ້​ໄດ້​ແນ​ເປົ້າ​ໝາຍ​ໃສ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ລັດຖະບານໃນ​ການ​ຖິ້ມ​ລະ​ເບີດ​ໂຈມ​ຕີ​ລີ​ເບຍ​ນັ້ນ.

ອົງການ​ຂ່າວ JANA ອ້າງ​ຄໍາ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ທີ່​ເວົ້າ​ວ່າ ການ​ໃຊ້​ໂທລະສັບ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ນັ້ນ​ຖື​ເປັນ​ການ​ທໍລະ​ຍົດ​ຕໍ່​ຊາດ. ລາຍ​ງານ​ຂ່າວ​ເວົ້າ​ວ່າ ພວກ​ສາຍ​ລັບ​ໄດ້​ພາກັນ​ໃຊ້​ໂທລະສັບດາວ​ທຽມ​ເພື່ອ​ສົ່ງ​ຂ່າວ​ຂໍ້​ມູນ​ໃຫ້​ກຸ່ມ​ເນ​ໂຕ້ ທີ່ກຸ່ມ​ເນ​ໂຕ້​ໄດ້​ໃຊ້​ຂ່າວ​ຂໍ້​ມູນ​ດັ່ງກ່າວ​ເພື່ອ​ທໍາການ​ຖິ້ມລະ​ເບີດ​ໂຈມ​ຕີ​ທີ່​ໄດ້​ສັງຫານ​ພວກ​ພົນລະ​ເຮືອນ​ທີ່​ບໍ່​ມີ​ຄວາມ​ຜິດ​ໃດໆ​ໄປ​ຈໍານວນ​ນຶ່ງ​ນັ້ນ.

ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ລັດຖະບານ​ໄດ້​ກ່າວ​ຫາ​ກຸ່ມ​ເນ​ໂຕ້​ວ່າ​ທໍາ​ການ​ສັງຫານ​ປະຊາຊົນ 85 ຄົນ​ໃນ​ໝູ່​ບ້ານ​ແຫ່ງ​ນຶ່ງ​ໃກ້ໆ​ກັບ​ເມືອງ Zlitan ​ໃນພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ກຸ່ມ​ເນ​ໂຕ້​ກ່າວ​ວ່າ ພວກ​ເຮືອບິນ​ລົບ

ຂອງ​ຕົນ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ​ໃນ​ເຂດ​ເມືອງ Zlitan ​ໃນວັນຈັນ ​ແຕ່ປະຕິ​ເສດ​ຕໍ່​ຫລັກ​ຖານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຜູ້​ບາດ​ເຈັບ​ລົ້ມ​ຕາຍພວກ​ພົນລະ​ເຮືອ​ນັ້ນ.

ປະຊາຊົນ​ລີ​ເບຍ​ຫລາຍ​ຄົນ​ພາກັນ​ອາ​ໄສ​ກາງ​ຕໍ່​ພວກ​ໂທລະສັບ​ດາວ​ທຽມຍ້ອນ​ການໃຫ້ການ​ບໍລິການ​ໂທລະສັບ​ມື​ຖື​ນັ້ນ​ມີ​ຢ່າງ​ຈໍາ​ກັດ​ໃນ​ບາງ​ພາກ​ພື້ນ​ຂອງ​ປະ​ເທດ​ນັ້ນ.

ໃນ​ການ​ເຄື່ອນ​ໄຫວ​ນຶ່ງ​ຕ່າງຫາກ​ໃນ​ວັນ​ສຸກ​ວານ​ນີ້ ພວກ​ນັກ​ຕໍ່ສູ້​ຝ່າຍ​ຄ້ານລາຍ​ງານ​ວ່າ​ໄດ້​ທໍາ​ຄວາມ​ຄືບ​ໜ້າ​ໃນ 2 ດ້ານ ຊຶ່ງ​ພວກ​ເຂົາ​ເຈົ້າກ່າວ​ວ່າ​ໄດ້​ທໍາ​ຄວາມ​ຄືບ​ໜ້າ​ເຂົ້າ​ໄປ​ເລິກອີກ​ໄປ​ຫາ​ເມືອງ Brega ​ເມືອງ​ທ່າ​ຍຸດ​ທະ​ສາດ​ນໍ້າມັນ ຊຶ່ງ​ໄດ້​ປ່ຽນ​ມື​ກັນ​ຄວບ​ຄຸມມາ​ຫລາຍ​ຄັ້ງ​ນັບ​ແຕ່ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ໄດ້​ເລີ້ມ​ຂຶ້ນ​ມາ​ໃນ​ເດືອນ​ກຸມພາ​ນັ້ນ.

ແຕ່​ພວກ​ນັກ​ຕໍ່ສູ້​ຝ່າຍ​ຄ້ານ​ກ່າວ​ວ່າ ຢ່າງ​ໜ້ອຍ​ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດໄດ​ເສຍ​ຊີວິດ​ໄປ 11 ຄົນ​ໃນ​ເມືອງ​ທ່າ​ເຮືອ​ດັ່ງກ່າວ​ໃນ​ລະຍະ 2 ມື້​ຜ່ານ​ມາ​ນີ້ ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ທ່ານກາດ​ດາ​ຟີນັ້ນ.