ທ່ານນາງ Hillary Clinton ຢ້ຽມຢາມລີເບຍ

  • ທອງປານ ເທບວົງສາ

ທ່ານນາງ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ພົບປະກັບທ່ານ Mustafa Abdel Jalil ປະທານສະພາໄລຍະຂ້າມຜ່ານແຫ່ງຊາດລີເບຍ

ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ໄປຢ້ຽມຢາມລີເບຍ
ເມື່ອວັນອັງຄານວານນີ້ ເພື່ອພົບປະກັບຄະນະປົກຄອງຊຸດໃໝ່ຂອງລີເບຍ ໃນຂະນະທີ່
ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍໄດ້ທໍາການບຸກໂຈມຕີທີ່ໝັ້ນທີ່ຍັງຫລືອແຫ່ງ
ສຸດທ້າຍຂອງອະດີດຜູ້ນໍາລີເບຍ ມວມມາ ກາດດາຟີ.

ທ່ານນາງຄລິນຕັນ ໄດ້ເດີນທາງໄປເຖິງເມືອງຫລວງທຣິໂປລີຂອງລີເບຍ ບ່ອນທີ່ທ່ານນາງ
ໄດ້ ໃຫ້ສັນຍາຈະຊ່ວຍເຫລືອເງິນຈໍານວນຫລາຍລ້ານໂດລາໃນການຊ່ວຍເຫລືອຊຸດໃໝ່
ສໍາລັບໂຄງການສຶກສາ ແລະການຮັກສາພະຍາບານແກ່ພວກນັກລົບທີ່ບາດເຈັບນັ້ນ. ທ່ານ
ນາງກ່າວວ່າ ເງິນເພີ່ມ ອີກຈໍານວນນຶ່ງຈະໃຫ້ເພື່ອປົກປ້ອງຄຸ້ມຄອງຄັງອາວຸດຍຸດໂທປະ
ກອນໃນ ສະໄໝການປົກຄອງຂອງກາດດາຟີ ແລະທໍາລາຍຄັງອາວຸດເຄມີຕ່າງໆ.

ພວກເຈົ້າໜ້າທີ່ສະຫະລັດກ່າວວ່າການຊ່ວຍເຫລືອລີເບຍຂອງອາເມຣິກາ ນັບແຕ່ບັນຫາ
ຂັດແຍ້ງໄດ້ເລີ່ມມາ ແມ່ນຄິດເປັນເງິນທັງໝົດ 135 ລ້ານ ໂດລາ.

ທ່ານນາງຄລິນຕັນ ໄດ້ພົບປະກັບທ່ານ Mahmoud Jibril ນາຍົກລັດຖະມົນຕີຊົ່ວຄາວ
ແລະທ່ານ Mustafa Abdel Jalil ປະທານສະພາໄລ ຍະຂ້າມຜ່ານແຫ່ງຊາດລີເບຍ
ນັບວ່າທ່ານນາງຄລິນຕັນ ເປັນເຈົ້າໜ້າທີ່ ອາວຸໂສທີ່ສຸດຂອງສະຫະລັດທີ່ໄດ້ໄປຢ້ຽມຢາມ
ນະຄອນຫລວງທຣິໂປລີນັບ ຕັ້ງແຕ່ໄດ້ມີການລຸກຮືຕໍ່ຕ້ານທ່ານກາດດາຟີທີ່ເລິ່ມຕົ້ນໃນ
ເດືອນກຸມພາຜ່ານ ມານີ້.

ໃນການໃຫ້ສໍາພາດຂ່າວຮ່ວມກັບທ່ານ Jibril ນັ້ນ ທ່ານນາງຄລິນຕັນກ່າວ ວ່າທ່ານ ນາງຮູ້ສຶກເປັນກຽດທີ່ໄດ້ມາຢືນຢູ່ໃນດິນແດນຂອງປະເທດລີເບຍ ທີ່ເສລີແລ້ວ ແລະໄດ້ຮັບ ສິດທິພິເສດທີ່ໄດ້ມີໂອກາດເຫັນອະນາຄົດໃໝ່ ຂອງຊາດລີເບຍທີ່ຫາກໍເກີດນັ້ນ.

ໃນເວລາຕໍ່ມາ ທ່ານນາງຄລິນຕັນ ໄດ້ພົບປະກັບພວກນັກສຶກສາ ແລະພວກຜູ້ນໍາສັງຄົມ ທີ່ມະຫາວິທະຍາໄລແຫ່ງນຶ່ງໃນນະຄອນຫລວງທຣິໂປລີ ບ່ອນທີ່ທ່ານນາງໄດ້ເວົ້າວ່າ ສະຫະລັດຕ້ອງການຢາກເຫັນອະດີດຜູ້ນໍາ ລິເບຍຖືກສັງຫານ ຫລືຖືກຈັບ ໃນບໍ່ຊ້ານີ້.

ຫລັງຈາກນັ້ນທ່ານນາງຄລິນ ກໍໄດ້ອອກເດີນທາງມຸ້ງໜ້າໄປຍັງປະເທດໂອມານ ແລະ
ມີກໍານົດຈະຢຸດແວ່ທີ່ເກາະ Malta ເປັນເວລາສັ້ນໆນັ້ນນໍາ.