WHO ກ່າວ​ວ່າ ​​ໄນ​ຈີ​ເຣຍ ​ປອດ​ຈາກ ​ອີ​ໂບລາ​ແລ້ວ

ປະຊາຊົນລຽນແຖວກັນ ຖ້າເອົາເຄື່ອງມື ຢາສີດຂ້າເຊື້ອໂຣກ ຈາກກຸ່ມ ນາຍແພດບໍ່ມີພົມແດນ ຫລື Doctors Without Borders ເພື່ອປ້ອງກັນອີໂບລາ ໃນນະຄອນຫລວງ Monrovia, ປະເທດ Liberia, ວັນທີ 20 ຕຸລາ 2014.

ອົງການ​ອະນາ​ໄມ​ໂລກ ຫຼື ​WHO ກ່າວ​ວ່າ ໄນ​ຈີ​ເຣຍ​ແມ່ນ​ປອດ
​ຈາກ ​ອີ​ໂບລາ​ແລ້ວ ຫຼັງຈາກ 42 ມື້​ໄດ້​ຜ່ານ​ພົ້ນ​ໄປ ໂດຍ​ບໍ່​ມີ​ລາຍ
​ງານວ່າ ໄດ້ມີ​ກໍລະນີຕິດ​ເຊື້ອ​ໃໝ່ອີກ.

​ຜູ້​ຕາງ​ໜ້າ​ WHO ທ່ານ Rui Gama ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ຄວາມ​ກ້າວໜ້າ​ດັ່ງກ່າວ ​ແມ່ນ “​ເປັນ​ເລື້ອງ​ລາວ​ຂອງ​ຄວາມ
ສຳ​ເລັດ​ທີ່ໂດດ​ເດັ່ນ.”

ໄນ​ຈີ​ເຣຍ ​ໄດ້ມີຜູ້​ຕິດ​ເຊື້ອ​ອີ​ໂບລາ 20 ກໍລະນີ​ ​ແລະ 8 ຄົນ​ເສຍ
​ຊີວິດ ​ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ເຂດ​ທີ່​ຕົກ​ຢູ່​ໃຕ້ ​ການລະບາດ​ທີ່​ຮ້າຍ
​ແຮງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ ຂອງ​ໄວຣັສດັ່ງກ່າວ.

​ເມື່ອອາທິດ​ແລ້ວ​ນີ້ ອົງການ WHO ກໍ​ໄດ້​ປະກາດ​ວ່າ ປະ​ເທດ​ເຊເນ​ກາລ ປອດ​ຈາກອີ​ໂບລາ​ແລ້ວ​ເຊັ່ນ​ກັນ.

ນາງພະຍາບານ ນີນ່າ ຟາມ ຖືກຍ້າຍມາປິ່ນປົວ ຢູ່ NIH


​ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີໄລ​ບີ​ເຣຍ ທ່ານນາງ Ellen Johnson Sirleaf ​ກໍ​
ກຳລັງ​ຮຽກຮ້ອງ​ຄວາມ​ສົນ​ໃຈ​ ​ໄປ​ໃສ່​ຄວາມ​ຕ້ອງການ​ສຳ​ຫລັບ​ການ​ລົງທຶນ​ອັນ​ຍາວ​ນານ
​ໃ​ສ່ພື້ນຖານໂຄງ​ລ່າງຂອງ​ການ​ບໍລິການ​ທາງ​ດ້ານ​ສາທາ​ລະນະ​ສຸກ ເພື່ອປ້ອງ​ກັນການ​ກັບ​
ຄືນ​ມາ ຂອງ​ການລະບາດຂອງ​ອີ​ໂບລາ ​ທີ່ໄດ້​ເອົາ​ຊີວິດ​ໄປ ​ຫຼາຍກວ່າ 4,500 ຄົນ​ແລ້ວນັ້ນ.

ຢູ່​ໃນ​ບົດ​ຄວາມ​ເຫັນ​ທີ່​ຂຽນ​ລົງ​ໃນ​ໜັງ​ສື​ພິມ Washington Post ປະທານາທິບໍດີ Sirleaf ກ່າວ​ວ່າ ປະຕິກິລິຍາ​ຕອບຂອງ​ນາໆ​ຊາດ ​ແມ່ນ​ລ່າ​ຊ້າ ​ເຮັດ​ໃຫ້​ພະຍາດ​ອີ​ໂບລາ
​ແຜ່​ລະບາດຢູ່​ໃນ​ປະ​ເທດ​ຂອງ​ທ່ານ​ນາງຢ່າງຮ້າຍ​ແຮງ ​ເກີນ​ກ່ວາ​ທີ່ລະບົບ​ສາທາລະນະສຸກ ​ຂອງປະ​ເທດ​ ​ຈະ​ຮັບ​ມືໄດ້.

ທ່ານ​ນາງ​ກ່າວ​ອີກ​ວ່າ ກຳລັງ​ມີ​ການເອົາຫຼາຍໆບາດກ້າວໃນ​ເວລາ​ນີ້ ​ເຊັ່ນ​ວ່າ ບັນດາ
ທະຫານ​ສະຫະລັດກຳລັງຊ່ວຍ​ເຫຼືອຈັດຕັ້ງສູນ​ຮັກສານັ້ນ ຊຶ່ງຈະ​ບໍ່​ມີ​ຄວາມ​ຕ້ອງການ​ເລີຍ
​ຖ້າ​ຫາກ​ວ່າ​ ລະບົບ​ບໍ​ລິກາ​ນດ້ານ​ສາທາລະນະ​ສຸກຂອງ​ໄລ​ບີ​ເຣຍ ສາມາດທີ່​ຈະຮັບ​ມື​ກັບ​
ການລະບາດໃນ​ເບື້ອງ​ຕົ້ນ​ນັ້ນ ໄດ້​ຢ່າງ​ວ່ອງ​ໄວ​ແລະ​ມີ​ປະສິດທິ​ພາບ.

Your browser doesn’t support HTML5

US Health Official Comments on Evolving Ebola Procedures